ລັດຖະບານສະຫະຣາຊະອານາຈັກ ອັບເດດແຜນການຄວບຄຸມ Stablecoins ໂດຍຈະຮອງຮັບເອົາພຽງຫຼຽນທີ່ມີເງິນສໍາຮອງເປັນເງິນ Fiat ເທົ່ານັ້ນ


ໃນວັນຈັນທີ່ຜ່ານມາ, ລັດຖະບານສະຫະຣາຊະອານາຈັກໄດ້ເຜີຍແຜ່ການປັບປຸງກ່ຽວກັບແຜນການຄວບຄຸມ Stablecoins ທີ່ມີ Fiat ເປັນເງິນສໍາຮອງ, ໂດຍມີຈຸດປະສົງເພື່ອອຳນວຍຄວາມສະດວກ ແລະ ຄວບຄຸມການນໍາໃຊ້ Stablecoins ໄດ້ຮັບອະນຸຍາດໃນການຊຳລະເງິນໃນປະເທດ.

ໂດຍໃນເອກະສານໄດ້ລະບຸວ່າ ກະຊວງການຄັງຂອງ​ພະ​ມະຫາ​ກະສັດມີເຈດຕະນາທີ່ຈະນຳສະເໜີນິຕິກຳສະເພາະຕໍ່ລັດຖະສະພາໃນປີ 2024, ໂດຍນຳເອົາກົດລະບຽບຂອງຫຼຽນ stablecoin ທີ່ໄດ້ຮັບການສະໜັບສະໜູນພາຍໃຕ້ການຊີ້ນຳຂອງ Financial Conduct Authority (FCA).

ໂດຍກະຊວງການຄັງມີຄວາມຕ້ອງການທີ່ຈະຈັດຕັ້ງບໍລິສັດໃນທ້ອງຖິ່ນ “ຜູ້​ຈັດ​ການ​ການ​ຊໍາ​ລະເງິນ” ທີ່ໄດ້ຮັບການອະນຸຍາດຈາກ FCA ເພື່ອເຂົ້າມາກວດສອບໃຫ້ແນ່ໃຈວ່າ ຫຼຽນ Stablecoins ຈາກຕ່າງປະເທດນັ້ນເປັນໄປຕາມມາດຕະຖານໃນທ້ອງຖິ່ນ.

ເຊິ່ງ Stablecoins ປະເພດອື່ນໆທີ່ບໍ່ໄດ້ສໍາຮອງດ້ວຍເງິນ Fiat ຫຼືໃຊ້ algorithm ຈະບໍ່ໄດ້ຮັບການຄຸ້ມຄອງດູແລຈາກລະບົບການເງິນພາຍໃນປະເທດ. ຢ່າງໃດກໍຕາມ, ເຖິງແມ່ນວ່າໃນເອກະສານຈະບໍ່ໄດ້ມີການຫ້າມໂດຍກົງ. ແຕ່ການເຮັດທຸລະກໍາທີ່ກ່ຽວຂ້ອງຈະບໍ່ໄດ້ຮັບການປົກປ້ອງໃນທາງໃດກໍຕາມ. ຍິ່ງໄປກວ່ານັ້ນ, ກະຊວງການຄັງຍັງຖືວ່າສິ່ງເຫຼົ່ານີ້ແມ່ນຂຶ້ນກັບຂໍ້ກໍານົດດຽວກັນກັບສິນຊັບ crypto ທີ່ບໍ່ໄດ້ຮັບການສະໜັບສະໜູນ.

ສໍາລັບຫຼຽນທີ່ໄດ້ມາດຕະຖານຈາກ FCA ແມ່ນຈະອະນຸຍາດໃຫ້ສາມາດການເກັບເງິນສຳຮອງທັງໝົດຂອງຜູ້ອອກຫຼຽນໄວ້ຢູ່ໃນ statutory trust , ເຊິ່ງນີ້ແມ່ນຂໍ້ກໍານົດຂອງ FCA ໃນກໍລະນີທີ່ບໍລິສັດລົ້ມລະລາຍພາຍໃຕ້ກົດໝາຍວ່າດ້ວຍການລົ້ມລະລາຍ 1986.

ໂດຍຮ່າງກົດໝາຍຄວບຄຸມສະກຸນເງິນດິຈິຕອນນີ້ ໄດ້ຜ່ານການປຶກສາຫາລື ແລະ ຜ່ານໂດຍສະພາສູງຂອງລັດຖະສະພາອັງກິດໃນເດືອນມິຖຸນາທີ່ຜ່ານມາໃນຊື່ “FCMA 2023” ເພື່ອເຮັດໃຫ້ກະຊວງການຄັງທະນາຄານຂອງປະເທດອັງກິດ ແລະ FCA ມີສິດອໍານາດໃນການຄຸ້ມຄອງຕະຫຼາດ crypto ແລະ Stablecoins ໂດຍສະເພາະ.

ທີ່ມາ:

cointelegraph

assets.publishing.service.gov.uk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/