ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກາດຄວາມພ້ອມຈັດງານໃຫຍ່ “ສັບປະດາດິຈິຕອນລາວ 2026” ໃນເດືອນຕຸລານີ້ ເພື່ອເລັ່ງປະຕິວັດລະບົບການບໍລິຫານ ແລະ ການບໍລິການ ມຸ່ງໜ້າສູ່ລັດຖະບານດິຈິຕອນ ແລະ ຍຸກປັນຍາປະດິດ (AI).
ເປົ້າໝາຍສຳຄັນແມ່ນການລຶບລ້າງຊ່ອງວ່າງເຕັກໂນໂລຊີລະຫວ່າງຕົວເມືອງ ແລະ ຊົນນະບົດ ພ້ອມຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງຊາດ ຊຸກຍູ້ເສດຖະກິດ-ສັງຄົມລາວໃຫ້ກ້າວທັນເວທີສາກົນຢ່າງຍືນຍົງ.
ຕາມການລາຍງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ການປະກາດວິໄສທັດອັນສຳຄັນນີ້ ໄດ້ມີຂຶ້ນໃນງານຖະແຫຼງຂ່າວເມື່ອວັນທີ 13 ສິງຫາ 2026 ຜ່ານມາ ໂດຍການຮ່ວມມືກັບ ສະມາຄົມ ໄອຊີທີ ແລະ ດິຈີຕອນ ລາວ.
ພາຍໃນງານ, ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສາຍພາບໃຫຍ່ລະດັບມະຫາພາກໃຫ້ເຫັນວ່າ ປັດຈຸບັນໂລກພວມກ້າວເຂົ້າສູ່ຍຸກທີ່ຂໍ້ມູນຂ່າວສານ, AI, ລະບົບຄລາວ ແລະ ຄວາມປອດໄພທາງໄຊເບີ ໄດ້ກາຍເປັນຫົວໃຈຫຼັກຂອງການແຂ່ງຂັນທົ່ວໂລກ.
ສຳລັບ ສປປ ລາວ ແລ້ວ, ການຫັນເປັນດິຈິຕອນຄັ້ງນີ້ຈະບໍ່ຢຸດຢູ່ພຽງແຕ່ການນຳເອົາອຸປະກອນທີ່ທັນສະໄໝເຂົ້າມາໃຊ້, ແຕ່ມັນຄືການປ່ຽນແປງວິທີຄິດ ແລະ ວິທີການບໍລິຫານຢ່າງຖອນຮາກຖອນໂຄນ ເພື່ອຫັນປ່ຽນວິຖີຊີວິດ, ລະບົບການສຶກສາ, ສາທາລະນະສຸກ ແລະ ພາກທຸລະກິດຢ່າງເປັນຮູບປະທຳ.
ການປ່ຽນແປງລະບົບດັ່ງກ່າວ ແມ່ນແນໃສ່ສ້າງຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບສູງສຸດ ເຊິ່ງຈະເປັນກຸນແຈສຳຄັນທີ່ຊ່ວຍໃຫ້ພາກທຸລະກິດສາມາດຫຼຸດຕົ້ນທຶນ ແລະ ເປີດປະຕູສູ່ຕະຫຼາດໃໝ່ໄດ້ຢ່າງກວ້າງຂວາງ.
ຍິ່ງໄປກວ່ານັ້ນ, ຍັງເປັນການປະກອບສ່ວນໂດຍກົງເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໃຫ້ປະກົດຜົນເປັນຈິງ.
ພາກລັດຍັງໄດ້ເນັ້ນໜັກເຖິງການຮັບປະກັນວ່າ ປະຊາຊົນທຸກພາກສ່ວນ ບໍ່ວ່າຈະຢູ່ໃນຕົວເມືອງ ຫຼື ເຂດຫ່າງໄກສອກຫຼີກ ຈະຕ້ອງສາມາດເຂົ້າເຖິງໂອກາດ ແລະ ການບໍລິການດິຈິຕອນຢ່າງທົ່ວເຖິງ ໃນລາຄາທີ່ຈັບຕ້ອງໄດ້.
ເພື່ອເຮັດໃຫ້ວິໄສທັດດັ່ງກ່າວປະກົດຜົນ, ງານມະຫະກຳ “ສັບປະດາດິຈິຕອນລາວ ປະຈຳປີ 2026” ຈະຖືກຈັດຂຶ້ນຢ່າງຍິ່ງໃຫຍ່ລະຫວ່າງວັນທີ 21-25 ຕຸລາ 2026 ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ງານປີນີ້ມາພ້ອມກັບຄຳຂວັນທີ່ໜັກແໜ້ນຄື: “ຍູ້ແຮງການຫັນເປັນລັດຖະບານດິຈິຕອນ, ສ້າງແຮງງານດິຈິຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ” ເຊິ່ງຈະກາຍເປັນສູນລວມຂອງພາກລັດ, ເອກະຊົນ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາຮ່ວມກັນສ້າງເຄືອຂ່າຍ ແລະ ແລກປ່ຽນບົດຮຽນໃນການພັດທະນາປະເທດ.
ພາຍໃນງານຈະອັດແໜ້ນໄປດ້ວຍເວທີລະດັບພາກພື້ນ ເຊັ່ນ ກອງປະຊຸມ Lao Digital Forum ທີ່ຮວບຮວມເອົາຜູ້ນຳຈາກບັນດາປະເທດອາຊຽນ ມາປຶກສາຫາລືການເຊື່ອມໂຍງລະບົບທັນສະໄໝລະຫວ່າງປະເທດ.
ພ້ອມດຽວກັນນັ້ນ, ຍັງມີເວທີສຳມະນາທີ່ເຈາະເລິກເຖິງເຕັກໂນໂລຊີອຸດສາຫະກຳ 4.0, Blockchain, Big Data ແລະ ອິນເຕີເນັດຊັບພະສິ່ງ (IoT) ລວມໄປເຖິງການວາງສະແດງນະວັດຕະກຳ ແລະ ຜົນງານຈາກກຸ່ມທຸລະກິດ Startup ທີ່ຫຼາກຫຼາຍຫຼາຍກວ່າ 200 ຮ້ານວາງສະແດງ.
ນອກຈາກການສຳມະນາ ແລະ ການວາງສະແດງສິນຄ້າແລ້ວ, ງານນີ້ຍັງເປັນພື້ນທີ່ປ່ອຍຂອງສຳລັບຄົນຮຸ່ນໃໝ່ ຜ່ານກິດຈະກຳການແຂ່ງຂັນທີ່ທ້າທາຍຂີດຈຳກັດ ເຊັ່ນ: ກິລາ E-sport, ການສ້າງຫຸ່ນຍົນ (ROBOT), ຄວາມປອດໄພທາງໄຊເບີ ແລະ ການນຳສະເໜີແນວຄວາມຄິດຂອງ Startup.
ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສ້າງແຮງບັນດານໃຈ ແລະ ປູທາງສ້າງຊັບພະຍາກອນມະນຸດທີ່ແຂງແກ່ນ ເພື່ອກຽມພ້ອມຮັບມືກັບຕະຫຼາດແຮງງານໃນຍຸກດິຈິຕອນ ແລະ ນຳພາປະເທດຊາດກ້າວຂຶ້ນສູ່ການແຂ່ງຂັນໃນລະດັບສາກົນໄດ້ຢ່າງເຕັມພາກພູມ.
#LaoX #LaoDigitalWeek2026 #DigitalLaos #AI #DigitalTransformation #TechLaos #ເສດຖະກິດດິຈິຕອນລາວ #ນະວັດຕະກຳ #LaoDigitalForum #LIDA


