ຜູ່ຈັດການທີມ Liverpool ພາດພິງເຖິງທີມ Manchester United ເລື່ອງຈຸດໂທດ


ຫຼັງຈາກຈົບການແຂ່ງຂັນ (ຫົງແດງ) Liverpool ກັບ Southampton (ນັກບຸນ) 1-0 ໃນຄືນວັນທີ 4 ຜ່ານມານີ້ ເຈເກນ ຄັອບ ຜູ່ຈັດການທີມ “ຫົງແດງ” ເຖິງກັບເຊັງ ແລະ ເສຍອາການພ້ອມແຟນໆຫົງແດງກໍພາກັນຫົວຮ້ອນຕາມໆກັນ ເພາະບໍ່ຊະນະ ແລ້ວກໍາມະການຍັງບໍ່ເປົ່າຈຸດໂທດອີກດ້ວຍ.

    Klopp ໄດ້ກ່າວຫຼັງເກມພີເມຍລີກ ອັງກິດ ທີ່ບຸກໄປເຢືອນ ທີມນັກບຸນ ເຖິງຖິ່ນແຕ່ກໍບໍ່ຊະນະກັບມາ ເມື່ອວັນທີ 4 ເດືອນ ມັງກອນ 2021 Klopp ໄດ້ໃຫ້ສໍາພາດວ່າ: ເກມນີ້ເຊົາແຮມຕັນ ໄດ້ປະຕູຈາກ ແດນນີ ອິງ ນາທີ 2 ເຊິ່ງ Klopp ຄາດວ່າທີມຕົນເອງຄວນໄດ້ຈຸດໂທດເຖິງ 2 ຄັ້ງ. ທັງທີ່ຕອນ ຊາດິໂອ ມາເນ ຖືກສະກັດລົ້ມລົງກັບຕອນທີ່ ແຈ໊ກ ສະຕີເຟນ ບ໊ອກລູກຍິງເຂດຈຸດໂທດແລ້ວເບິ່ງຄືວ່າບານຈະຖືກແຂນ.

    Klopp ໄດ້ກ່າວອີກວ່າ: “ຫາກໃຜບອກວ່າ ຊາດິໂອ ມາເນ ເປັນຈອມເອົາແຕ່ຈະລົ້ມ ກໍຄົງເປັນເລື່ອງກໍາລັງເລົ່າຕະຫຼົກອີຫຍັງຈັກຢ່າງ ແຖມຍັງມີຈັງຫວະມືຖືກບານເຂົ້າມາອີກ. 2 ສະຖານະການນີ້ ເປັນທີມອື່ນຄົງໄດ້ຈຸດໂທດໄປແລ້ວ ຂ້ອຍບໍ່ຮູ້ວ່າໃຜຈະອະທິບາຍເລື່ອງນີ້ໄດ້”.

    Klopp ໄດ້ກ່າວຕໍ່ ແລະ ໄດ້ພາດພິງເຖິງທີມຜີສາດແດງວ່າ: ເຮົາບໍ່ສາມາດປ່ຽນຫຍັງໄດ້ ແຕ່ຂ້ອຍໄດ້ຍິນມາວ່າ ແມນເຊັດເຕີ ຢູໄນເຕັດ ໄດ້ຈຸດໂທດໃນຮອບ 2 ປີຜ່ານມາຫຼາຍກວ່າ ຕະຫຼອດຊ່ວງເວລາທີ່ຂ້ອຍເຮັດວຽກມາທີ່ນີ້ 5 ປີເຄິ່ງອີກ ຫຼື ມັນເກີດຂຶ້ນໄດ້ຢາງໃດກໍບໍ່ຮູ້ ເຊິ່ງເຮົາກໍເຄົາລົບການຕັດສິນໃຈເຫຼົ່ານັ້ນ.

ທີ່ມາ: https://www.khaosod.co.th/sports/news_5669719