U10 W.I.G NAGA ຕົວແທນນັກກິລາເຕະບານເຍົາວະຊົນລາວໄປຮ່ວມຊິງໄຊ U10 ລະດັບສາກົນ


ທັບນັກກິລາ U10 W.I.G NAGA ທີມເຍົາວະຊົນລາວ ເດີນໜ້າໄປສ້າງຊື່ສຽງໃຫ້ກັບ ສປປ ລາວ ອີກຄັ້ງດ້ວຍການເດີນທາງໄປແຂ່ງຂັນໃນລາຍການໃຫຍ່ລາຍການ Peace Cup 2023 ທີ່ເມືອງເສິນຢາງ Shenyang ສປ ຈີນ ໃນລະຫວ່າງວັນທີ 11-18 ສິງຫາ 2023 ໂດຍມີທີມຊັ້ນນຳຈາກ 23 ປະເທດເຂົ້າຮ່ວມຊິງໄຊ.

ກ່ອນໜ້ານີ້ U12 ຂອງ U10 W.I.G NAGA ໄດ້ຄວ້າອັນດັບ 5 ຈາກ 32 ທີມຊັ້ນນໍາຂອງອາຊີ ໃນລາຍການ JS CUP 2023 ຫຼື Ji-Sung Park International youth Cup 2023 ທີ່ ສ.ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023. ຫຼ້າສຸດ U10 ກໍໄດ້ເດີນທາງໄປຍັງ ສປ ຈີນ ພ້ອມທັບສະຫະພັນບານເຕະນະຄອນຫຼວງວຽງຈັນ.

ສະໂມສອນ W.I.G NAGA ເປັນສະໂມສອນເຍົາວະຊົນລາວ ທີ່ຟອມກໍາລັງມາແຮງສຸດໃນປີ 2023 ກວາດມາຫຼາຍແຊ້ມ, ການສ້າງຕັ້ງສະໂມສອນນີ້ຂຶ້ນມາ ກໍເພື່ອຢາກໃຫ້ເດັກນ້ອຍລາວມີເວທີໄປແຂ່ງຂັນລາຍການທີ່ຕ່າງປະເທດຫຼາຍຂຶ້ນ ຜ່ານມາກໍໄດ້ສົ່ງ U12 ໄປແຂ່ງຂັນຢູ່ ສ.ເກົາຫຼີ.

ຂໍ້ມູນຈາກ:

ຂ່າວເສດຖະກິດ-ການຄ້າ

WIG NAGA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/