ລັດຖະບານ ປັບຄາດໝາຍດຶງດູດການລົງທຶນໃຫ້ຫຼາຍກວ່າເກົ່າ  ເນື່ອງຈາກການລົງທຶນຂອງເອກະຊົນມີທ່າອ່ຽງເພີ່ມຂຶ້ນ


ໝົດປີ 2023 ນີ້ ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ໄດ້ປັບຄາດໝາຍ ດຶງດູດການລົງທຶນໃຫ້ຫຼາຍກວ່າເກົ່າ ເປັນ 90.838,00 ຕື້ກີບ ຈາກມະຕິສະພາທີ່ຕັ້ງເປົ້າໄວ້ 52.098 ຕື້ກີບ ເນື່ອງຈາກການລົງທຶນຂອງເອກະຊົນມີທ່າອ່ຽງເພີ່ມຂຶ້ນ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ 2023 ວ່າ: ການລົງທຶນລວມທັງໝົດໃນ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 78.693,90 ຕື້ກີບ ເທົ່າກັບ 151,05% ຂອງແຜນການ, ຄາດຄະເນໝົດປີຈະສາມາດບັນລຸໄດ້ 90.838,00 ຕື້ກີບ ເທົ່າກັບ 174,36% ຂອງແຜນການ (ມະຕິສະພາ 52.098 ຕື້ກີບ) ລື່ນແຜນເນື່ອງຈາກການລົງທຶນຂອງເອກະຊົນມີທ່າອ່ຽງເພີ່ມຂຶ້ນ.

ສ່ວນການລົງທຶນຈາກງົບປະມານພາຍໃນ ເບີກຈ່າຍໄດ້ 2.418,08 ຕື້ກີບ ເທົ່າກັບ 56,00% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 4.268 ຕື້ກີບ ເທົ່າກັບ 98,84% ຂອງແຜນການ ສາເຫດແມ່ນຍ້ອນການອະນຸມັດແຜນຊັກຊ້າ; ສຳລັບການລົງທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ ປະຕິບັດໄດ້ 8.277,7 ຕື້ກີບ ເທົ່າກັບ 66% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 9.770 ຕື້ກີບ ຫຼື ປະມານ 508,90 ລ້ານໂດລາສະຫະລັດ, ເທົ່າກັບ 75% ຂອງແຜນການ (12.990 ຕື້ກີບ).

ການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເປັນທຶນນໍາເຂົ້າຕົວຈິງ ປະຕິບັດໄດ້ 67.998,22 ຕື້ກີບ ຫຼື 3.673,98 ລ້ານໂດລາສະຫະລັດ, ລື່ນແຜນ 120,13%, ຄາດຄະເນ ໝົດປີ ຈະປະຕິບັດໄດ້ປະມານ 76.800 ຕື້ກີບ ຫຼື ເທົ່າກັບ 4 ຕື້ໂລດາສະຫະລັດ, ລື່ນແຜນ 148,62%. ໃນນີ້, ການນຳເຂົ້າເປັນພາຫະນະ ແລະ ວັດຖຸອຸປະກອນ ກວມປະມານ 70% ຂອງທຶນນໍາເຂົ້າຕົວຈິງທັງໝົດ.

ທ່ານ ຄຳເຈນ ວົງໂພສີ ຍັງໃຫ້ຮູ້ອີກວ່າ: 9 ເດືອນຕົ້ນປີ 2023, ເສດຖະກິດລາວຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ຂະແໜງກະສິກຳ-ປ່າໄມ້ ສາມາດຂະຫຍາຍຕົວໃນລະດັບ 3,4% ກວມ 17,3% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,4% ກວມ 21,4% ຂອງ GDP (ແຜນການ ຂະຫຍາຍຕົວ 2,5%, ກວມ 17,20% ຂອງ GDP); ຂະແໜງອຸດສາຫະກຳ ຂະຫຍາຍຕົວໃນລະດັບ 3,5% ກວມ 34,5% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,1% ກວມ 32,2% ຂອງ GDP (ແຜນການ: ຂະຫຍາຍຕົວ 5,0%, ກວມ 34,20% ຂອງ GDP); ສ່ວນຂະແໜງບໍລິການ, ຂະຫຍາຍຕົວໃນລະດັບ 5,6% ກວມ 37,2% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 5,6% ກວມ 35,9% ຂອງ GDP (ແຜນການຂະຫຍາຍຕົວ 4,7%, ກວມ 37,50% ຂອງ GDP); ຂະແໜງພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວໃນລະດັບ 3,9% ກວມ 10,6% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,8% ກວມ 11,0% ຂອງ GDP (ແຜນການ: ຂະຫຍາຍຕົວ 4,3%, ກວມ 11,10% ຂອງ GDP).

ສ່ວນປັດໄຈ ທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດ ບໍ່ບັນລຸຄາດໝາຍນັ້ນ, ປະກອບມີຕົ້ນທຶນການຜະລິດເພີ່ມຂຶ້ນ, ການຜະລິດໃນຂະແໜງພະລັງງານ ກໍມີທ່າອ່ຽງຫຼຸດລົງເຊັ່ນກັນ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພທຳມະຊາດແຫ້ງແລ້ງ ເຮັດໃຫ້ເຂື່ອນໄຟຟ້າຈຳນວນໜຶ່ງບໍ່ສາມາດຜະລິດກະແສໄຟຟ້າໄດ້ຕາມແຜນກໍານົດໄວ້.

https://www.facebook.com/photo?fbid=756144353206540&set=a.679715230849453

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/