ຊ່ວງປະມານວັນທີ 19-20 ພຶດສະພາ 2026, ເມື່ອຊາວບ້ານກຸ່ມໜຶ່ງໄດ້ເຂົ້າໄປພາຍໃນຖ້ຳເພື່ອຫາແຮ່ທອງຄຳ ແລະ ເຄື່ອງປ່າ ແຕ່ເກີດຝົນຕົກໜັກຢ່າງຕໍ່ເນື່ອງ ຈົນເຮັດໃຫ້ນ້ຳພາຍໃນຖ້ຳເພີ່ມລະດັບສູງຂຶ້ນຢ່າງວ່ອງໄວ ຕັດຂາດເສັ້ນທາງອອກຈາກຖ້ຳ ສົ່ງຜົນໃຫ້ມີຜູ້ຕິດຄ້າງຢູ່ພາຍໃນລວມ 7 ຄົນ ໂດຍມີພຽງ 1 ຄົນທີ່ສາມາດໜີອອກມາໄດ້ສຳເລັດ ແລະ ໄດ້ຟ້າວເຂົ້າໄປແຈ້ງໜ່ວຍງານເພື່ອຂໍຄວາມຊ່ວຍເຫຼືອ.
ຫຼັງໄດ້ຮັບແຈ້ງເຫດ ທາງການສປປລາວໄດ້ລະດົມກຳລັງຈາກຫຼາຍໜ່ວຍງານ ທັງໜ່ວຍກູ້ໄພ, ທະຫານ, ຕຳຫຼວດ, ທີມແພດ ແລະ ຊາວບ້ານໃນພື້ນທີ່ ເຂົ້າຮ່ວມປະຕິບັດການຄົ້ນຫາ ແລະ ຊ່ວຍເຫຼືອທັນທີ. ຂະນະດຽວກັນຍັງໄດ້ຮັບຄວາມຮ່ວມມືຈາກທີມກູ້ໄພຂອງປະເທດໄທ ເຊິ່ງມີຜູ້ຊ່ຽວຊານດ້ານດຳນ້ຳໃນຖ້ຳເຂົ້າຮ່ວມພາລະກິດອີກດ້ວຍ ເນື່ອງຈາກສະພາບພາຍໃນຖ້ຳມີຄວາມຊັບຊ້ອນ, ອັນຕະລາຍ ແລະ ຕ້ອງໃຊ້ທັກສະສະເພາະທາງໃນການເຂົ້າເຖິງ.
ລາຍງານຈາກພາກສະໜາມລະບຸວ່າ ພາຍໃນຖ້ຳມີລັກສະນະແຄບ ແລະ ຄົດຄ້ຽວ ບາງຊ່ວງກວ້າງພຽງປະມານ 50-60 ຊັງຕີແມັດ ເຮັດໃຫ້ໜ່ວຍງານຕ້ອງໄດ້ຄານ ແລະ ດຳນ້ຳຜ່ານທາງແຄບຫຼາຍຈຸດ ອີກທັງຍັງມີກະແສນ້ຳໄຫຼແຮງ ລະດັບນ້ຳເພີ່ມຂຶ້ນຕະຫຼອດເວລາ ແລະ ມີຫິນຈຳນວນຫຼາຍທີ່ອາດຖະຫຼົ່ມລົງໄດ້ ສົ່ງຜົນໃຫ້ການປະຕິບັດງານເຕັມໄປດ້ວຍຄວາມສ່ຽງ. ນອກຈາກນີ້ ຝົນທີ່ຕົກລົງມາຢ່າງຕໍ່ເນື່ອງເຮັດໃຫ້ການສູບນ້ຳອອກຈາກຖ້ຳເຮັດໄດ້ຍາກ ແລະ ເປັນອຸປະສັກສຳຄັນຕໍ່ການຕໍ່ການເຂົ້າເຖິງຈຸດທີ່ຄາດວ່າຜູ້ສູນຫາຍຍັງຕິດຢູ່.
ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງໄຊສົມບູນ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂງ ທັງເປັນຫົວໜ້າຄະນະທີມງານຕິດຕາມໄດ້ເປີດເຜີຍວ່າ ໃນຕອນບ່າຍວັນທີ 24 ພຶດສະພາ 2026 ທີມກູ້ໄພຈາກ 4 ພາກສ່ວນໄດ້ເດີນທາງຮອດພື້ນທີ່ ແລະ ເລີ່ມປະຕິບັດງານຕົວຈິງໃນຖ້ຳທັນທີ ຫຼັງຈາກປະຊຸມຮ່ວມກັບເຈົ້າໜ້າທີ່ພາກສະໜາມ ແລະ ຊາວບ້ານທີ່ມີປະສົບການເຄີຍເຂົ້າໄປໃນຮູຖ້ຳຜາຫິນເພື່ອຊ່ວຍສັງລວມຂໍ້ມູນ ແລະ ວາງແຜນຊ່ວຍເຫຼືອຢ່າງລະອຽດ.
