ຍີ່ປຸ່ນກຽມແບນການຂາຍລົດກາຊວນ-ແອັດຊັງ ພາຍໃນປີ 2030 ຫວັງຈະລົດມົນລະພິດ ແລະ ສົ່ງເສີມການໃຊ້ລົດໄຟຟ້າ


ລົດໄຟຟ້າເບິ່ງຄືວ່າຍັງເປັນເລື່ອງທີ່ໄກໂຕສຳລັບຄົນໃນຫຼາຍໆປະເທດ ເນື່ອງຈາກອັດຕາພາສີການນຳເຂົ້າ ແລະ ຄວາມພ້ອມໃນຫຼາຍໆເລື່ອງ ໃນຂະນະທີ່ປະເທດຍີ່ປຸ່ນໄດ້ກຽມເປີດນະໂຍບາຍໃໝ່ ແບນການໃຊ້ລົດທີ່ໃຊ້ນ້ຳມັນພາຍໃນປີ 2030 ຫຼື ອີກປະມານ 10 ປີຂ້າງໜ້າ ເພື່ອຄວບຄຸມການປ່ອຍມົນລະພິດໃຫ້ຢູ່ໃນລະດັບທີ່ເປັນມິດຕໍ່ສິ່ງແວດລ້ອມ.

ລັດຖະບານຍີ່ປຸ່ນມີຈຸດມຸ່ງໝັ້ນທີ່ຈະລົດການປ່ອຍກ໊າສເຮືອນແກ້ວພາຍໃນປະເທດຢ່າງມີປະສິດທິພາບ ໂດຍຕັ້ງເປົ້າໄວ້ວ່າພາຍໃນປີ 2050 ການປ່ອຍກ໊າສຄາບອນໃນຍີ່ປຸ່ນຈະຕ້ອງເປັນສູນ ເຊິ່ງນະໂຍບາຍແບນລົດທີ່ໃຊ້ເຊື້ອເພີງນ້ຳມັນ ຖືເປັນໜຶ່ງໃນແຜນການທີ່ຈະດຳເນີນໄປເຖິງເປົ້າໝາຍດັ່ງກ່າວນັ້ນດ້ວຍ.

ສຳລັບຍານພາຫານະທີ່ຖືກວາງໄວ້ໃຫ້ມາໃຊ້ແທນລົດທີ່ໃຊ້ນ້ຳມັນນັ້ນກໍຄືລົດໄຟຟ້າ ຂະນະນີ້ ຝ່າຍລັດຖະບານກໍາລັງປຶກສາຫາລືກັນເຖິງຄວາມເປັນໄປໄດ້ທີ່ຈະໃຫ້ຍານພາຫານະທົ່ວປະເທດປ່ຽນມາເປັນລະບົບໄຟຟ້າ ຫຼື ໄຮບຣິດ (Hybrid) ໂດຍກະຊວງເສດຖະກິດການຄ້າ ແລະ ອຸດສາຫະກຳ ກຽມເຂົ້າຮ່ວມປະຊຸມກັບຜູ້ຊ່ຽວຊານ ແລະ ຕົວແທນຈາກບໍລິສັດຜະລິດລົດເພື່ອຫາລືກັນເຖິງນະໂຍບາຍລົດການໃຊ້ລົດຈາກນ້ຳມັນ.

ຂະນະນີ້ ຍີ່ປຸ່ນໄດ້ຕັ້ງເປົ້າໝາຍໃນການເພີ່ມສັດສ່ວນຂອງລົດທີ່ເປັນມິດກັບສິ່ງແວດລ້ອມກໍຄືລົດໄຮບຣິດແລະໄຟຟ້າຈາກເດີມຢູ່ປະມານ 40% ມາເປັນ 50%-70% ພາຍໃນປີ 2030, ໂດຍນະໂຍບາຍໃໝ່ນີ້ເກີດຂຶ້ນໃນກະແສການລົດສັດສ່ວນລົດທີ່ໃຊ້ນ້ຳມັນໃນທົ່ວໂລກ ໂດຍສະເພາະຢຸໂຣບ ແລະ ຈີນ ເຊິ່ງເປັນຕະຫຼາດລົດທີ່ໃຫຍ່ທີ່ສຸດໃນໂລກ. ທີ່ຜ່ານມາ ຈີນໄດ້ຕັ້ງເປົ້າທີ່ຈະຢຸດການຂາຍລົດທີ່ໃຊ້ນ້ຳມັນໃນການຂັບເຄື່ອນພາຍໃນປີ 2035 ໃນຂະນະທີ່ສະຫະຣາຊະອານາຈັກອັງກິດມີເປົ້າໝາຍຈະຫ້າມຂາຍລົດທີ່ໃຊ້ກາຊວນ ແລະ ແອັດຊັງພາຍໃນປີ 2030​ ເຊັ່ນດຽວກັນກັບຍີ່ປຸ່ນ, ສ່ວນປະເທດຝຣັ່ງຕັ້ງເປົ້າທີ່ຈະບັນລຸເປົ້າໝາຍດັ່ງກ່າວພາຍໃນປີ 2040.

ລັດຖະບານຍີ່ປຸ່ນກ່າວວ່າ ນະໂຍບາຍໃໝ່ນີ້ຈະເປັນຈຸດປ່ຽນທີ່ສຳຄັນທີ່ຊ່ວຍໃຫ້ເຮົາຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ຫຼື Climate Change ໄດ້ຢ່າງມີປະສິດທິພາບ ແລະ ຍັງເປັນການສົ່ງເສີມທຸລະກິດລົດໄຟຟ້າຂອງປະເທດໃຫ້ກ້າວຂຶ້ນເປັນໜຶ່ງໃນຜູ່ນຳໂລກໄດ້ອີກດ້ວຍ.

ທີ່ມາ: https://web.facebook.com/1721313428084052/posts/2763402660541785/?extid=0&d=n&_rdc=1&_rdr