ສປ ຈີນ ກຽມເພີ່ມການນໍາເຂົ້າສິນຄ້າຈາກທົ່ວໂລກ ເປີດໂອກາດທາງທຸລະກິດ ເຂົ້າສູ່ຕະຫຼາດຂະໜາດໃຫຍ່ຂອງ ຈີນ


ລັດຖະມົນຕີ ກະຊວງການຄ້າຂອງ ສປ ຈີນ ເປີດເຜີຍວ່າ ສປ ຈີນ ວາງແຜນເພີ່ມການນຳເຂົ້າສິນຄ້າ ໃນປີ 2024 ເພື່ອແບ່ງປັນໂອກາດທາງທຸລະກິດ ໃຫ້ສາມາດເຂົ້າສູ່ ຕະຫຼາດຂະໜາດໃຫຍ່ພິເສດຂອງ ສປ ຈີນ ກັບທົ່ວໂລກ.

ໂດຍທ່ານ ຫວັງ ເຫວິນເທົາ ລັດຖະມົນຕີ ກະຊວງການຄ້າຂອງ ສປ ຈີນ ເປີດເຜີຍກັບສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ສປ ຈີນ ຈະເພີ່ມການນໍາເຂົ້າ ສິນຄ້າ ອຸປະໂພກບໍລິໂພກທີ່ມີຄຸນະພາບສູງ, ເຕັກໂນໂລຊີ ຂັ້ນສູງ, ອຸປະກອນສຳຄັນ, ຊິ້ນສ່ວນເຫຼັກ, ພະລັງງານ ແລະ ອຸປະກອນອື່ນໆ ລວມເຖິງ ສິນຄ້າ ກະສິກຳທີ່ຂາດແຄນໃນ ສປ ຈີນ. ນອກນີ້ ສປ ຈີນ ຈະເພີ່ມຄວາມ ຫາກຫຼາຍ ຂອງຊ່ອງທາງນໍາເຂົ້າ ແລະ ປັບປຸງຂະບວນການນໍາເຂົ້າຕື່ມອີກ.

ສປ ຈີນ ຈະຍັງຄົງຈັດງານ ສິນຄ້າ ນຳເຂົ້າ ແລະ ສົ່ງອອກ ແຫ່ງປະເທດ ຈີນ ຫຼືວ່າ ກວ່າງໂຈວແຟຣ, ງານມະຫາກຳສິນຄ້າພາກບໍລິການ ນານາຊາດ ແຫ່ງປະເທດ ຈີນ (CIFTIS) ແລະ ງານມະຫະກຳ ນໍາເຂົ້າສິນຄ້າສາກົນ-ຈີນ (CIIE). ພ້ອມດຽວກັນນີ້ ຍັງສະໜັບສະໜູນ ຜູ້ປະກອບການຂອງ ສປ ຈີນ ເຂົ້າຮ່ວມງານສະແດງສິນຄ້າ ໃນຕ່າງປະເທດ ແລະ ອຳນວຍຄວາມສະດວກ ແກ່ການເດີນທາງຂ້າມຊາຍແດນ ຂອງບັນດານັກທຸລະກິດ ເພື່ອສ້າງໂອກາດໃນການສື່ສານແບບພົບໜ້າກັນ ຍິ່ງຂຶ້ນ.

https://english.news.cn/20240126/eacca9740dd441dca9551e81fac846d8/c.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/