ນັກວິເຄາະຈາກ Bernstein ຄາດວ່າ ຕະຫຼາດ Stablecoin ໃນອີກ 5 ປີ ຈະສາມາດເຕີບໂຕຂຶ້ນໄປອີກໄດ້ເຖິງ 22 ເທົ່າ


ຈາກການສຶກສາໃໝ່ໂດຍ Bernstein ເຜີຍວ່າຕະຫຼາດ Stablecoin ຈະສາມາດເຕີບໂຕຂຶ້ນໄດ້ຢ່າງໄວວາໃນອີກ 5 ປີທາງໜ້າ, ໂດຍເຕີບໂຕຈາກລະດັບໃນປັດຈຸບັນທີ່ 125 ຕື້ລ້ານໂດລາໄປເປັນ 2,8 ພັນຕື້ໂດລາ ເຊິ່ງເພີ່ມຂຶ້ນເຖິງ 22 ເທົ່າ.

ນັກວິເຄາະໄດ້ກ່າວວ່າ ແພລັດຟອມການເງິນລາຍໃຫຍ່ທົ່ວໂລກຈະພາກັນເປີດຕົວ Stablecoin ເພື່ອສົ່ງເສີມການແລກປ່ຽນໃນແພລັດຟອມຂອງພວກເຂົາ.

ຍົກຕົວຢ່າງ: Facebook ທີ່ໄດ້ເປີດຕົວ Diem ຫຼຽນ Stablecoin ຂອງຕົນເອງເພື່ອສະໜັບສະໜູນເຄືອຂ່າຍສັງຄົມອອນລາຍ ແລະ E-commerce. ນອກຈາກນີ້ຍັງມີບໍລິສັດອື່ນໆທີ່ອອກຫຼຽນ Stablecoin ຂອງຕົນເອງອີກເຊັ່ນ: Amazon, Alibaba, Tencent, Apple, Google ແລະອື່ນໆ.

ໃນລາຍງານຍັງໄດ້ລະບຸອີກວ່າ ກົດລະບຽບຂອງ Stablecoin ໄດ້ຮັບການສະໜັບສະໜູນທາງການເມືອງຫຼາຍກວ່າກົດລະບຽບຂອງ Cryptocurrency. ເນື່ອງຈາກ Stablecoin ສາມາດສົ່ງເສີມລະບົບທາງການເງິນ, ການຊຳລະຂ້າມພົມແດນ ແລະ ເສດຖະກິດດິຈິຕອນໄດ້

ຢ່າງໃດກໍຕາມ, ໃນລາຍງານຍັງໄດ້ກ່າວເຕືອນວ່າ Stablecoin ຍັງຄົງຕ້ອງປະເຊີນກັບຄວາມທ້າທາຍ ແລະ ຄວາມສ່ຽງອີກຫຼາຍປະການເຊັ່ນ: ຄວາມບໍ່ແນ່ນອນທາງກົດໝາຍ, ຄວາມຜິດພາດທາງເຕັກນິກ, ຄູ່ແຂ່ງທາງການຄ້າ, ການຖືກ hack …

ທີ່ມາ:

bitcoinsistemi

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/