WhatsApp Image 2569 04 03 at 10 11 36

ສູນສະຖິຕິແຫ່ງຊາດອອກມາ ຊີ້ແຈງກໍລະນີສື່ມວນຊົນເຜີຍແຜ່ຕົວເລກພົນລະເມືອງລາວ 6,7 ລ້ານຄົນ ໂດຍຢືນຢັນວ່າເປັນພຽງຂໍ້ມູນເບື້ອງຕົ້ນທີ່ຍັງບໍ່ທັນຜ່ານການຮັບຮອງ. ການນຳຕົວເລກດັ່ງກ່າວໄປປຽບທຽບແບບຜິດຫຼັກການ ອາດສົ່ງຜົນກະທົບໃຫ້ສັງຄົມເຂົ້າໃຈຜິດວ່າພົນລະເມືອງຫຼຸດລົງ, ພ້ອມຮຽກຮ້ອງໃຫ້ລໍຖ້າການປະກາດຢ່າງເປັນທາງການເພື່ອຄວາມຖືກຕ້ອງຊັດເຈນ.

ໃນໄລຍະຕົ້ນເດືອນພຶດສະພາ 2026 ທີ່ຜ່ານມາ, ໄດ້ມີບາງສຳນັກຂ່າວນຳເອົາຕົວເລກພົນລະເມືອງ 6,7 ລ້ານຄົນ ຈາກການລາຍງານໃນກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີ V ເມື່ອວັນທີ 30 ເມສາ 2026 ໄປເຜີຍແຜ່ອອກສູ່ສັງຄົມ ຕໍ່ກັບປະເດັນດັ່ງກ່າວ, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ອອກມາຊີ້ແຈງຢ່າງເປັນທາງການວ່າ ຂໍ້ມູນດັ່ງກ່າວຍັງຢູ່ໃນຂະບວນການກວດກາ ແລະ ພິຈາລະນາຮັບຮອງ ເຊິ່ງກອງປະຊຸມດັ່ງກ່າວມີຈຸດປະສົງພຽງເພື່ອແລກປ່ຽນຄຳຄິດເຫັນພາຍໃນລະດັບຄະນະຊີ້ນຳເທົ່ານັ້ນ, ຍັງບໍ່ທັນຮອດຂັ້ນຕອນທີ່ຈະສາມາດປະກາດນຳໃຊ້ ແລະ ເຜີຍແຜ່ເປັນທາງການໄດ້.

ຕາມການລາຍງານຂອງ ຂປລ, ສຳລັບຕົວເລກ 6,7 ລ້ານຄົນນັ້ນ, ທາງພາກສ່ວນກ່ຽວຂ້ອງໄດ້ອະທິບາຍຢ່າງລະອຽດວ່າ ແມ່ນກວມເອົາສະເພາະພົນລະເມືອງທີ່ມີໜ້າຢູ່ເປັນປະຈຳໃນ ສປປ ລາວ ຕັ້ງແຕ່ 6 ເດືອນຂຶ້ນໄປເທົ່ານັ້ນ ໂດຍຍັງບໍ່ທັນໄດ້ລວມເອົາຄົນລາວທີ່ອາໄສຢູ່ຕ່າງປະເທດເກີນ 6 ເດືອນ. 

ດັ່ງນັ້ນ, ການນຳເອົາຕົວເລກສະເພາະກຸ່ມນີ້ ໄປສົມທຽບກັບຈຳນວນພົນລະເມືອງທັງໝົດ 6,5 ລ້ານຄົນໃນປີ 2015 ແມ່ນຖືວ່າຜິດຫລັກການໃນການສົມທຽບຂໍ້ມູນ. ນອກຈາກນີ້, ການນຳໄປທຽບກັບຕົວເລກຄາດຄະເນ 7,6 ຫາ 7,7 ລ້ານຄົນ ໃນປີ 2024-2025 ກໍບໍ່ສາມາດສະຫຼຸບໄດ້ວ່າພົນລະເມືອງລາວມີການຫຼຸດລົງ ເນື່ອງຈາກຕົວເລກຄາດຄະເນດັ່ງກ່າວແມ່ນອີງໃສ່ສົມມຸດຖານເກົ່າກ່ຽວກັບອັດຕາການເກີດ, ການຕາຍ ແລະ ການຍົກຍ້າຍໃນ 10 ປີກ່ອນ ເຊິ່ງສະພາບຕົວຈິງໃນປັດຈຸບັນໄດ້ມີການປ່ຽນແປງໄປຈາກສົມມຸດຖານທີ່ເຄີຍຕັ້ງໄວ້ແລ້ວ.

ເພື່ອເປັນການແກ້ໄຂບັນຫາ ແລະ ສະກັດກັ້ນຄວາມເຂົ້າໃຈຜິດທີ່ອາດຈະເກີດຂຶ້ນຕື່ມໃນອະນາຄົດ, ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມກັບບັນດາສຳນັກຂ່າວອ້ອມຂ້າງສູນກາງ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຜົນເບື້ອງຕົ້ນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກໍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຄົ້ນຄວ້າ ແລະ ປັບປຸງຂໍ້ມູນໃຫ້ມີຄວາມຊັດເຈນທີ່ສຸດ ກ່ອນທີ່ຈະມີການປະກາດຮັບຮອງ ແລະ ເຜີຍແຜ່ຜົນສຸດທ້າຍອອກສູ່ສາຍຕາສັງຄົມຢ່າງເປັນທາງການຕໍ່ໄປ.

#LaoX #LaoXperts #ສຳຫລວດພົນລະເມືອງລາວ #ສູນສະຖິຕິແຫ່ງຊາດ #ຂ່າວລາວ #ກະຊວງການເງິນ #ຄວາມຈິງສະຖິຕິປະຊາກອນ #LaoCensus2025

Comments are disabled