ລັດຖະບານ ເຄັ່ງຮ້ອນແກ້ໄຂເສດຖະກິດ-ການເງິນໃຫ້ຜ່ອນຄາຍລົງ


ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2024 ໄດ້ໄຂຂຶ້ນໃນຕອນເຊົ້າ 29 ມັງກອນ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2024.

ກອງປະຊຸມລັດຖະບານຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຫົວຂໍ້ ດັ່ງນີ້:

1. ວຽກງານພົ້ນເດັ່ນ ຂອງລັດຖະບານປະຈຳເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2024 ເຊິ່ງລວມມີ: ການເຄື່ອນໄຫວວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ລາຍງານ ກ່ຽວກັບລະບຽບການ ແລະ ກົນໄກ ໃນການໄປເຄື່ອນໄຫວວຽກງານການຕ່າງປະເທດ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ຜົນສຳເລັດ ແລະ ສະເໜີທິດຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ. ຫວຽດນາມ ປະຈຳປີ 2024.

2. ການປະເມີນຄືນບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ ແລະ ແຜນໃນຕໍ່ໜ້າ.

3. ຜົນການສະຫຼຸບ ແລະ ປະເມີນການຈັດຕັ້ງປະຕິບັດກອງທຶນ SME ໃນໄລຍະຜ່ານມາ ຕາມແຈ້ງການ ສະບັບເລກທີ 29/ຫສນຍ, ລົງວັນທີ 4 ມັງກອນ 2024.

4. ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດເອດ (ສະບັບປັບປຸງ).

5. ຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ).

6. ຜົນການປັບປຸງ ແລະ ຮຽບຮຽງ ເນື້ອໃນຮ່າງດໍາລັດວ່າດ້ວຍກອງທຶນຄວາມປອດໄພທາງລົດໄຟ.

7. ຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສະບັບສ້າງໃໝ່).

ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນ ໃນທ່າມກາງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ແລະ ພວມປະເຊີນໜ້າກັບຫຼາຍວິກິດການ ເຊິ່ງເປັນສາເຫດ ແລະ ປັດໄຈທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການລົງທຶນ ແລະ ການຄ້າ, ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນຫຼາຍປະເທດສູງຂຶ້ນໃນຮອບຫຼາຍປີ ເຊິ່ງສົ່ງຜົນກະທົບຊ້າເຕີມຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະ ກິດ-ການຄ້າ ຢ່າງຊັດເຈນຢູ່ຫຼາຍປະເທດໃນໂລກ. ສໍາລັບຢູ່ປະເທດລາວເຮົາ ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມຢ່າງຕໍ່ເນື່ອງ. ໂດຍສະເພາະ ບັນຫາລາຄານ້ຳມັນໂລກທີ່ປັບສູງຂຶ້ນ ເຮັດໃຫ້ພົບຄວາມຫຍຸ້ງຍາກສົມຄວນ ເນື່ອງຈາກປະເທດລາວເປັນປະເທດທີ່ນຳເຂົ້ານ້ຳມັນເຊື້ອໄຟ 100% ບວກກັບຄ່ານິຍົມ ໃນການຊົມໃຊ້ ແລະ ນຳເຂົ້າສິນຄ້າອຸປະໂພກ, ບໍລິໂພກຈາກທາງນອກເປັນສ່ວນຫຼາຍ, ໃນຂະນະດຽວກັນ ການຜະລິດ ແລະ ນຳໃຊ້ສິນຄ້າພາຍໃນຍັງມີໜ້ອຍ ເຮັດໃຫ້ຄວາມຕ້ອງການນຳໃຊ້ເງິນຕາຫຼາຍຂຶ້ນ ຈຶ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າ ຍັງຢູ່ໃນອັດຕາສູງ. ຕໍ່ສະພາບການດັ່ງກ່າວ, ລັດຖະບານ ກໍຄື ຄະນະສະເພາະກິດ 19/ກມສພ ສຸມໃສ່ເຄື່ອນໄຫວ ແລະ ຊີ້ນຳຂະແໜງການ ແລະ ທ້ອງຖິ່ນ ເພື່ອບັງຄັບໃຊ້ມາດຕະການຕ່າງໆ ທີ່ໄດ້ວາງອອກ ບົນພື້ນຖານຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃຫ້ຜ່ອນຄາຍລົງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງ ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/