ໃນມື້ດຽວກັນ, ທີມງານກູ້ໄພຈາກປະເທດໄທຈຳນວນ 6 ຄົນ ພ້ອມຊາວບ້ານໃນພື້ນທີ່ອີກ 3 ຄົນໄດ້ເຂົ້າປະຕິບັດການສຳຫຼວດຮອບທຳອິດພາຍໃນຖ້ຳ ໂດຍນຳພາບຖ່າຍ ແລະ ຂໍ້ມູນສະພາບແວດລ້ອມອອກມາວິເຄາະກ່ອນປະຊຸມວາງແຜນທີ່ຄາດວ່າຜູ້ຕິດຄ້າງຢູ່ພາຍໃນ. ແຕ່ຕໍ່ມາເກີດຝົນຕົກໜັກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ຳເພີ່ມຂຶ້ນຢ່າງວ່ອງໄວ ຂະນະດຽວກັນອຸປະກອນຊ່ວຍເຫຼືອບາງສ່ວນຍັງຂົນສົ່ງເຂົ້າໄປບໍ່ຮອດພື້ນທີ່ ເນື່ອງຈາກເສັ້ນທາງເຕັ້ມໄປດ້ວຍຕົມ ແລະ ການເດີນທາງຍາກລຳບາດ ສົ່ງຜົນໃຫ້ຕ້ອງລະງົບແຜນດຳນ້ຳຊົ່ວຄາວເພື່ອຄວາມປອດໄພຂອງເຈົ້າໜ້າທີ່.
ເຖິງແມ້ວ່າຕ້ອງໄດ້ຢຸດແຜນດຳນ້ຳ ແຕ່ທີມກູ້ໄພຍັງຄົງເດີນໜ້າສູບນ້ຳອອກຈາກຖ້ຳຕະຫຼອດ 24 ຊົ່ວໂມງ ພ້ອມທັງຈັດກຽມອຸປະກອນທາງການແພດ, ລົດໂຮງໝໍ, ໜ່ວຍສຸກເສີນ, ສະບຽງອາຫານ ແລະ ອຸປະກອນສະໜັບສະໜູນຕ່າງໆ ໄວ້ຮອງຮັບຕະຫຼອດເວລາ. ຂະນະດຽວກັນເຈົ້າໜ້າທີ່ຍັງເພີ່ມມາດຕະການຮັກສາຄວາມປອດໄພ ແລະ ຄວບຄຸມພື້ນທີ່ໂດຍຮອບ ເພື່ອອຳນວຍຄວາມສະດວກຕໍ່ພາລະກິດກູ້ໄພ.
ສຳລັບແຜນປະຕິບັດງານໃນວັນທີ 25 ພຶດສະພາ 2026, ທີມກູ້ໄພກຽມເດີນໜ້າດຳນ້ຳຕໍ່ຈາກ “ຈຸດທີ 6” ມຸ່ງໜ້າໄປບໍລິເວນທີ່ເອີ້ນວ່າ “ເນີນ 30 ອົງສາ” ເຊິ່ງຢູ່ເລິກເຂົ້າໄປປະມານ 30 ແມັດ ແລະ ເປັນຈຸດທີ່ຄາດວ່າຜູ້ຕິດຄ້າງອາດຍັງຫຼົບຢູ່ພາຍໃນ ເນື່ອງຈາກເປັນພື້ນທີ່ສູງກວ່າລະດັບນ້ຳພາຍໃນຖ້ຳ ໂດຍເຈົ້າໜ້າທີ່ຫວັງວ່າຫາກສາມາດຜ່ານຈຸດທີ່ກະແສນ້ຳໄຫຼແຮງ ແລະ ທາງແຄບໄປໄດ້ກໍຈະມີໂອກາດພົບຜູ້ລອດຊີວິດ.
ຈົນຮອດຕອນນີ້ ຍັງບໍ່ມີການຢືນຢັນຢ່າງເປັນທາງການວ່າສາມາດຕິດຕໍ່ ຫຼື ພົບຜູ້ທີ່ຕີດຄ້າງໄດ້ແລ້ວ ຫຼື ບໍ່. ແຕ່ທຸກໜ່ວຍງານຍັງຄົງເດີນໜ້າພາລະກິດແຂ່ງກັບເວລາຢ່າງເຕັມກຳລັງ ທ່າມກາງຄວາມຫວັງຂອງຄອບຄົວ, ຍາດຕິພີ່ນ້ອງ ແລະ ປະຊາຊົນຈຳນວນຫຼາຍ ທີ່ເຝົ້າຖ້າຟັງຂ່າວດີວ່າທຸກຄົຮຈະປອດໄພ ແລະ ໄດ້ຮັບການຊ່ວຍເຫຼືອອອກມາຈາກຖ້ຳໄດ້ສຳເລັດ.
ແຫຼ່ງຂໍ້ມູນ: Thai PBS World, Lao National Radio, KPL


