ປົກເວັບ 82

ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານຮ່ວມພັດທະນາ (JDB) ອອກມາຢັ້ງຢືນຄວາມໝັ້ນຄົງທາງການເງິນ ພາຍຫຼັງສະຫະພາບເອີຣົບ (EU) ວາງມາດຕະການຕໍ່ JDB ໂດຍເນັ້ນເປົ້າໝາຍສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນວ່າການບໍລິການຍັງເປັນປົກກະຕິ ພ້ອມກຽມຍົກລະດັບມາດຕະຖານທະນາຄານລາວໃຫ້ທຽບເທົ່າສາກົນ ເພື່ອປົກປ້ອງຜົນປະໂຫຍດລູກຄ້າ ແລະ ສະຖຽນລະພາບເສດຖະກິດຊາດ.

ຈາກກໍລະນີທີ່ສະຫະພາບເອີຣົບ (EU) ໄດ້ມີການວາງມາດຕະການລົງໂທດຕໍ່ທະນາຄານຮ່ວມພັດທະນາ (JDB) ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 14 ພຶດສະພາ ຜ່ານມາ ພາຍໃຕ້ມາດຕະການຊຸດທີ 20 ໂດຍລະບຸສາເຫວ່າ JDB ມີການເຊື່ອມຕໍ່ ຫຼື ໃຊ້ປະໂຫຍດ ຈາກລະບົບ ສົ່ງຂໍ້ຄວາມທາງການເງິນ SPFS ເຊິ່ງເປັນລະບົບທີ່ຣັດເຊຍພັດທະນາຂຶ້ນມາໃຊ້ ແທນລະບົບ SWIFT, ຊິ່ງ EU ເບິ່ງວ່າເປັນການຊ່ວຍລັດເຊຍຫຼົບຫຼີກມາດຕະການລົງໂທດ ແລະ ເປັນການຕໍ່ລົມຫາຍໃຈໃຫ້ເສດຖະກິດ ເພື່ອເຮັດສົງຄາມຂອງລັດເຊຍ.

ຫຼ້າສຸດ ທາງທະນາຄານແຫ່ງ ສປປ ລາວ ບໍ່ໄດ້ນິ້ງນອນໃຈ ແລະ ໄດ້ລົງກວດກາພົບວ່າ ສະຖານະທາງການເງິນຂອງ JDB ໂດຍລວມຍັງມີຄວາມໝັ້ນຄົງ ເຂັ້ມແຂງ ແລະ ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວໄດ້ຢ່າງຄົບຖ້ວນ. ອັດຕາສ່ວນຄວາມພຽງພໍຂອງທຶນ ແລະ ສະພາບຄອງແມ່ນຢູ່ໃນເກນທີ່ກຳນົດ ຂະນະທີ່ໜີ້ບໍ່ເກີດດອກອອກຜົນ (NPL) ກໍຢູ່ໃນລະດັບຕ່ຳ ເຊິ່ງປັດຈຸບັນ ທຫລ ກຳລັງເຮັດວຽກຢ່າງໃກ້ຊິດກັບສະຖານທູດ EU ປະຈຳລາວ, ຄະນະກຳມາທິການເອີຣົບ ແລະ JDB ເພື່ອແກ້ໄຂບັນຫາຢ່າງເລັ່ງດ່ວນ.

ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ທ່ານນາງ ມະນີພອນ ອິນຕະວັນ, ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ໄດ້ຖະແຫຼງຂ່າວຊີ້ແຈງຢ່າງຊັດເຈນວ່າ: “ຂໍໃຫ້ບັນດາທ່ານອຸ່ນໃຈ ແລະ ມີຄວາມໝັ້ນໃຈໃນການໃຊ້ບໍລິການ ຂອງທຸກທະນາຄານຢູ່ສປປລາວ ລວມທັງທະນາຄານ JDB ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງສປປລາວ… ຖ້າບໍ່ຈຳເປັນແທ້ຂໍແນະນຳໃຫ້ບັນດາທ່ານສືບຕໍ່ຮັກສາເງິນຝາກຂອງຕົນໄວ້ກັບທະນາຄານ.” ທັງນີ້ກໍເພື່ອຮັບປະກັນຄວາມປອດໄພຂອງຊັບສິນປະຊາຊົນຈາກເຫດການອາດຊະຍາກຳຕ່າງໆ ທີ່ອາດເກີດຂຶ້ນຫາກຖອນເງິນສົດມາເກັບໄວ້ນຳຕົວ.

