ລັດຖະບານມາເລເຊຍ ສະກັດກັ້ນບໍ່ໃຫ້ມີການແຜ່ກະຈາຍຂອງວັດທະນະທຳ LGBTQ+


ໃນໄລຍະທີ່ຜ່ານມາ ມີນັກເຄື່ອນໄຫວຊາວມາເລເຊຍໄດ້ຖືກຈັບກຸມຈຳນວນ 8 ຄົນ ຫຼັງຈາກຮ່ວມຊຸມນຸມທີ່ຈັດຂຶ້ນກ່ອນໜ້ານີ້ໃນສະຖານທີ່ແຫ່ງໜຶ່ງ ເຊິ່ງລັດຖະບານມີມາດຕະການ “ສະກັດກັ້ນການແຜ່ກະຈາຍຂອງວັດທະນະທຳ LGBTQ+” ເຊິ່ງເຮັດໃຫ້ກຸ່ມຄົນດັ່ງກ່າວອອກມາຕໍ່ຕ້ານ ແລະ ການຊຸມນຸມຄັ້ງນີ້ມີຄວາມສ່ຽງກັບການຖືກຈັບ ແລະ ຖືກສົ່ງເຂົ້າຮັບການບຳບັດ ເພື່ອປ່ຽນແປງເພດວິຖີ ໂດຍຖືກຄຸມຕົວເປັນເວລາ 2 ມື້ ແລະ ຈະຕ້ອງເຂົ້າຮັບການຕັດສິນໃນເດືອນກັນຍາ ພາຍໃຕ້ການນຳພາພາກສ່ວນທີ່ກ່ຽວຂ້ອງ.

ຈຳນວນຜູ້ທີ່ຖືກຈັບກຸມໃນຄັ້ງນີ້ ໄດ້ຍົກປ້າຍປະທ້ວງທີ່ຂຽນເຖິງການສະໜັບສະໜູນສິດທິຂອງຜູ້ມີຄວາມຫຼາກຫຼາຍທາງເພດ ແລະ ມີການອ້າງອີງເຖິງສາສະໜາ ເປັນຕົ້ນແມ່ນ: “ມີແຕ່ພະເຈົ້າເທົ່ານັ້ນທີ່ຕັດສິນເຮົາໄດ້” ແລະ “ການເປັນເກບໍ່ແມ່ນອາຊະຍາກຳ”. ສະມາຊິກກຸ່ມໜຶ່ງທີ່ມີຊື່ວ່າ Ahmadi Religion of Peace and Light ເປັນກຸ່ມສາສະໜາທີ່ມັກເຂົ້າຮ່ວມຂະບວນການເຄື່ອນໄຫວການຫຼາກຫຼາຍທາງເພດ ແລະ ສະເໜີວ່າພ້ອມໂອບຮັບເອົາຄວາມຫຼາກຫຼາຍທາງເພດ ໂດຍກຸ່ມດັ່ງກ່າວ ຖືກລັດຖະບານເລັງໄວ້ແລ້ວ ເນື່ອງຈາກເປັນສາສະໜາກຸ່ມນ້ອຍ ແລະ ໄດ້ຮັບຜົນກະທົບຈາກກຸ່ມມຸດສະລິມ.

ໃນການຈັບກຸມຈຳນວນ 8 ຄົນນີ້ ໃນໄລຍະທີ່ລັດຖະບານມີມາດຕະການສະກັດກັ້ນການແຜ່ກະຈາຍຂອງວັດທະນະທຳ LGBTQ+ ຢ່າງເຂັ້ມງວດ ເຊິ່ງນັກກິດຈະກໍາທ້ອງຖິ່ນກໍສົ່ງເສີມມາດຕະການນີ້ກັບລັດຖະບານ. ຜ່ານມາມີສິລະປິນຊື່ດັງມາສະແດງຄອນເສີດ ແລ້ວໄປວິພາກວິຈານກົດໝາຍຕໍ່ຕ້ານຄວາມຫຼາກຫຼາຍທາງເພດຂອງປະເທດມາເລເຊຍ ໂດຍບໍ່ເຫັນດີທີ່ລັດຖະບານອອກມາດຕາການນີ້ອອກມາ. ນອກຈາກນີ້ ກໍຍັງມີການສະແດງຄວາມຮັກຕໍ່ກັນເທິງເວທີ ແຕ່ເປັນຊາຍກັບຊາຍ.

ດັ່ງນັ້ນ ຍິ່ງເຮັດໃຫ້ລັດຖະບານບໍ່ພໍໃຈກັບເຫດການດັ່ງກ່າວ ເພາະຂ່າວໄດ້ດັງໄປທົ່ວ ແລະ ກ່າວວ່າສົ່ງຜົນເສຍຫາຍໃຫ້ແກ່ປະເທດ ລັດຖະບານຈຶ່ງພ້ອມທີ່ຈະເຂັ້ມງວດຂຶ້ນ. ຈາກເຫດການນັ້ນ ເຮັດໃຫ້ລັດຖະບານມີຄວາມເຄັ່ງຕຶງ ພຶດຕິກຳຮັກຮ່ວມເພດນີ້ຜິດກົດໝາຍໃນມາເລຍເຊຍມາຕັ້ງແຕ່ປີ 1871 ໂດຍມີການລົງໂທດ ປັບ ແລະ ຕີ. ຈົນເຖິງຈຳຄຸກບໍ່ເກີນ 20 ປີ.

ຂໍ້ມູນຈາກ:

SPECTRUM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/