ສານ​ຮ່ອງ​ກົງ​ສັ່ງ​ໃຫ້​ບໍລິສັດ Evergrande ​ຍົກເລີກກິດຈະການ ຫຼັງ​ຈາກ​ທີ່​ມີ​ໜີ້​ສິນ​ລວມທັງ​ໝົດ​ຫຼາຍ​ກວ່າ 300 ຕື້​ໂດ​ລາ


ໃນວັນ​ທີ 29 ມັງ​ກອນ, ສຳນັກງານຕ່າງປະເທດໄດ້ມີການລາຍງານວ່າ ສານ​ຮ່ອງ​ກົງ​ໄດ້​ສັ່ງ​ໃຫ້​ບໍລິສັດ China Evergrande Group ເຊິ່ງ​ເປັນ​ບໍລິສັດ​ອະສັງຫາລິມະ​ຊັບຍັກໃຫຍ່ຂອງຈີນ ໃຫ້ຊຳລະໜີ້ສິນ​ທັງໝົດ​ລວມຫຼາຍ​ກວ່າ 300 ຕື້​ໂດ​ລາ​ສະຫະລັດ ດ້ວຍການຍົກເລີກກິດຈະການ Evergrande. ໂດຍການເຄື່ອນໄຫວໃນຄັ້ງນີ້ ໄດ້ສົ່ງຄື້ນຄວາມກັງວົນໄປທົ່ວຕະຫຼາດການເງິນຂອງຈີນທີ່ອ່ອນແອຢູ່ແລ້ວໃຫ້ຮຸນແຮງຍິ່ງຂຶ້ນ ໃນຂະນະ​ທີ່​ຈີນກຳລັງ​ພະຍາຍາມ​ແກ້​ໄຂ​ບັນຫາ​ໜີ້​ສິນ​ໃນຂະແໜງອະສັງຫາລິມະ​ຊັບ​ຂອງ​ຕົນ.

ໂດຍການຕັດສິນໃຈໃນຄັ້ງນີ້ເກີດຂຶ້ນຫຼັງ​ຈາກ​ທີ່ບໍລິສັດໄດ້​ພະ​ຍາ​ຍາມ​ປັບ​ໂຄງ​ສ້າງທີ່ຊັບຊ້ອນ ເນື່ອງຈາກມີໜ່ວຍງານທີ່ກ່ຽວຂ້ອງຫຼາຍຝ່າຍແຕ່ກໍບໍ່​ສໍາ​ເລັດ​ ແລະ​ ການ​ຊັກ​ຊ້າ​ໃນການ​ຊໍາ​ລະໜີ້​ພັນ​ທະ​ບັດມາເປັນເວລາຫຼາຍປີ, ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງ ເຄື່ອງໝາຍ​ສຳຄັນ​ໃນ​ວິ​ກິດ​ການ​ທີ່​ຢຶດຄອງ​ຂະ​ແໜງ​ອະສັງຫາລິມະ​ຊັບ​ຂອງ​ຈີນ ​ແລະ​ ບັ່ນທອນ​ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ​ໃນວົງກວ້າງ.

ຜູ້ພິພາກສາ Linda Chan ໄດ້ກ່າວວ່າ “ເຖິງເວລາທີ່ສານຈະຕ້ອງບອກວ່າ ພໍແລ້ວ” ຫຼັງຈາກທີ່ Evergrande ລົ້ມເຫຼວໃນການແກ້ໄຂບັນຫາໃນໄລຍະ 18 ເດືອນທີ່ຜ່ານມາ.

ຍິ່ງ​ໄປ​ກວ່າ​ນັ້ນ, ລາຄາ​ຮຸ້ນ​ຂອງ​ China Evergrande ​ໄດ້​ຫຼຸດ​ລົງ​ຫຼາຍ​ເຖິງ -20% ກ່ອນ​ທີ່​ຈະ​ມີ​ການ​ຕັດສິນ​ຄະດີ, ການ​ຊື້​ຂາຍ​ໃນ Evergrande ​ແລະ ບໍລິສັດ​ຍ່ອຍ​ໃນເຄືອຖືກ​ໂຈະໄວ້ ພາຍຫຼັງ​ຈາກ​ຄໍາ​ຕັດ​ສິນ.​ ນີ້ເຮັດໃຫ້ Evergrande, ເຊິ່ງມີຊັບສິນ 240 ຕື້ໂດລາ ມີຄວາມສ່ຽງທີ່ຈະສົງຜົນກະທົບຕໍ່ຕະຫຼາດຮຸ້ນ ແລະ ອະສັງຫາລິມະຊັບຂອງຈີນ.

ເນື່ອງຈາກຕະຫຼາດຮຸ້ນຂອງຈີນຍັງຄົງອ່ອນແອ ເຖິງ​ວ່າ​ຈະ​ມີເມັດ​ເງິນໄຫຼ​ເຂົ້າ​ມາ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ສອງ​ສາມ​ມື້​ທີ່​ຜ່ານ​ມາ. ແຕ່ຕະຫຼາດອະສັງຫາລິມະຊັບຍັງຢູ່ໃນໄລຍະທີ່ຕົກຕໍ່າທີ່ສຸດໃນຮອບ 9 ປີ ແລະ ຕະຫຼາດຮຸ້ນທີ່ຕົກຕໍ່າທີ່ສຸດໃນຮອບ 5 ປີ ອາດກາຍເປັນປັດໄຈທີ່ມີຄວາມສ່ຽງຕໍ່ການເຕີບໂຕຂອງເສດຖະກິດ.

ທີ່ມາ:

reuters1

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/