ປົກເວັບ 2026 08 25T094633 187

ສິງກະໂປທຸ້ມງົບກວ່າ 55,000 ໂດລາຕໍ່ເດັກໜຶ່ງຄົນ ຫວັງແກ້ວິກິດອັດຕາການເກີດຕໍ່າ

ລັດຖະບານສິງກະໂປປະກາດອຸດໜູນເງິນກວ່າ 55,000 ໂດລາສະຫະລັດຕໍ່ເດັກໜຶ່ງຄົນ ເພື່ອຈູງໃຈໃຫ້ປະຊາຊົນສ້າງຄອບຄົວ ຫຼັງປະເຊີນວິກິດອັດຕາການເກີດຕໍ່າສຸດເປັນປະຫວັດການ. ເປົ້າໝາຍຫຼັກແມ່ນເພື່ອຮັກສາຄວາມສົມດຸນຂອງປະຊາກອນ ແລະ ແກ້ໄຂຜົນກະທົບຈາກການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸລະດັບສຸດຍອດ (Super-aged society) ທີ່ກຳລັງຈະມາເຖິງ.

ທ່ານ ນາຍົກລັດຖະມົນຕີ ລໍເຣນສ໌ ຫວ່ອງ (Lawrence Wong) ໄດ້ປະກາດຍົກລະດັບນະໂຍບາຍນີ້ ໂດຍລັດຖະບານຈະມອບເງິນຊ່ວຍເຫຼືອໂດຍກົງເກືອບ 70,000 ໂດລາສິງກະໂປ (ປະມານ 55,150 ໂດລາສະຫະລັດ) ໃຫ້ແກ່ຄອບຄົວຈົນກວ່າເດັກຈະມີອາຍຸຄົບ 17 ປີ ເຊິ່ງກວມເອົາເງິນຂວັນຖົງແຮກເກີດ ແລະ ເງິນສົມທົບທຶນການສຶກສາ. ຕາມການລາຍງານຂອງ Financial Times

ນອກຈາກນີ້, ຍັງມີການປັບໂຄງສ້າງການຈ່າຍເງິນໃຫ້ກະຈາຍໄປໃນຊ່ວງໄວເດັກ, ຂະຫຍາຍສິດການລາພັກສຳລັບພໍ່ແມ່ ແລະ ອຳນວຍຄວາມສະດວກໃນການຊື້ທີ່ຢູ່ອາໄສ ເພື່ອເຮັດໃຫ້ການສ້າງຄອບຄົວເປັນເລື່ອງທີ່ງ່າຍຂຶ້ນສຳລັບຊາວສິງກະໂປ.

ປັດຈຸບັນ ສິງກະໂປມີອັດຕາການຈະເລີນພັນຫຼຸດລົງເຫຼືອພຽງ 0.87 ຄົນ ຕໍ່ແມ່ຍິງໜຶ່ງຄົນ ໃນປີກາຍນີ້ ເຊິ່ງຕໍ່າກວ່າເກນ 2.1 ທີ່ຈຳເປັນຕໍ່ການຮັກສາລະດັບປະຊາກອນ ແລະ ຫຍັບເຂົ້າໃກ້ອັດຕາທີ່ຕໍ່າທີ່ສຸດໃນໂລກຂອງເກົາຫຼີໃຕ້. 

ວິກິດດັ່ງກ່າວບວກກັບຄວາມກ້າວໜ້າທາງການແພດ ເຮັດໃຫ້ອົງການສະຫະປະຊາຊາດ (UN) ລະບຸວ່າ ສິງກະໂປຈະກາຍເປັນປະເທດທີ່ມີຜູ້ສູງອາຍຸລົ້ນຫຼາມ (ປະຊາກອນອາຍຸ 65 ປີຂຶ້ນໄປຫຼາຍກວ່າ 21%) ພາຍໃນປີນີ້ ແລະ ອັດຕາດັ່ງກ່າວຈະເພີ່ມຂຶ້ນເປັນ 1 ໃນ 4 ຂອງຊາວສິງກະໂປທັງໝົດພາຍໃນປີ 2030.

ເຖິງແມ່ນວ່າຈະມີມາດຕະການຊ່ວຍເຫຼືອຢ່າງເຕັມທີ່ ແຕ່ທ່ານ ຫວ່ອງ ໄດ້ຍອມຮັບຢ່າງກົງໄປກົງມາວ່າ ການສະໜັບສະໜູນຂອງລັດຖະບານອາດມີຂໍ້ຈຳກັດ ເພາະຄົນໜຸ່ມສາວຈຳນວນຫຼາຍເລືອກທີ່ຈະຊັກຊ້າການມີລູກເພື່ອສ້າງຄວາມໝັ້ນຄົງທາງການເງິນ ຫຼື ຕັດສິນໃຈບໍ່ມີລູກເລີຍ. 

ດັ່ງນັ້ນ, ຫາກປາສະຈາກການເກີດທີ່ພຽງພໍ ລັດຖະບານຈຳເປັນຕ້ອງຮັກສານະໂຍບາຍເປີດຮັບຄົນເຂົ້າເມືອງເພື່ອຊົດເຊີຍປະຊາກອນ ແລະ ແຮງງານທີ່ຫົດຕົວລົງ ເຊິ່ງເຖິງແມ່ນວ່າອາດຈະສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນທ້ອງຖິ່ນເລື່ອງການແຂ່ງຂັນ ແຕ່ລັດຖະບານກໍຢືນຢັນວ່າຈະຮັບຊາວຕ່າງຊາດໃນຈັງຫວະທີ່ເໝາະສົມ ເພື່ອຮັບປະກັນວ່າຊາວສິງກະໂປຈະຍັງຄົງເປັນປະຊາກອນກຸ່ມໃຫຍ່ທີ່ສຸດໃນປະເທດຂອງຕົນເອງຕໍ່ໄປ.

#LaoXperts #Singapore #PopulationCrisis #FamilySupport #SuperAgedSociety #Demographics #NewsUpdate

Comments are disabled