TESLA ລາຍງານຕົວເລກປີ 2020 ສົ່ງມອບລົດບໍ່ຮອດເປົ້າ 5 ແສນຄັນ ຂາດພຽງແຕ່ 450 ຄັນ


ເມື່ອວັນທີ 3 ມັງກອນ 2021 ທີ່ຜ່ານມາ “TESLA” ຜູ່ຜະລິດລົດພະລັງງານໄຟຟ້າ ແລະ ສ່ວນປະກອບລະບົບສົ່ງກຳລັງຂອງຍານພາຫະນະໄຟຟ້າ ລາຍງານຕົວເລກການຜະລິດ ແລະ ສົ່ງມອບລົດໃນປີ 2020 ທີ່ຜ່ານມາວ່າ ບໍລິສັດສົ່ງມອບລົດໃຫ້ລູກຄ້າລວມ 499.550 ຄັນ ເກືອບຮອດເປົ້າໝາຍ 500.000 ຄັນທີ່ຕັ້ງໄວ້.

ໂດຍມີປະລິມານການຜະລິດລວມ 509.737 ຄັນ ແບ່ງເປັນ Model S ແລະ Model X 54.805 ສ່ວນ Model 3 ແລະ Model Y ລວມ 454.932 ຄັນ. ໂດຍສຳຫຼັບໃນໄຕມາດທີ 4/2020 ບໍລິສັດລົດໄດ້ລວມ 179.757 ຄັນ ແລະ ສົ່ງມອບລົດໃຫ້ລູກຄ້າໄດ້ 180.570 ຄັນ ໃນບັນດາລົດທີ່ສົ່ງມອບໄປແລ້ວທັງໝົດໃນໄຕມາດທີ 4/2020 ແບ່ງເປັນ:

  • Model S ແລະ Model X 18.920 ຄັນ
  • ຂະນະທີ່  Model 3 ແລະ Y ສົ່ງມອບໄປ 161.650 ຄັນ

ພ້ອມກຽມສົ່ງມອບລົດ Model Y ທີ່ເລີ່ມຜະລິດແລ້ວໃນໂຮງງານທີ່ຊຽງໄຮໃຫ້ກັບລູກຄ້າໄວໆນີ້.

ທີ່ມາ: https://workpointtoday.com/tesla-2020/