ຮັບຮອງຢ່າງເປັນທາງການ! Esports ເຂົ້າສູ່ກິລາແຫ່ງຊາດ


ເປັນອີກໜຶ່ງບາດກ້າວຄວາມສຳເລັດຂອງວົງການ Esports ປະເທດລາວເຮົາ ຫຼັງຈາກຄະນະບໍລິຫານງານອີສະປອດແຫ່ງຊາດລາວ ພ້ອມດ້ວຍທຸກພາກສ່ວນ, ບັນດາສະໂມສອນ, ນັກກິລາ ແລະ Community ສຳລັບອີສະປອດໃນປະເທດລາວໄດ້ຖືກຍອມຮັບເປັນທີ່ຮຽບຮ້ອຍ ເຊິ່ງຈາກກອງປະຊຸມກິລາລະດັບສູງ ທົ່ວປະເທດລາວ ໃນວັນທີ 29 ມັງກອນ 2024 ທີ່ແຂວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດ ໄດ້ອອກມາລະບຸວ່າ ໃນກອງປະຊຸມໄດ້ຮັບຮອງເອົາ ອີສະປອດເຂົ້າເປັນ 1 ໃນ 33 ປະເພດກິລາ ທີ່ສາມາດຊິງຫຼຽນໃນມະຫະກຳກິລາແຫ່ງຊາດຄັ້ງທີ XII ໃນປີ 2025 ທີ່ຈະມາເຖິງນີ້ ສ່ວນຈະຊິງຈັກຫຼຽນ ແລະ ມີປະເພດໃດແດ່ຕ້ອງຖ້າຕິດຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/