ການເບິ່ງຮູບເງົາຕະຫຼົກ ຊ່ວຍເຮັດໃຫ້ສຸຂະພາບຈິດດີຂຶ້ນ


ເຊື່ອວ່າຫຼາຍຄົນຄົງຈະມີຮູບເງົາ ຫຼື ຊີຣີ້ຕະຫຼົກໆທີ່ຕົນເອງມັກ ແລະ ມີຫຼາຍເລື່ອງທີ່ເຮັດໃຫ້ເຮົາຫາຍຈາກຄວາມເສົ້າໃຈໄດ້ ເລື່ອງຕະຫຼົກສາມາດຊ່ວຍເລື່ອງຈິດໃຈຄົນເຮົາໄດ້ເປັນຢ່າງດີ ຄອຍຫຼໍ່ຫຼອມໃຫ້ຄົນເຮົາມີຄວາມສຸກໄດ້ ຫາຍເມື່ອຍຫາຍເສົ້າໄດ້ ແລະ ຄົງຈະມີຫຼາຍຄົນ ອາດຈະມີເລື່ອງທີ່ຕົນເອງມັກ ເບິ່ງແລ້ວສົ່ງສຽງຫົວດັງກ້ອງໄປໄກ ຫາຍຈາກຄວາມອິດເມື່ອຍໄດ້.

ນອກຈາກຈະດີຕໍ່ສຸຂະພາບແລ້ວ ການຫົວຍັງມີປະໂຫຍດຕໍ່ສຸຂະພາບຮ່າງກາຍ ຫຼຸດໂອກາດໃນການໄປພົບຈິດຕະແພດ ໂດຍຜົນສຶກສາພົບການເບິ່ງຮູບເງົາຕະຫຼົກມື້ລະເຄິ່ງຊົ່ວໂມງຊ່ວຍຫຼຸດລະດັບຮໍໂມນຄວາມຄຽດ ແລະ ສານເຄມີທີ່ກ່ຽວໂຍງກັບໂຣກຫົວໃຈ.

ຜູ້ວິໄຈຈາກມະຫາວິທະຍາໄລແພດສາດ ຈາກສະຫະລັດອາເມຣິກາກ່າວວ່າ ເມື່ອອາສາສະໝັກເບິ່ງຮູບເງົາທີ່ມີເນື້ອຫາຄຽດ ຫຼອດເລືອດໄຫຼວຽນໄດ້ຍາກຫຼາຍຂຶ້ນ ແຕ່ໃນທາງກັບກັນຫາກເບິ່ງຮູບເງົາຕະຫຼົກຫຼອດເລືອດຈະຄາຍຕົວແທນ. ຂໍ້ຄົ້ນພົບນີ້ ຢືນຢັນງານສຶກສາວິໄຈເຄີຍມີມາກ່ອນວ່າ ຫາກເຮົາຢູ່ໃນພາວະຄຽດ ແລະ ກົດດັນ ຫຼອດເລືອດຂອງເຮົາຈະບີບຕົວ ໂດຍລວມແລ້ວຈາກການເກັບຂໍ້ມູນ 300 ຄັ້ງ, ພົບວ່າຄວາມແຕກຕ່າງລະຫວ່າງຫຼອດເລືອດໃນຍາມທີ່ເຮົາຫົວກັບຍາມທີ່ເຮົາຄຽດ ມີຂະໜາດແຕກຕ່າງກັນເຖິງ 30-50%.

ສຳລັບໃຜມີເລື່ອງຕະຫຼົກທີ່ເບິ່ງແລ້ວເຮັດໃຫ້ຫົວແບບສຸດໆ ກໍສາມາດແນະນຳກັນໄດ້ ເພື່ອເປັນແບ່ງປັນຄວາມສຸກໃຫ້ກັນ ແລະ ກັນ ເປັນອີກວິທີໜຶ່ງອີກດ້ວຍ.

ຂໍ້ມູນຈາກ: MGR Online

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/