ມີຄຳແຕ່ບໍ່ມີ Bitcoin ຖືວ່າເປັນເລື່ອງທີ່ຜິດພາດ! Stanley Druckenmiller ກ່າວວ່າ “ຂ້ອຍຄວນທີ່ຈະຕ້ອງລົງທຶນໃນ Bitcoin ແລ້ວ”


Stanley Druckenmiller ເປັນນັກລົງທຶນມະຫາເສດຖີຊາວອາເມຣິກາ ໄດ້ກ່າວຍ້ອງຍໍວ່າ Bitcoin (BTC) ໄດ້ສ້າງພາບລັກຂອງຕົນເອງໄດ້ຢ່າງເຂັ້່ມແຂງໃນໄລຍະ 10 ກວ່າປີທີ່ຜ່ານມາ, Stanley Druckenmiller ໄດ້ຍອມຮັບວ່າ ຕົນເອງນັ້ນ ບໍ່ໄດ້ລົງທຶນໃນ Bitcoin ເລີຍ ແລະ ນັ້ນຖືເປັນເລື່ອງທີ່ຜິດພາດຫຼາຍ “ສະນັ້ນຂ້ອຍຄວນຈະຕ້ອງຖືຄອງ Bitcoin ແດ່ແລ້ວ”

ມະຫາເສດຖີ Stanley Druckenmiller  ໄດ້ແບ່ງປັນຄວາມຄິດເຫັນຫຼ້າສຸດຂອງລາວກ່ຽວກັບ Bitcoin ໃນການສໍາພາດໃນວັນທີ 30 ເດືອນຕຸລາກັບຜູ້ຈັດການກອງທຶນ hedge Paul Tudor Jones, ເຊິ່ງລາວໄດ້ເຮັດການປຽບທຽບລະຫວ່າງ Bitcoin ແລະ ຄໍາໃນຖານະສິນຊັບທີ່ຮັກສາມູນຄ່າ.

“ຂ້ອຍນັ້ນອາຍຸ 70 ປີແລ້ວ ແລະ ເປັນເຈົ້າຂອງຄໍາ. ແຕ່ທີ່ຂ້ອຍຕົກໃຈວ່າ Bitcoin ນັ້ນໄດ້ຖືກຳເນີດຂຶ້ນ ແລະ ບໍ່ແປກເລີຍທີ່ຄົນໄວໜຸ່ມຈະເບິ່ງ Bitcoin ວ່າເປັນຕົວສະສົມມູນຄ່າ ເພາະມັນງ່າຍໃນການເຮັດສິ່ງຕ່າງໆ. ສໍາລັບຂ້ອຍ, ໃນໄລຍະ 17 ​​ປີທີ່ຜ່ານມາ ຂ້ອຍໄດ້ເຫັນ Bitcoin ນັ້ນກາຍເປັນແບຣນທີ່ເຂັ້ມແຂງ. ແລະເຫດຜົນໜຶ່ງທີ່ຂ້ອຍມັກຄໍາແມ່ນຍ້ອນວ່າມັນເປັນແບຣນທີ່ເກົ່າແກ່ທີ່ມີອາຍຸ 5,000 ປີ.”

ເຊິ່ງກ່ອນໜ້ານີ້ໃນປີ 2020, Stanley Druckenmiller ໄດ້ຖືຄອງ Bitcoin ມາກ່ອນ ແລະ ກໍໄດ້ຂາຍອອກໄປໃນປີດຽວກັນ ເນື່ອງຈາກທະນາຄານກາງວາງມາດຕະການທີ່ເຄັ່ງຄັດເກີນໄປ. Stanley Druckenmiller ໄດ້ກ່າວຕື່ມວ່າ ໃນການທີ່ພາກສິນຊັບດິຈິຕອນຈະເລີນຮຸ່ງເຮືອງຂຶ້ນນັ້ນ ແມ່ນຜູ້ຄົນຕ້ອງສູນເສຍຄວາມເຊື່ອໝັ້ນໃນລະບົບທະນາຄານກາງເຊັ່ນ ເຫດການເງິນປອນຂອງທະນາຄານກາງອັງກິດຫຼຸດລົງໃນປີ 2022

“ຂ້ອຍເຫັນວ່າສະກຸນເງິນດິຈິຕອນນັ້ນຈະມີບົດບາດທີ່ສຳຄັນໃນຍຸກທີ່ຟຶ້ນຟູ ເພາະຜູ້ຄົນຈະບໍ່ເຊື່ອໃຈໃນທະນາຄານກາງ”

Stanley Druckenmiller ໄດ້ກໍ່ຕັ້ງ Duquesne Capital Management ໃນປີ 1981 ແລະ ໄດ້ປິດກອງທຶນໃນປີ 2010 ໃນໄລຍະເວລານັ້ນ ລາວໄດ້ຮັບຜົນຕອບແທນສະເລ່ຍຕໍ່ປີ 30% ແລະ ບໍ່ເຄີຍມີປະສົບກັບປີທີຕົກຕໍ່າເລີຍ.

ໂດຍກົນລະຍຸດຂອງ Stanley Druckenmiller ຈະສຸມໃສ່ການຖືຄອງຮຸ້ນໃນໄລຍະຍາວບາງສ່ວນ ແລະ ຂາຍຮຸ້ນໃນໄລຍະສັ້ນບາງສ່ວນ ລວມທັງການນໍາໃຊ້ leverage ໃນການຊື້ຂາຍໃນອະນາຄົດໃນລະຫວ່າງທີ່ຕະຫຼາດຂຶ້ນ ແລະ ລົງ.

ນອກຈາກນີ້, Stanley Druckenmiller ຍັງໄດ້ຍ້ອງຍໍ ເຕັກໂນໂລຊີ blockchain ແລະ ຄາດການວ່າລະບົບບັນຊີແຍກປະເພດແບບກະຈາຍສູນ (DLT) ອາດຈະເຂົ້າມາແທນທີ່ເງິນໂດລາສະຫະລັດໃນຖານະສະກຸນເງິນສຳຮອງຂອງໂລກໃນອະນາຄົດ.

ຄວາມເຊື່ອໝັ້ນຕໍ່ Bitcoin ໃນກຸ່ມບໍລິສັດ Wall Street ໄດ້ເພີ່ມຂຶ້ນໃນໄລຍະປີທີ່ຜ່ານມາ, ໂດຍເຫັນໄດ້ຊັດເຈນຈາກການຍື່ນຂໍອະນຸມັດກອງທຶນ Bitcoin ETF ຂອງສະຖາບັນການເງິນລາຍໃຫຍ່ຈຳນວນຫຼາຍ

ຢ່າງໃດກໍຕາມ, ໃນອຸດສາຫະກຳ crypto ຍັງຄົງມີຄົນວິພາກວິຈານໃນທາງບໍ່ດີຫຼາຍເຊັ່ນກັນ. ເພາະສະນັ້ນການທີ່ຈະເຂົ້າມາລົງທຶນໃນສະກຸນເງິນດິຈິຕອນຈຳເປັນຈະຕ້ອງໄດ້ສຶກສາຂໍ້ມູນຢ່າງລະອຽດ ແລະ ຕິດຕາມຂ່າວຄາວຢູ່ສະເໝີ ເພື່ອບໍ່ໃຫ້ເກີດການສູນເສຍທີ່ບໍ່ຈຳເປັນ

ທີ່ມາ:

cointelegrap

theblock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/