ມາຮູ້ຈັກ “ກິອອນ” ຫີນແຫ່ງໂຊກຊະຕາ ທຳນາຍຄວາມສຳພັນໃຫ້ໄປຕໍ່ ຫຼື ພໍເທົ່ານີ້


ສານເຈົ້່າ Yasui Konpiragu ຫຼື ສານເຈົ້າເອນຄີຣິ ທີ່ເປັນທີ່ຕັ້ງຂອງຫີນແຫ່ງໂຊກຊະຕາ ແຂວງກຽວໂຕ ເຂດກິອອນ ເຊິ່ງເປັນສານເຈົ້າທີ່ຊາວຍີ່ປຸ່ນຈະຮູ້ຈັກກັນດີເລື່ອງຄວາມສັກສິດຫຼາຍ ພອນທີ່ຂໍນັ້ນສົມພອນປາຖະໜາແບບບໍ່ທັນຕັ້ງໂຕ.

ຫີນກ້ອນນີ້ມີຊື່ວ່າ “ເອນຄິຣິ ເອນມຸສຸບິ ອິຊິ” ທີ່ແປລາວວ່າ “ການຕັດຂາດ ແລະ ຜູກມັດຊະຕາກຳ” ຕັດຂາດໃນທີ່ນີ້ໝາຍເຖິງ ການຕັດຂາດສິ່ງທີ່ບໍ່ດີທັງໝົດ ບໍ່ວ່າຈະເປັນໂຣກໄພໄຂ້ເຈັບ ຫຼື ສິ່ງທີ່ບໍ່ດີໃຫ້ຫຼຸດພົ້ນໄປ ສ່ວນເລື່ອງຜູກມັດກໍຄືການທີ່ເຮົາໃຫ້ສິ່ງໆນັ້ນຍັງຢູ່ກັບເຮົາຕໍ່ໄປ ຫຼື ໃຫ້ສິ່ງດີໆເຂົ້າມາໃນຊີວິດ.

ການຂໍພອນນັ້ນກໍງ່າຍໆ ຂັ້ນທຳອິດໃຫ້ເຮົາໄປກາບໄຫວ້ທີ່ສານຫຼັກກ່ອນ ຫຼື ຄານລອດຈາກທາງຫຼັງໄປຫາທາງໜ້າ ເພື່ອຍຸຕິຄວາມສຳພັນ ສຸດທ້າຍກໍຕິດເຈ້ຍໄວ້ເທິງຫີນ ຄ້າຍກັບວ່າກຳລັງເຮັດສັນຍາ ພຽງເທົ່ານີ້ກໍຖືວ່າສຳເລັດແລ້ວ.

ທີ່ມາ: https://www.facebook.com/thaiandjapan/posts/2867295753503794