ປົກເວັບ 2026 08 13T212844 974

Starlink ບໍລິການອິນເຕີເນັດດາວທຽມຂອງ SpaceX ເລີ່ມເປີດຮັບຄຳສັ່ງຊື້ໃນຫວຽດນາມຢ່າງເປັນທາງການ ເພື່ອຂະຫຍາຍໂຄງຮ່າງພື້ນຖານການເຊື່ອມຕໍ່ຄວາມໄວສູງໃຫ້ຄອບຄຸມທົ່ວປະເທດ, ເຊິ່ງຖືເປັນບາດກ້າວສຳຄັນທີ່ຈະຊ່ວຍຍົກລະດັບການເຂົ້າເຖິງເທັກໂນໂລຊີດິຈິຕອນ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ເສດຖະກິດດິຈິຕອນຂອງຫວຽດນາມ.

ປັດຈຸບັນ, ຜູ້ໃຊ້ງານຕາມເຮືອນຊານໃນຫວຽດນາມສາມາດເຂົ້າໄປວາງເງິນມັດຈຳ ແລະ ສັ່ງຊື້ບໍລິການໄດ້ແລ້ວຜ່ານເວັບໄຊ starlink.com.vn ໂດຍມີຄ່າບໍລິການລາຍເດືອນເລີ່ມຕົ້ນທີ່ 1,13 ລ້ານດົງ (ປະມານ 43 ໂດລາສະຫະລັດ) ແລະ ມີຄ່າອຸປະກອນຮາດແວຢູ່ທີ່ 8,66 ລ້ານດົງ. ຕາມການລາຍງານຂອງ Reuter.

ການເຄື່ອນໄຫວຄັ້ງນີ້ເຮັດໃຫ້ຫວຽດນາມກາຍເປັນຕະຫຼາດທີ 6 ໃນອາຊີຕາເວັນອອກສ່ຽງໃຕ້ທີ່ Starlink ເຂົ້າໄປບໍລິການ ຕໍ່ຈາກ ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະ ຕີມໍເລດເຕ. 

ກ່ອນໜ້ານີ້, ລັດຖະບານຫວຽດນາມໄດ້ປະກາດອະນຸມັດໃຫ້ SpaceX ເລີ່ມທົດລອງໃຫ້ບໍລິການ Starlink ມາຕັ້ງແຕ່ເດືອນມີນາ 2025 ພ້ອມທັງຍົກເວັ້ນຂໍ້ຈຳກັດດ້ານສັດສ່ວນການຖືຮຸ້ນຂອງຕ່າງປະເທດ, ໂດຍມີການກຳນົດເພດານຜູ້ໃຊ້ງານໄວ້ບໍ່ເກີນ 600,000 ລາຍ ໃນໄລຍະທົດລອງທີ່ຈະດຳເນີນໄປຈົນເຖິງທ້າຍປີ 2030.

ບໍລິການດັ່ງກ່າວດຳເນີນງານໂດຍ Starlink Services Vietnam ເຊິ່ງເປັນສາຂາໃນທ້ອງຖິ່ນທີ່ກໍ່ຕັ້ງຂຶ້ນໃນເດືອນກັນຍາ 2025 ດ້ວຍທຶນຈົດທະບຽນ 30 ພັນລ້ານດອງ (ປະມານ 1,1 ລ້ານໂດລາສະຫະລັດ) ແລະ ໄດ້ຮັບການອະນຸມັດຈາກທາງການຫວຽດນາມໃຫ້ຈັດຕັ້ງສະຖານີຮັບ-ສົ່ງສັນຍານພາກພື້ນດິນ (Gateway) ທັງໝົດ 4 ແຫ່ງ ເພື່ອຮອງຮັບການໃຫ້ບໍລິການອິນເຕີເນັດທີ່ມີປະສິດທິພາບ ແລະ ສະຖຽນລະພາບ.

ຄວາມແຕກຕ່າງສຳຄັນຂອງ Starlink ກັບອິນເຕີເນັດທົ່ວໄປແມ່ນ “ການກ້າວຂ້າມຂໍ້ຈຳກັດຂອງພື້ນທີ່”. ໃນຂະນະທີ່ອິນເຕີເນັດແບບເດີມຕ້ອງອາໄສການລາກສາຍເຄເບີນ ຫຼື ໄຟເບີອັອບຕິກຜ່ານເສົາ ແລະ ຝັງດິນ ເຊິ່ງເຂົ້າເຖິງຍາກ ແລະ ໃຊ້ຕົ້ນທຶນມະຫາສານໃນເຂດພູດອຍ ຫຼື ເກາະແກ່ງ.

Starlink ພັດໃຊ້ການຍິງສັນຍານໂດຍກົງຈາກກຸ່ມດາວທຽມໃນອາວະກາດ ລົງມາຫາຈານຮັບສັນຍານຂະໜາດນ້ອຍຢູ່ຫຼັງຄາເຮືອນ. ນັ້ນໝາຍຄວາມວ່າ ບໍ່ວ່າເຮືອນຂອງທ່ານຈະຕັ້ງຢູ່ກາງປ່າເລິກ, ຢູ່ເທິງຍອດພູສູງ ຫຼື ອາໄສຢູ່ເຂດຊົນນະບົດທີ່ຫ່າງໄກຄວາມຈະເລີນ ພຽງແຕ່ມີພື້ນທີ່ໃຫ້ຈານຮັບສັນຍານຫຼຽວເຫັນທ້ອງຟ້າທີ່ເປີດແປນ ກໍສາມາດເຊື່ອມຕໍ່ອິນເຕີເນັດຄວາມໄວສູງໄດ້ທັນທີ, ປ່ຽນພື້ນທີ່ທີ່ເຄີຍຖືກຕັດຂາດ ໃຫ້ສາມາດເຊື່ອມຕໍ່ກັບໂລກທັງໃບໄດ້ຢ່າງງ່າຍດາຍ.

#LaoXperts #LaoX #Starlink #Vietnam #SpaceX #SatelliteInternet #TechNews #ຫວຽດນາມ #ອິນເຕີເນັດດາວທຽມ

Comments are disabled