“ທີ່ໃດມີຮັກ ທີ່ນັ້ນມີທຸກ” ປະໂຫຍກສອນໃຈໃນນະວະນິຍາຍ ກາມະນິດ-ວາສິດຖີ


ຄຳວ່າ “ທີ່ໃດມີຮັກ ທີ່ນັ້ນມີທຸກ” ຫຼາຍໆຄົນຄົງຄຸ້ນ ແລະ ໄດ້ຍິນກັນມາຜ່ານຫູກັນແລ້ວ ແຕ່ຮູ້ຫຼືບໍ່ວ່າມັນມີທີ່ໄປທີ່ມາແບບໃດ? ໃຜເປັນຄົນແຕ່ງ ແລະ ຄິດປະໂຫຍກນີ້ຂຶ້ນມາ? ມື້ນີ້ທາງເຮົາ LaoX ຈະພາທ່ານມາຮູ້ຈັກຄຳວ່າ ທີ່ໃດມີຮັກ ທີ່ນັ້ນມີທຸກ ໃຫ້ຫຼາຍຂຶ້ນ.

ທີ່ໃດມີຮັກ ທີ່ນັ້ນມີທຸກ ເປັນປະໂຫຍກທີ່ມາຈາກເລື່ອງ ກາມະນິດ-ວາສິດຖີ ແຕ່ງໂດຍ ນັກປະພັນຊາວເດນມາກ ມີນາມວ່າ Karl Adolph Gjellerup ເປັນນິຍາຍແນວອີງພຸດທະສາສະໜາ ທີ່ມີຊື່ສຽງໂດ່ງດັງໃນປີ 1906 ແລະ ເປັນນິຍາຍທີ່ມີຫຼັກທຳມະແຝງໃຫ້ຂໍ້ຄິດທີ່ເອົາມາປັບໃຊ້ໃນຊິວິດຈິງ.

ກາມະນິດ-ວາສິດຖີ ມີເນື້ອຫາແບ່ງອອກເປັນ 45 ບົດ ແບ່ງອອກເປັນພາກພື້ນດິນ ແລະ ພາກສະຫວັນ ເປັນເລື່ອງລາວຂອງຜູ້ຊາຍຄົນໜຶ່ງນາມວ່າ ກາມະນິດ ຜູ້ທີ່ຫວັງຈະໄດ້ພົບກັບພະພຸດທະເຈົ້າ ເພື່ອຈະໄດ້ກຳຈັດຄວາມທຸກຕ່າງໆ ທີ່ຕົນໄດ້ພົບພໍ້ມາ ແລະ ເພື່ອຈະໄດ້ພົບກັບຄວາມສຸກອັນເປັນນິລັນ ໃນເລື່ອງກາມະນິດ ຈະມີ ກາມະນິດ-ວາສິດຖີ ເປັນຕົວລະຄອນເອກໃນເລື່ອງ ກາມະນິດ ເປັນພໍ່ຄ້າທີ່ໄດ້ເດີນມາພົບກັບນາງ ວາສິດຖີ ທັງສອງໄດ້ຕົກຫຼຸມຮັກກັນໃນທັນທີ ແຕ່ຄວາມຮັກຂອງທັງສອງມີອຸປະສັກ ແລະ ຄວາມຮັກທີ່ຍາກຈະເປັນໄປໄດ້ ສຸດທ້າຍທັງສອງກໍຕ້ອງໄດ້ແຍກຈາກກັນ.

ເມື່ອມີການຈາກລາ ວາສິດຖີ ຜູ້ທີ່ຮັກ ກາມະນິດ ເກີດອາການໂສກເສົ້າ ເຂົ້້ານ້ຳບໍ່ກິນ ບໍ່ຫຼັບບໍ່ນອນ ແລ້ວສຸດທ້າຍກໍຕັດສິນໃຈໄປບວດເປັນພະ ແລ້ວກໍໄດ້ເຂົ້າພົບພະພຸດທະເຈົ້າ ມາຮອດມື້ໜຶ່ງພະພຸດທະເຈົ້າ ໄດ້ຈັດການເທສະໜາຂຶ້ນໂດຍເປັນການເທດສ່ວນຕົວ ເປັນການເອີ້ນສາວົກເຂົ້າໄປເທື່ອລະຄົນ ຈົນມາຮອດພະ ວາສິດຖີ ພະພຸດທະເຈົ້າ ພຽງເວົ້າສັ້ນໆວ່າ ທີ່ໃດມີຮັກ ທີ່ນັ້ນມີທຸກ ໃນເທື່ອອຳທິດ ວາສິດຖີ ບໍ່ເຂົ້າໃຈວ່າໝາຍເຖິງຫຍັງ ຈົນໄດ້ໃຊ້ເວລາຄິດ ແລ້ວໄດ້ພົບວ່າ ພະພຸດທະເຈົ້າ ກ່າວນັ້ນແມ່ນເລື່ອງແທ້ ເພາະວ່າຄວາມຮັກນັ້ນເປັນບໍ່ເກີດຄວາມທຸກຂອງ ວາສິດຖີ ເພາະວ່າຮັກຫຼາຍຈຶ່ງທຸກຫຼາຍນັ້ນເອງ.

ນອກຈາກປະໂຫຍກສອນໃຈ ທີ່ໃດມີຮັກ ທີ່ນັ້ນມີທຸກ ແລ້ວຍັງມີອີກໜຶ່ງປະໂຫຍກທີ່ວ່າ “ສຸດທ້າຍແລ້ວ ນະຮົກສະຫວັນນັ້ນບໍ່ແມ່ນປາຍທາງ ແຕ່ການນິບພານນັ້ນຄືທີ່ສຸດ” ປະໂຫຍກນີ້ອາດຈະໝາຍຄວາມວ່າ ການຫຼຸດລົງຂອງໄຟໂທສະ ໄຟກິເລດກໍຄືການ ຫຼຸດລາຄະ ໂທສະ ແລະ ໂມຫະ ທີ່ເປັນກິເລດໃຫ້ປົງລົງທັງມວນນັ້ນແຫຼະເອີ້ນວ່າ “ນິບພານ”.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/