ຂະແໜງການກະສິກຳ ກະທົບໜັກ! ເນື້ອທີ່ການຜະລິດ ຢູ່ເມືອງຄູນຄຳ 6 ພັນກວ່າເຮັກຕາ ຖືກນ້ຳຖ້ວມເສຍຫາຍ ແລະ ມີສັດລ້ຽງສູນຫາຍອີກ 11 ພັນກວ່າໂຕ


ຈາກຜົນກະທົນທາງໄພພິບັດໃນອາທິດຜ່ານມາເຮັດໃຫ້ເນື້ອທີ່ທຳການຜະລິດ ຂອງປະຊາຊົນຢູ່ເມືອງຄູນຄຳ ແຂວງຄຳມ່ວນ ຖືກນ້ຳຖ້ວມ ເສຍຫາຍ 6 ພັນກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ນາປີ ຖືກນໍ້າຖ້ວມ 3.924 ເຮັກຕາ, ເນື້ອທີ່ປູກມັນຕົ້ນ ຖືກນໍ້າຖ້ວມ 1.849 ເຮັກຕາ, ເນື້ອທີ່ປູກກ້ວຍ ຖືກນໍ້າຖ້ວມ 289 ເຮັກຕາ, ເນື້ອທີ່ປູກພືດຜັກຕ່າງໆ  ຖືກນໍ້າຖ້ວມ 10 ເຮັກຕາ ແລະ ສັດລຽ້ງສູນຫາຍທັງໝົດ 11 ພັນກວ່າໂຕ.

ທ່ານ ດາວອາຊີ ສິດທິວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນຄໍາ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນ ທີ 9 ສິງຫາ 2023 ນີ້ວ່າ: ເມືອງຄູນຄໍາ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ ສ້າງຄວາມເສຍຫາຍເປັນຈຳນວນຫຼາຍ, ມວນນ້ຳໄດ້ໄຫຼເຂົ້າຖ້ວມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ທັງໝົດ 14 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບທັງໝົດ 12.767 ຄົນ, ມີ 2.575 ຫຼັງ ຄາເຮືອນ, 2.812 ຄອບຄົວ, ເນື້ອທີ່ທຳການຜະລິດ, ສັດລ້ຽງ, ໜອງປາ ຂອງປະຊາຊົນ ຖືກນ້ຳຖ້ວມເສຍຫາຍເປັນບໍລິເວນກວ້າງ. ສຳລັບເນື້ອທີ່ນາປີ ທົ່ວເມືອງ ມີ 4.570 ເຮັກຕາ, ປັກດໍາໄດ້ຕົວຈິງ 4.113 ເຮັກຕາ, ຖືກນໍ້າຖ້ວມ 3.924 ເຮັກຕາ, ເນື້ອທີ່ປູກມັນຕົ້ນ ມີທັງໝົດ 2.800 ເຮັກຕາ, ຖືກນໍ້າຖ້ວມ 1.849 ເຮັກຕາ, ເນື້ອທີ່ປູກກ້ວຍ ຂອງບໍລິສັດຖັງຄໍາ ມີ 361 ເຮັກຕາ, ຖືກນໍ້າຖ້ວມ 289 ເຮັກຕາ. ນອກນັ້ນ, ເນື້ອທີ່ປູກພືດຜັກຕ່າງໆ ທົ່ວເມືອງມີ 15 ເຮັກຕາ ຖືກນໍ້າຖ້ວມ 10 ເຮັກຕາ.

ສ່ວນ ສັດລຽ້ງ ທີ່ສູນຫາຍທັງໝົດ 11 ພັນກວ່າໂຕ ໃນນັ້ນ, ຄາດວ່າ ມີຄວາຍ 1.580 ໂຕ, ງົວ 3.177 ໂຕ, ໝູ 417 ໂຕ, ແບ້ 58 ໂຕ, ໄກ່ 5.874 ໂຕ ແລະ ເປັດ 452 ໂຕ. ພ້ອມນີ້, ຍັງມີໜອງປາ ຖືກນໍ້າຖ້ວມ ທັງໝົດ 284 ໜອງ, ປາທີ່ເສຍຫາຍ 237.300 ໂຕ. 

ທ່ານ ດາວອາຊີ ສິດທິວົງ ກ່າວອີກວ່າ: ພາຍຫຼັງນ້ຳລົດລົງເປັນປົກກະຕິ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນຄໍາ ຈະເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ແລະ ຈະເລັ່ງຟື້ນຟູ ໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ໂດຍສະເພາະບ້ານທີ່ໄດ້ຮັບຜົນກະທົບໜັກ. ໂດຍຈະສຸມໃສ່ຊຸກຍູ້ສົ່ງເສີມ ການປູກພືດລະດູແລ້ງ ແລະ ຈະສະໜອງແນວພັນເຂົ້າ, ພືິດລົ້ມລຸກ ເປັນຕົ້ນ ໝາກເຜັດ, ໝາກເຂືອ ແລະ ອື່ນໆ, ພ້ອມທັງ ຈະສະໜອງແນວພັນສັດລ້ຽງ (ລູກປາ) ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ເພື່ອພື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

https://www.facebook.com/permalink.php?story_fbid=pfbid02ZmZgTjqeQzDMStHrGvJ38gJwuqnGZCZDxesr1eAdEcJTBabmuGkffFc7owvprMkPl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/