ລັດຖະບານກາງ ໃນປັກກິ່ງ ປະກາດມາດຕະການຂັ້ນເດັດຂາດ ກວາດລ້າງການລົງທຶນຂ້າມແດນຜິດກົດໝາຍພາຍໃນ 2 ປີ ເພື່ອສະກັດກັ້ນເງິນທຶນໄຫຼອອກທີ່ສູງເປັນປະຫວັດການກວ່າ 1 ລ້ານລ້ານໂດລາສະຫະລັດ. ແນໃສ່ຈັດລະບຽບຕະຫຼາດທຶນໃໝ່ ເຊິ່ງບໍ່ພຽງແຕ່ທຸບລາຄາຮຸ້ນນາຍໜ້າການເງິນດິ່ງລົງຢ່າງໜັກ ແຕ່ຍັງຈະສົ່ງຜົນກະທົບໂດຍກົງຕໍ່ກະແສເງິນທຶນໃນ ສປປ ລາວ ແລະ ປະເທດອ້ອມຂ້າງ.
ຕາມການລາຍງານຂອງ ຂອງ bloomberg, ຄວາມເຄື່ອນໄຫວດັ່ງກ່າວໄດ້ຮັບການເປີດເຜີຍໃນວັນທີ 22 ພຶດສະພາ 2026 ໂດຍຄະນະກຳມະການກຳກັບຫຼັກຊັບຈີນ (CSRC) ຮ່ວມກັບອີກ 7 ໜ່ວຍງານລັດ ພາຍໃຕ້ການອະນຸມັດຈາກຄະນະລັດຖະມົນຕີ ໂດຍມີເປົ້າໝາຍຫຼັກໃນການຕັດວົງຈອນບໍລິການການລົງທຶນຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ ແລະ ບີບບັງຄັບໃຫ້ນັກລົງທຶນຫັນໄປໃຊ້ຊ່ອງທາງທີ່ຖືກຕ້ອງຕາມກົດໝາຍ.
ພາຍໃຕ້ມາດຕະການໃໝ່ນີ້ ສະຖາບັນການເງິນຕ່າງຊາດຈະຖືກສັ່ງຫ້າມບໍ່ໃຫ້ເຮັດການຕະຫຼາດກ່ຽວກັບຜະລິດຕະພັນຮຸ້ນ, ຟິວເຈີ ແລະ ກອງທຶນໃນປະເທດຈີນຢ່າງເດັດຂາດ ລວມເຖິງຫ້າມເປີດບັນຊີ ຫຼື ອຳນວຍຄວາມສະດວກດ້ານການໂອນເງິນໃຫ້ລູກຄ້າໃນຈີນແຜ່ນດິນໃຫຍ່.
ນອກຈາກນີ້ ການປາບປາມຍັງກວມເອົາບໍລິສັດ ແລະ ບຸກຄົນພາຍໃນຈີນທີ່ໃຫ້ການສະໜັບສະໜູນກິດຈະກຳດັ່ງກ່າວ ບໍ່ວ່າຈະເປັນນາຍໜ້າ, ນັກພັດທະນາຊອບແວ ຫຼື ແມ່ນແຕ່ແພລັດຟອມໂຊຊຽວມີເດຍທີ່ເຜີຍແຜ່ເນື້ອຫາຊັກຊວນການລົງທຶນຜິດກົດໝາຍ ກໍຈະຖືກກວດສອບຢ່າງເຂັ້ມງວດທັງໃນແງ່ການຟອກເງິນ ແລະ ຄວາມໝັ້ນຄົງທາງໄຊເບີ.
