ນະຄອນຫຼວງຈາກາຕາ ກາຍເປັນເມືອງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ


ຂໍ້ມູນຈາກ ໄອຄິວແອ (IQAir) ບໍລິສັດເທັກໂນໂລຢີຄຸນະພາບອາກາດຈາກປະເທດ ສະວິດເຊີແລນ ໄດ້ລະບຸວ່າ ຈາກາຈາ ນະຄອນຫຼວງຂອງປະເທດ ອິນໂດເນເຊຍ ໄດ້ກາຍເປັນເມືອງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ ຫຼັງຕິດຢູ່ໃນ 10 ອັນດັບ ເມືອງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກຢ່າງຕໍ່ເນື່ອງ ຕັ້ງແຕ່ເດືອນ ພຶດສະພາ 2023 ທີ່ຜ່ານມາ.

ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ຈາກາຕາ ປະເທດອິນໂດເນເຊຍ ທີ່ມີປະຊາກອນຫຼາຍກວ່າ 10 ລ້ານ ມີລະດັບມົນລະພິດທາງອາກາດທີ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງເກີດຈາກການຈະລາຈອນຕິດຂັດ, ຄວັນຈາກອຸດສາຫະກຳ ແລະ ໂຮງໄຟຟ້າຖ່ານຫີນ.

ປະຊາຊົນໃນເມືອງຕ່າງກໍປະສົບຄວາມລຳບາກ ແລະ ບໍ່ພໍ່ໃຈກັບສະພາບຄວາມເປັນຢູ່ຂອງພວກເຂົາ ຈົນມີການຍື່ນຟ້ອງຄະດີແພ່ງ ເມື່ອປີ 2021 ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມມົນລະພິດທາງອາກາດໃນເວລານັ້ນ ສານໄດ້ຕັດສິນໃຫ້ປະທານາທິບໍດີ ໂຈໂຄ ວິໂດໂດ ຜູ້ນຳປະເທດອິນໂດເນເຊຍ ຕ້ອງກຳນົດມາດຕະການຄຸນະພາບອາກາດຂອງປະເທດ.

ທາງດ້ານ ນາທານ ໂລດແຕນດີ ຜູ້ຮ່ວມກໍ່ຕັ້ງແອບພິເຄຊັນຄຸນະພາບອາກາດ ນາຟາດ ອິນໂດເນເຊຍ ໄດ້ກ່າວວ່າ “ລະດັບມົນລະພິດທາງອາກາດຍັງຄົງເປັນພິດຢ່າງຕໍ່ເນື່ອງ ໂດຍພວກເຮົາຫາຍໃຈຫຼາຍກວ່າ 20.000 ຄັ້ງຕໍ່ມື້ ແລະ ຖ້າເຮົາຮັບອາກາດເປັນພິດເຂົ້າສູ່ຮ່າງກາຍທຸກມື້ກໍອາດຈະເຮັດໃຫ້ເກີດໂຣກກ່ຽວກັບທາງເດີນຫາຍໃຈ ແລະ ປອດ ຈົນໄປຮອດໂຣກຫອບຫືດ ເຊິ່ງສາມາດສົ່ງຜົນກະທົບຕໍ່ພັດທະນາການທາງສະຕິປັນຍາຂອງເດັກນ້ອຍ ຫຼື ສຸຂະພາບຈິດໄດ້”

ທັງນີ້ ເມືອງມີມົນລະພິດ 5 ອັນດັບໄດ້ແກ່ ໂດຮາ ປະເທດກາຕາ ອັນດັບ 5 , ແບກແດດ ປະເທດ ອີຣານ ອັນດັບ 4, ດູໄບ ສະຫະລັດອາຣັບເອມິເລດ ອັບດັບ 3, ລາຮໍ ປະເທດ ປາກີສະຖານ ອັນດັບ 2 ແລະ ອັນດັບ1 ຈາກາຈາ ປະເທດ ອິນໂດເນເຊຍ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/