ປົກເວັບ 85

ລັດຖະບານມາເລເຊຍພວມພິຈາລະນາຍົກເລີກການອຸດໜູນນ້ຳມັນສຳລັບກຸ່ມຄົນລາຍຮັບສູງ ເພື່ອແນໃສ່ນຳງົບປະມານໄປຊ່ວຍເຫຼືອກຸ່ມຄົນລາຍຮັບປານກາງ-ໜ້ອຍທີ່ກະທົບຈາກຄ່າຄອງຊີບ ເຊິ່ງມາດຕະການນີ້ຈະຊ່ວຍປັບປຸງການຈັດສັນຊັບພະຍາກອນແຫ່ງຊາດໃຫ້ເກີດປະໂຫຍດສູງສຸດ.

ຕາມການລາຍງານຂອງ Vnexpress. ຂໍ້ສະເໜີກ່ຽວກັບການປັບປຸງນະໂຍບາຍເງິນອຸດໜູນນ້ຳມັນເຊື້ອໄຟດັ່ງກ່າວ ແມ່ນໄດ້ຖືກຍື່ນສະເໜີມາເປັນເວລາເກືອບໜຶ່ງເດືອນແລ້ວ ແລະ ພວມຢູ່ໃນຂັ້ນຕອນການກວດກາຂອງໜ່ວຍງານທີ່ກ່ຽວຂ້ອງໃນໄລຍະ 3 ອາທິດທີ່ຜ່ານມາ. 

ທ່ານ ອັນວາ ອິບຣາຮິມ (Anwar Ibrahim) ນາຍົກລັດຖະມົນຕີມາເລເຊຍ ໄດ້ກ່າວເນັ້ນວ່າ ປັດຈຸບັນຍັງບໍ່ທັນມີການຕັດສິນໃຈຂັ້ນສຸດທ້າຍເທື່ອ, ແຕ່ໃນຫຼັກການແລ້ວ ລັດຖະບານເຫັນດີນຳຄວາມຈຳເປັນໃນການທົບທວນກົນໄກການອຸດໜູນສຳລັບຊາວມາເລເຊຍທີ່ມີລາຍຮັບສູງ ແລະ ພວມເລັ່ງສະຫຼຸບຮ່າງຂໍ້ສະເໜີນີ້ໃຫ້ສຳເລັດໂດຍໄວທີ່ສຸດ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງກະແສຮຽກຮ້ອງໃຫ້ມີການປັບປຸງນະໂຍບາຍອຸດໜູນນ້ຳມັນເຊື້ອໄຟຂອງປະເທດ ເພື່ອຮັບປະກັນວ່າການຊ່ວຍເຫຼືອຈະໄປເຖິງມືຜູ້ທີ່ເໝາະສົມ ແລະ ຕ້ອງການການຊ່ວຍເຫຼືອຢ່າງແທ້ຈິງ. 

ໂດຍສະເພາະ ແມ່ນການຮຽກຮ້ອງໃຫ້ຕັດສິດທິຜູ້ມີລາຍຮັບສູງໃນການເຂົ້າເຖິງນ້ຳມັນ RON95 ທີ່ລັດອຸດໜູນໃຫ້ ເພື່ອນຳເອົາການສະໜັບສະໜູນດັ່ງກ່າວໄປຊ່ວຍເຫຼືອປະຊາຊົນກຸ່ມອື່ນທີ່ແບກຮັບພາລະຄ່າຄອງຊີບທີ່ສູງຂຶ້ນ. 

ການຫັນປ່ຽນນະໂຍບາຍໃນຄັ້ງນີ້ ຖືເປັນບາດກ້າວທີ່ຈຳເປັນໃນສະພາບການທາງເສດຖະກິດປັດຈຸບັນ ເພາະຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຂອງຊາດ ເພື່ອຮັບມືກັບຄວາມບໍ່ແນ່ນອນຂອງເສດຖະກິດໂລກໄດ້ຢ່າງມີປະສິດທິພາບ.

#LaoXperts #Malaysia #FuelSubsidy #Economy #ມາເລເຊຍ #ເສດຖະກິດ #ຂ່າວຕ່າງປະເທດ #ອຸດໜູນນ້ຳມັນ

Comments are disabled