ກຽມກັບມາແບບເຕັມວົງ! ກັບວົງສາຍຮ້ອງ BTOB ພ້ອມປ່ອຍເພງໃໝ່ໃນເດືອນ ມີນາ


ສຳນັກຂ່າວປະເທດເກົາຫຼີໄດ້ລາຍງານວ່າ BTOB ມີແຜນທີ່ຈະປ່ອຍເພງໃໝ່ໃນເດືອນ ມີນາ ຫຼັງຈາກໝົດສັນຍາພິເສດກັບທາງຕົ້ນສັງກັດທີ່ຢູ່ມາຍາວນານຢ່າງ Cube Entertainment ໂດຍມີສະມາຊິກ Eunkwang, Minhyuk, Hyunsik ແລະ Peniel ຈະໄດ້ເຊັນສັນຍາກັບຕົ້ນສັງກັດທີ່ຈັດຕັ້ງຂຶຶ້ນໄວໆນີ້ ໃນສ່ວນຂອງ Changsub ໄດ້ເຊັນສັນຍາກັບທາງ Fantagio ທາງ Sungjae ເອງໄດ້ເຊັນສັນຍາກັບບໍລິສັດ iWill Media.

ແຕ່ເຖິງຈະແຍກກັນໄປຢູ່ໃນສັງກັດໃໝ່ທີ່ຕ່າງກັນໄປ ແຕ່ສະມາຊິກແຕ່ລະຄົນຕ່າງຕັ້ງໃຈວ່າ “BTOB ຄືສິ່ງທີ່ສໍາຄັນທີ່ສຸດ ບໍ່ຕ້ອງກັງວົນ ພວກເຮົາຍັງຄົງເຮັດກິດຈະກຳວົງ ແລະ ມີແຜນຮ່ວມກັນໃນອະນາຄົດ” ພ້ອມປະກາດຈະຄຳແບັກເພງໃໝ່ໃນເດືອນ ມີນາ ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/