ປົກເວັບ 86

ກະຊວງສາທາລະນະສຸກຫວຽດນາມ ກຽມສະເໜີກົດໝາຍຫ້າມຊື້ ແລະ ເສບຢາສູບເດັດຂາດຕະຫຼອດຊີວິດ ສຳລັບຜູ້ທີ່ເກີດຕັ້ງແຕ່ວັນທີ 1 ມັງກອນ 2010 ເປັນຕົ້ນໄປ ເພື່ອສ້າງ “ຄົນຮຸ່ນໃໝ່ທີ່ປອດຄວັນຢາສູບ”. 

ມາດຕະການນີ້ມຸ່ງຕັດວົງຈອນການຕິດນິໂຄຕິນໃນຊາວໜຸ່ມ ແລະ ຫຼຸດຜ່ອນການຮັບຄວັນຢາສູບມືສອງ. ພ້ອມທັງເປັນການແກ້ໄຂບັນຫາສາທາລະນະສຸກ ແລະ ຫຼຸດຜ່ອນຄວາມສູນເສຍທາງເສດຖະກິດຈາກພະຍາດທີ່ກ່ຽວຂ້ອງໃນໄລຍະຍາວຢ່າງມະຫາສານ. ຕາມການລາຍງານຂອງ Vnexpress

ຂໍ້ສະເໜີດັ່ງກ່າວແມ່ນນອນຢູ່ໃນຮ່າງສະບັບປັບປຸງຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມຜົນກະທົບຈາກຢາສູບ ເຊິ່ງປັດຈຸບັນການຮ່າງແມ່ນສຳເລັດເປັນສ່ວນໃຫຍ່ແລ້ວ ແລະ ລັດຖະບານພວມກຽມນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດສະໄໝທີ 16 ໃນເດືອນຕຸລາ 2026 ນີ້. 

ນອກຈາກການກຳນົດປີເກີດແລ້ວ ຮ່າງກົດໝາຍສະບັບນີ້ຍັງກວມເອົາການຫ້າມຢ່າງເດັດຂາດໃນການຜະລິດ, ຄ້າຂາຍ, ຂົນສົ່ງ, ໂຄສະນາ, ສະໜັບສະໜູນ ແລະ ນຳໃຊ້ຢາສູບໄຟຟ້າ ລວມເຖິງຜະລິດຕະພັນຢາສູບຮູບແບບໃໝ່ອື່ນໆ ພ້ອມທັງຫ້າມຮ້ານຄ້າຂາຍສົ່ງ ແລະ ຂາຍຍ່ອຍວາງສະແດງຢາສູບໃນທຸກຮູບແບບ. 

ທາງກະຊວງໄດ້ຮຽກຮ້ອງໃຫ້ລັດຖະບານພິຈາລະນາເພີ່ມຂໍ້ກຳນົດປີ 2010 ເຂົ້າໃນການປັບປຸງກົດໝາຍຄັ້ງນີ້ ຫຼື ໃນວາລະນິຕິບັນຍັດຕໍ່ໄປໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງປະເທດ ໂດຍເຊື່ອໝັ້ນວ່າການບັງຄັບໃຊ້ຢ່າງເຂັ້ມງວດຈະຊ່ວຍຫຼຸດອັດຕາການສູບຢາໄດ້ຢ່າງມີປະສິດທິພາບ ແຕ່ກໍຕ້ອງອາໄສການຮ່ວມມືຈາກທຸກພາກສ່ວນ ຜ່ານມາດຕະການກວດສອບອາຍຸຜູ້ຊື້ຢ່າງເຂັ້ມງວດ, ຫຼຸດຈຳນວນຮ້ານຂາຍ, ເພີ່ມບົດລົງໂທດ ແລະ ສະໜັບສະໜູນການເລີກຢາສູບຢ່າງຕໍ່ເນື່ອງ.

ແນວຄວາມຄິດ “ຄົນຮຸ່ນໃໝ່ທີ່ປອດຄວັນຢາສູບ” ຫຼື Smoke-Free Generation ກຳລັງໄດ້ຮັບຄວາມສົນໃຈຈາກຫຼາຍປະເທດ ເພື່ອສະກັດກັ້ນບໍ່ໃຫ້ໄວໜຸ່ມເລີ່ມສູບຢາແທນທີ່ຈະໄປເນັ້ນແຕ່ກຸ່ມຄົນທີ່ສູບຢູ່ແລ້ວ. ອັງກິດຖືເປັນປະເທດເສດຖະກິດຂະໜາດໃຫຍ່ແຫ່ງທຳອິດທີ່ໄດ້ຮັບຮອງກົດໝາຍທີ່ຄ້າຍຄືກັນນີ້ ເຊິ່ງຫ້າມຂາຍໃຫ້ຜູ້ທີ່ເກີດຕັ້ງແຕ່ວັນທີ 1 ມັງກອນ 2009 ເປັນຕົ້ນໄປ ໂດຍການສຶກສາຈາກມະຫາວິທະຍາໄລນັອດຕິງແຮມຊີ້ໃຫ້ເຫັນວ່າ ກົດໝາຍຂອງອັງກິດອາດເຮັດໃຫ້ອັດຕາການສູບຢາໃນກຸ່ມອາຍຸ 12-30 ປີ ຫຼຸດລົງຕໍ່າກວ່າ 5% ໃນທ້າຍຊຸມປີ 2040 ແລະ ໃກ້ຄຽງກັບສູນໃນປີ 2050. 

ປະເດັນນີ້ຍັງສອດຄ່ອງກັບອົງການອະນາໄມໂລກ (WHO) ທີ່ໄດ້ກຳນົດຫົວຂໍ້ວັນງົດສູບຢາໂລກປີ 2026 ເພື່ອຕີແຜ່ກົນລະຍຸດຂອງອຸດສາຫະກຳຢາສູບທີ່ພະຍາຍາມປັບປຸງຜະລິດຕະພັນໃຫ້ເບິ່ງຄືວ່າ “ທັນສະໄໝ” ແລະ “ອັນຕະລາຍໜ້ອຍລົງ” ເພື່ອດຶງດູດເຍົາວະຊົນ ໂດຍສະເພາະກຸ່ມທີ່ສະໝອງຍັງພັດທະນາບໍ່ເຕັມທີ່ ເຊິ່ງມັກຕົກເປັນເປົ້າໝາຍຫຼັກຂອງການໂຄສະນາແອບແຝງ.

ປັດຈຸບັນ ຫວຽດນາມຖືກຈັດຢູ່ໃນກຸ່ມປະເທດທີ່ມີການບໍລິໂພກຢາສູບຫຼາຍທີ່ສຸດໃນໂລກ ໂດຍມີຜູ້ໃຫຍ່ທີ່ສູບຢາປະມານ 15,8 ລ້ານຄົນ ແລະ ມີອັດຕາການສູບຢາໃນເພດຊາຍສູງເຖິງ 41% ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດທາງກົງ ແລະ ທາງອ້ອມເຖິງ 100,000 ຄົນຕໍ່ປີ.

#LaoX #ຫວຽດນາມ #ກົດໝາຍຢາສູບ #SmokeFreeGeneration #ສາທາລະນະສຸກ #ວັນງົດສູບຢາໂລກ #ຢາສູບໄຟຟ້າ

Comments are disabled