Messi ສ້າງສະຖິຕິເປັນນັກເຕະອາຍຸຫຼາຍສຸດອັນດັບ 2 ຄວ້າຮາງວັນ Ballon d’Or


Lionel Messi ຫົວໜ້າທີມອາເຈນຕິນາ ສ້າງປະຫວັດສາດນັກເຕະຄົນທຳອິດທີ່ສາມາດຄວ້າຮາງວັນໄດ້ຮອດ 8 ສະໄໝ ຫຼັງນຳທັບ “ຟ້າຂາວ” ຄວ້າແຊ້ມໂລກ 2022 ມາຄອງໄດ້ສຳເລັດ ລວມໄປຮອດຜົນງານກັບ Paris Saint-Germain.

ນອກຈາກສະຖິຕິດັ່ງກ່າວແລ້ວ Lionel Messi ຍັງສາມາດທຳລາຍສະຖິຕິກາຍເປັນນັກເຕະອາຍຸຫຼາຍທີ່ສຸດອັນດັບ 2 ທີ່ສາມາດຄວ້າຮາງວັນ Ballon d’Or ມາຄອງດ້ວຍອາຍຸ 36 ປີ 6 ເດືອນ ໂດຍເປັນຮອງພຽງແຕ່ Stanley Matthews ຕຳນານທີມຊາດອັງກິດ ທີ່ໄດ້ເຮັດຕອນສະໄໝຄ້າແຂ້ງ ເມື່ອປີ 1956 ເຊິ່ງເປັນເທື່ອທຳອິດທີີ່ມີການມອບຮາງວັນ.

ນອກຈາກນັ້ນ Messi ຍັງເປັນເຈົ້າຂອງສະຖິຕິນັກເຕະທີ່ອາຍຸນ້ອຍຫຼາຍທີີ່ສຸດອັນດັບ 3 ທີ່ສາມາດຄວ້າຮາງວັນ Ballon d’Or ໄວ້ອີກດ້ວຍ ໂດຍເຮັດໄວ້ເມື່ອປີ 2003 ດ້ວຍອາຍຸພຽງ 22 ປີ 160 ວັນ ເປັນຮອງພຽງ Cristiano Ronaldo ແລະ  Michael Owen.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/