ຂໍ້ມູນຈາກ Bloomberg Intelligence ລະບຸວ່າ ໃນປີ 2025 ທີ່ຜ່ານມາ ມີເງິນທຶນປະເພດອັນຕະລາຍ ຫຼື “Hot Money” ໄຫຼອອກຈາກຈີນສູງເຖິງ 1.04 ລ້ານລ້ານໂດລາສະຫະລັດ ເຊິ່ງເປັນລະດັບທີ່ສູງທີ່ສຸດນັບຕັ້ງແຕ່ເລີ່ມເກັບສະຖິຕິໃນປີ 2006. ມາດຕະການທີ່ເຄັ່ງຄັດຂຶ້ນນີ້ ໄດ້ສົ່ງຜົນກະທົບທັນທີຕໍ່ຕະຫຼາດຮຸ້ນ ໂດຍສະເພາະຮຸ້ນຂອງ Up Fintech ຫຼື Tiger Brokers ທີ່ຈົດທະບຽນໃນສະຫະລັດ ເຊິ່ງລາຄາໄດ້ຫຼຸດລົງສູງສຸດເຖິງ 47% ໃນການຊື້ຂາຍກ່ອນເປີດຕະຫຼາດ ຂະນະທີ່ຮຸ້ນຂອງ Futu Holdings ກໍດິ່ງລົງກວ່າ 35% ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມກັງວົນຂອງນັກລົງທຶນ.
ພາກທະນາຄານເອງກໍຈະຕ້ອງເພີ່ມມາດຕະການກວດສອບທຸລະກຳເງິນຕາຕ່າງປະເທດຂາອອກຢ່າງໃກ້ຊິດ ເພື່ອຕັດວົງຈອນເຄືອຂ່າຍທະນາຄານໃຕ້ດິນ ແລະ ການເຄື່ອນຍ້າຍເງິນທຶນທີ່ຜິດກົດໝາຍ.
ສຳລັບຜົນກະທົບຕໍ່ປະເທດເພື່ອນບ້ານ ນະໂຍບາຍການກວາດລ້າງຄັ້ງນີ້ຄາດວ່າຈະສົ່ງແຮງກະທົບຢ່າງໜັກຕໍ່ກະແສເງິນທຶນນອກລະບົບທີ່ເຄີຍໄຫຼເຂົ້າມາໃນພາກພື້ນ ໂດຍສະເພາະໃນ ສປປ ລາວ, ໄທ, ແລະ ກຳປູເຈຍ ເຊິ່ງເຄີຍເປັນຈຸດໝາຍປາຍທາງຂອງການລົງທຶນທັງໃນພາກອະສັງຫາລິມະຊັບ, ທຸລະກິດບໍລິການ, ຄາສິໂນ ແລະ ການຄ້າຊາຍແດນ ທີ່ອາໄສເງິນທຶນຈາກນັກລົງທຶນລາຍຍ່ອຍຊາວຈີນ.
ເມື່ອລັດຖະບານຈີນປິດປະຕູເງິນທຶນໄຫຼອອກນອກລະບົບ ໂຄງການພັດທະນາ ຫຼື ທຸລະກິດບາງສ່ວນໃນປະເທດອ້ອມຂ້າງອາດປະເຊີນກັບພາວະຂາດສະພາບຄ່ອງ ຫຼື ຊະລໍຕົວລົງຢ່າງຫຼີກລ່ຽງບໍ່ໄດ້.
ແຕ່ໃນມຸມກັບກັນ ປະກົດການນີ້ຖືເປັນໂອກາດດີສຳລັບ ສປປ ລາວ ໃນການປັບໂຄງສ້າງການຮັບການລົງທຶນ ໂດຍຫັນມາສົ່ງເສີມການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຖືກຕ້ອງຕາມກົດໝາຍຜ່ານຊ່ອງທາງທາງການ ເຊິ່ງຈະຊ່ວຍສ້າງສະຖຽນລະພາບທາງເສດຖະກິດ ແລະ ຄວາມໝັ້ນຄົງໃນໄລຍະຍາວໃຫ້ແກ່ປະເທດໄດ້ດີກວ່າເດີມ.
#LaoXperts #ການລົງທຶນຕ່າງປະເທດ #ເສດຖະກິດຈີນ #ເງິນທຶນໄຫຼອອກ #ຂ່າວເສດຖະກິດ #ຜົນກະທົບສປປລາວ #ຕະຫຼາດທຶນ


