ເງິນທຶນໄຫຼອອກຈາກກອງທຶນ Crypto ຫຼາຍກວ່າ 500 ລ້ານໂດລາ ຫຼັງຈາກຄວາມນິຍົມໃນ Bitcoin Spot ETF ຫຼຸດໜ້ອຍລົງ


ອີງຕາມການລາຍງານຫຼ້າສຸດຈາກ CoinShares ໄດ້ມີການເປີດເຜີຍວ່າ ກອງທຶນຜູ້ຈັດການສິນຊັບ crypto ທີ່ສໍາຄັນເຊັ່ນ BlackRock, Bitwise, Fidelity, Grayscale, ProShares ແລະ 21Shares ໄດ້ມີການໄຫຼອອກຂອງທຶນສຸດທິລວມຫຼາຍກວ່າ 500 ລ້ານໂດລາໃນອາທິດທີ່ຜ່ານມາ.

ໂດຍສະເພາະແມ່ນກອງທຶນຊື້ຂາຍ Bitcoin (GBTC) ຂອງ Grayscale ໄດ້ມີຍອດການໄຫຼອອກລວມທັງໝົດ 2.2 ຕື້ໂດລາ. ໃນຂະນະດຽວກັນ, ຍອດການໄຫຼອອກປະຈໍາວັນໄດ້ສືບຕໍ່ຫຼຸດລົງຕະຫຼອດອາທິດທີ່ຜ່ານມາ.

ການໄຫຼອອກທີ່ເຂັ້ມແຂງຂອງ GBTC ໄດ້ສວນທາງກັັບການໄຫຼເຂົ້າຈາກ ETF bitcoin ທີ່ພົ້ນເດັ່ນຂຶ້ນໃໝ່ 9 ໂຕ ເຊິ່ງມີມູນຄ່າລວມທັງໝົດ 1.8 ຕື້ໂດລາໃນອາທິດທີ່ຜ່ານມາ, ເຊິ່ງນໍາໂດຍ 744.7 ລ້ານໂດລາຈາກ IBIT ຂອງ BlackRock ແລະ 643.2 ລ້ານໂດລາຈາກ FBTC ຂອງ Fidelity. ນັບຕັ້ງແຕ່ການເປີດຕົວຂອງພວກເຂົາໃນວັນທີ 11 ມັງກອນ, ໂດຍ ETF ໃໝ່ທັງ 9 ກອງທຶນທີ່ໄດ້ລົງທະບຽນ ໂດຍມີເມັດເງິນໄຫຼເຂົ້າລວມກັນປະມານ 5.8 ຕື້ໂດລາ ແລະ GBTC ປະມານ 5 ຕື້ໂດລາໃນການໄຫຼອອກ. ສິ່ງນີ້ສົ່ງຜົນໃຫ້ມີຍອດການໄຫຼເຂົ້າສຸດທິທັງໝົດ 759.4 ລ້ານໂດລາສະຫະລັດ.

ໂດຍສາເຫດທີ່ມີເງິນຈຳນວນຫຼາຍໄຫຼອອກຈາກກອງທຶນ crypto ນັ້ນແມ່ນເກີດຈາກຄວາມຜິດຫວັງທີ່ Spot Bitcoin ETF ບໍ່ໄດ້ເປັນທີ່ນິຍົມຕາມທີ່ຜູ້ຊ່ຽວຊານຄາດໄວ້. ນີ້ແມ່ນເຫັນໄດ້ຊັດເຈນຈາກລາຄາ Bitcoin ຫຼຸດລົງຫຼາຍກ່ວາ 14% ຫຼັງຈາກກອງທຶນໄດ້ຮັບການອະນຸມັດ. ແລະການຫຼຸດລົງໃນຄັ້ງນີ້ຍັງໄດ້ສົ່ງຜົນໃຫ້ກອງທຶນ Altcoin ສ່ວນໃຫຍ່ມີເງິນທຶນໄຫຼອອກເຊັ່ນດຽວກັນ. ໃນອາທິດທີ່ຜ່ານມາ ຜະລິດຕະພັນການລົງທຶນຂອງ Ethereum ໄດ້ພົບເຫັນວ່າມີເງິນໄຫຼອອກ 39 ລ້ານໂດລາ, ໃນຂະນະທີ່ກອງທຶນ Polkadot ແລະ Chainlink ສູນເສຍເງິນທຶນກວ່າ 0.7 ລ້ານໂດລາ ແລະ   0.6 ລ້ານໂດລາ, ຕາມລໍາດັບ.

ຢ່າງໃດກໍຕາມ, ຜະລິດຕະພັນຂອງ Solana ໄດ້ສວນທາງກັບກະແສຂອງຕະຫຼາດ. ໂດຍມີເງິນທຶນໄຫຼເຂົ້າມາສູງເຖິງ 3 ລ້ານໂດລາ, ລວມທັງຫຼັກຊັບທີ່ກ່ຽວຂ້ອງກັບ blockchain ທີ່ມີເງິນທຶນໄຫຼເຂົ້າມາຕິດຕໍ່ກັນເຖິງ 10 ອາທິດ, ເຊິ່ງມີມູນຄ່າທັງໝົດຫຼາຍກວ່າ 17 ລ້ານໂດລາ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 43,519 ໂດລາ, ເຊິ່ງເພີ່ມຂຶ້ນ 2.90% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

blog.coinshares

siamblockchain

theblock

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/