ຄະດີສະເທືອນຂວັນໃນຕຳນານ ປີ 1979! ຊັງວັນຈັນຈົນຍິງອາຈານ-ນັກຮຽນເສຍຊີວິດ


ໃນປີ 1979 ເຄີຍມີເຫດການທີ່ບໍ່ຄາດຄິດ ແລະ ແປກປະຫຼາດ ທີ່ຊານດິເອໂກ້ ແຄລິຟໍເນຍ ມີເຫດການຄາຕະກຳໃນໂຮງຮຽນປະຖົມ. ເມື່ອຕຳຫຼວດໄປຮອດ ກໍພົບວ່າມີຜູ້ເສຍຊີວິດເຖິງ 10​ ຄົນ ຜູ້ກໍ່ເຫດກໍເປັນໄວໜຸ່ມອາຍຸ 16 ປີ ຊື່ວ່າ ເບຣນດ້າ ສະເປນເຊີ ເຊິ່ງລາວອາໄສຢູ່ເຮືອນກົງກັນຂ້າມກັບໂຮງຮຽນ Cleveland Elementary School. ຍິງສາວຄົນນີ້ໄດ້ຍິງຄູໃຫຍ່ ແລະ ຜູ້ປົກຄອງຄົນໜຶ່ງເສຍຊີວິດ ລວມໄປເຖິງເດັກ 8 ຄົນ ຖືວ່າເປັນຄະດີທີ່ສະເທືອນຂວັນທີ່ສຸດເລີຍກໍວ່າໄດ້ໃນຍຸກສະໄໝນັ້ນ.

ຫຼັງຈາກທີ່ຍິງຄົນນີ້ຖືກຈັບກຸມ ຜູ້ສື່ຂ່າວໄດ້ພະຍາຍາມຖາມວ່າເປັນຫຍັງຈຶ່ງກໍ່ເຫດແບບນີ້ຂຶ້ນ ແລະ ລາວຕອບພຽງສັ້ນໆວ່າ “I don’t like Monday” ເຊິ່ງແປວ່າ “ຂ້ອຍຊັງວັນຈັນ” ລາວຕອບສັ້ນໆພຽງເທົ່ານີ້. ຈາກນັ້ນ ລາວໄດ້ຖືກຕັດສິນໃຫ້ຈຳຄຸກ 25 ປີ ແຕ່ເນື່ອງຈາກລາວຖືກພິຈາລະນາວ່າລາວເປັນຄົນບໍ່ປົກກະຕິ ສະພາບຈິດໃຈບໍ່ຄືຄົນທົ່ວໄປ. ເບຣນດ້າ ເຄີຍມີພາວະຊຶມເສົ້າ ແລະ ພະຍາຍາມຂ້າຕົວຕາຍຫຼາຍຄັ້ງ ແລະ ພໍ່ຂອງລາວກໍບໍ່ຄິດວ່າລູກສາວຂອງຕົນເອງຈະໄດ້ເຂົ້າຮັບການບຳບັດທາງຈິດເລີຍ ພໍ່ກໍເປັນຄົນຕິດເຫຼົ້າ.

ຈາກທີ່ລົງມືຂ້າແບບສຳເລັດແລ້ວ ຍິງຄົນນີ້ກໍບໍ່ໜີໄປໃສ ນັ່ງຢູ່ບ່ອນເກົ່າຈົນເຈົ້າໜ້າທີ່ມາຄຸມ ແກ້ວເຫຼົ້າເບຍເຕັມໄປໝົດ ແຕ່ບໍ່ພົບວ່າມີອາການມຶນເມົາ ຄາດວ່າຍິງຄົນນີ້ບໍ່ໄດ້ດື່ມສິ່ງມຶນເມົາເລີຍ, ຈາກການສືບສວນສອບສວນ ຍິງຄົນນີ້ ບອກແຕ່ພຽງວ່າຊັງວັນຈັນໂດຍບໍ່ມີເຫດຜົນ ແລະ ກໍເຮັດໄປເພາະມັນມ່ວນ ຄືດັ່ງກັບໄດ້ຍິງເປັດໃນນ້ຳ ແລະ ເດັກນ້ອຍເຫຼົ່ານັ້ນຄືກັບຝູງງົວໂຕແມ່ຢູ່ອ້ອມຮອບ.

ຂໍ້ມູນຈາກ:

KomChadLuek

petmaya

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/