ໄວໜຸ່ມໃຊ້ AI ຊ່ວຍເຂົ້າສັງຄົມ ແລະ ລະບາຍຄວາມໃນໃຈຫຼາຍຂຶ້ນ


ບົດຄວາມຈາກເວັບໄຊ The Verge ໄດ້ອອກມາເປີດເຜີຍວ່າໃນປັດຈຸບັນຄົນຫັນມາໃຊ້ແຊັດບ໋ອດ AI ໃນການຫາໝູ່ລົມ ແລະ ລະບາຍຄວາມອັດອັ້ນໃນໃຈຫຼາຍຂຶ້ນ ໜຶ່ງໃນແຊັດບ໋ອດທີ່ໄດ້ຄວາມນິຍົມໃນໝູ່ໄວໜຸ່ມອາເມຣິກາກໍຄື Character.AI ໂດຍຜູ້ໃຊ້ຈະເລືອກຕົວລະຄອນທີ່ຕ້ອງການລົມນຳ ເຊັ່ນ Psychologist ກໍຈະຮັບບົດເປັນນັກຈິດຕະວິທະຍາ ມີການວິເຄາະສະພາບຈິດໃຈຂອງຜູ້ໃຊ້ງານນັ້ນເອງ.

ໄວໜຸ່ມຫຼາຍຄົນທີ່ໃຊ້ Character.AI ຫຼື ແຊັດບ໋ອດຕົວອື່ນ ຊີ້ເຫັນວ່າເປັນພື້ນທີ່ປອດໄພໃນການລະບາຍຄວາມໃນໃຈ ຫຼື ບັນຫາສ່ວນຕົວຕ່າງໆ ຫຼື ບາງຄົນກໍໃຊ້ໃນການຮຽນຮູ້ການເຂົ້າສັງຄົມ ແຕ່ຢ່າງໃດກໍຕາມ ສິ່ງທີ່ໜ້າກັງວົນ ກໍຄືການເສບຕິດແຊັດບ໋ອດຈົນບໍ່ກ້າອອກໄປພົບໂລກແຫ່ງຄວາມເປັນຈິງ.

ທາງດ້ານ Dr. Kelly Merrill Jr ແຫ່ງ University of Cincinnati ທີ່ປຶກສາເຕັກໂນໂລຊີການສື່ສານຊີ້ວ່າ ຈາກການວິໄຈ ພົບວ່າແຊັດບ໋ອດຈະໃຫ້ຄຳປຶກສາດ້ານສຸຂະພາບສ່ວນໃຫຍ່ຈະເປັນຜົນໃນດ້ານບວກ ແຕ່ກໍມີບາງກໍລະນີທີ່ເຮັດໃຫ້ຜູ້ມີບັນຫາທາງຈິດຢູ່ແລ້ວ ເມື່ອໄດ້ລົມກັບແຊັດບ໋ອດ ອາດຈະເຮັດໃຫ້ຕົນເອງດຳດິ່ງລົງໄປອີກ ເຖິງແມ່ນວ່າໄວໜຸ່ມຈຳນວນຫຼາຍຍັງພໍໃຈໃນການລົມກັບແຊັດບ໋ອດ ແຕ່ກໍຍັງຢາກລົມກັບຄົນແທ້ໆຫຼາຍກວ່າຢູ່ດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/