ພາສາຈີນຄອງອັນດັບ 1 ເປັນພາສາຕ່າງປະເທດທີ່ຄົນລາວສະໝັກຮຽນຫຼາຍທີ່ສຸດ


ໃນໄລຍະຜ່ານມາ ມີນັກຮຽນຄຶກຄື້ນໃນການເຂົ້າສະໝັກເສັງ ໂດຍສະເພາະຢູ່ມະຫາວິທະຍາໄລແຫ່ງຊາດ ປີນີ້ແມ່ນມີຈຳນວນນັກຮຽນມາເສັງເປັນຈຳນວນຫຼາຍ ໂດຍສະເພາະຄະນະອັກສອນສາດແມ່ນໄດ້ຮັບຄວາມສົນໃຈເປັນພິເສດ ໂດຍສະເພາະແມ່ນພາສາຈີນ ແລະ ພາສາອັງກິດ. ສ່ວນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແມ່ນຄອງອັນດັບສອງທີ່ນັກຮຽນສອບເຂົ້າເສັງ ເຊິ່ງຜ່ານມາແມ່ນຈະຄອງອັນດັບໜຶ່ງຕະຫຼອດ.

ຈຳນວນຜູ້ລົງທະບຽນເສັງພາສາຈີນແມ່ນມາແຮງຫຼາຍ ປັດຈຸບັນພາສາຈີນມີຄົນສະໝັກຮຽນເຖິງ 2.253 ຄົນ ຮອງລົງມາແມ່ນພາສາອັງກິດ 1.824 ຄົນ, ອັນດັບ 3 ບໍລິຫານທຸລະກິດທົ່ວໄປ 1.627 ຄົນ ແລະ ການບັນຊີ 1.501 ຄົນ. ສັງເກດໄດ້ວ່າປີນີ້ ຈະມີນັກຮຽນເສັງເຂົ້າຮຽນພາສາຈີນຫຼາຍກວ່າພາສາອື່ນ ຖ້າທຽບໃສ່ໝວດພາສາຕ່າງປະເທດ.

ການຮຽນພາສາຈີນກໍເປັນອີກການເລືອກສາຍຮຽນອີກສາຍໜຶ່ງທີ່ເປີດໂອກາດໃຫ້ຕົນເອງໄດ້ຮຽນຮູ້ ອາຊີບກໍອາດຈະມີທາງເລືອກໄດ້ຫຼາຍພໍປະມານ. ເຖິງຢ່າງໃດກໍຕາມ ຮຽນພາສາຈີນແລ້ວ ກໍອາດຕ້ອງຮຽນວິຊາອື່ນເສີມໄປພ້ອມ ເພື່ອເພີ່ມຄວາມສາມາດອື່ນໃຫ້ແກ່ຕົນເອງ ອະນາຄົດອາດມີທາງເລືອກໃຫ້ຕົນເອງຫຼາຍຍິ່ງຂຶ້ນ ຕົວຢ່່າງ: ຄອມພິວເຕີ, ສາຍບັນຊີ ແລະ ສາຍອາຊີບອື່ນໆອີກ.

   ນອກຈາກນີ້ ອາຈານກາບແກ້ວ ທຳມະວົງ ນັກຂຽນຂວັນໃຈໄວໜຸ່ມ ຍັງແນະນຳໃຫ້ນັກຮຽນມີຄວາມສົນໃຈດ້ານກະສິກຳໃຫ້ຫຼາຍໆ ແລະ ພາກລັດ ກໍຄວນສົ່ງເສີມດ້ານນີ້ ເພາະເປັນດ້ານທີ່ປະເທດລາວມີຈຸດແຂງ ແລະ ປັດຈຸບັນນີ້ ໂລກຍິ່ງຕ້ອງການອາຫານຫຼາຍຂຶ້ນ ຍ້ອນປະຊາກອນໂລກເພີ່ມຂຶ້ນ ກະສິກຳກໍແມ່ນຂະແໜງທີ່ສຳຄັນ ແລະ ຈຳເປັນທີ່ສຸດເລີຍກໍວ່າໄດ້.

ຂໍ້ມູນຈາກ:

ຂ່າວເສດຖະກິດ-ການຄ້າ

Yorheart Hang

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/