ໃນຂະນະດຽວກັນ ທາງດ້ານທະນາຄານ JDB ເຊິ່ງເປັນສະຖາບັນການເງິນທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ຮັບໃຊ້ສັງຄົມລາວມາຫຼາຍກວ່າ 36 ປີ ກໍໄດ້ອອກມາຊີ້ແຈງຢັ້ງຢືນເຖິງຄວາມໂປ່ງໃສ ແລະ ຜົນກຳໄລໃນການດຳເນີນທຸລະກິດທີ່ເຕີບໂຕຢ່າງຕໍ່ເນື່ອງ. ເພື່ອເປັນການສະແດງໃຫ້ເຫັນເຖິງສະຖຽນລະພາບທີ່ໜັກແໜ້ນ ທາງທະນາຄານກຽມຈະເບີກຈ່າຍເງິນປັນຜົນໃຫ້ແກ່ນັກລົງທຶນໃນວັນທີ 25 ນີ້ຕື່ມອີກ. 

ການບໍລິການພາຍໃນປະເທດຕ່າງໆ ເຊັ່ນ: ການຝາກ-ຖອນເງິນ, ການສະໜອງສິນເຊື່ອ ແລະ ຜະລິດຕະພັນຍ່ອຍອື່ນໆ ແມ່ນຍັງສາມາດໃຫ້ບໍລິການໄດ້ຢ່າງເປັນປົກກະຕິ.

ຜູ້ບໍລິຫານຂອງທະນາຄານ JDB ທ່ານ ສາຄອນ ຍໍ່ພັນໄຊ, ໄດ້ກ່າວຢັ້ງຢືນຢ່າງໜັກແໜ້ນວ່າ: “ຂໍໃຫ້ບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງ JDB ໝັ້ນໃຈວ່າພວກເຮົາຍັງດຳເນີນທຸລະກິດເປັນປົກກະຕິ ໂດຍສະເພາະທຸລະກິດການເງິນຂອງພວກເຮົາໃນການຊຳລະສະສາງຕ່າງໆ” 

ພ້ອມດຽວກັນນີ້ ທາງ JDB ຂອງພວກເຮົາກໍຍັງໄດ້ສືບຕໍ່ເພື່ອຍົກລະດັບມາດຕະຖານຕ່າງໆທາງພາຍໃນຂອງພວກເຮົາ ເພື່ອໃຫ້ໄດ້ເງື່ອນໄຂມາດຕະຖານສາກົນ ແລະ ໃຫ້ສອດຄ່ອງກັບລະບຽບການຂອງ EU.”

ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ເປັນສິ່ງທ້າທາຍ ແຕ່ຍັງຖືເປັນໂອກາດອັນດີທີ່ ທຫລ ແລະ JDB ຈະໄດ້ເລັ່ງທົບທວນລະບຽບການ, ເສີມສ້າງລະບົບທະນາຄານໃຫ້ທັນສະໄໝ, ມີຄວາມໂປ່ງໃສ ແລະ ເຊື່ອມໂຍງກັບມາດຕະຖານສາກົນຢ່າງເຕັມຮູບແບບ. 

ການຮ່ວມມືຢ່າງຈິງຈັງລະຫວ່າງ ທຫລ, JDB ແລະ ສະຫະພາບເອີຣົບ ຈະກາຍເປັນບາດກ້າວສຳຄັນໃນການຍົກລະດັບມາດຕະຖານການເງິນຂອງປະເທດລາວໃຫ້ສູງຂຶ້ນ ເຊິ່ງຈະເປັນການຮັບປະກັນທັງຜົນປະໂຫຍດສູງສຸດຂອງຜູ້ຝາກເງິນ ແລະ ຮັກສາສະຖຽນລະພາບຂອງເສດຖະກິດຊາດໃນໄລຍະຍາວ.

#ທຫລ #JDB #ທະນາຄານຮ່ວມພັດທະນາ #ເສດຖະກິດລາວ #ຂ່າວເສດຖະກິດ #ຄວາມໝັ້ນຄົງທາງການເງິນ

Comments are disabled