ການຢູ່ກັບທຳມະຊາດ ເຮັດໃຫ້ຮູ້ສຶກວ່າເວລາຊ້າລົງ

xr:d:DAGB0uBs1Yw:6,j:7798406968722023898,t:24040810


ດຣ. Correia ຜູ້ຊ່ວຍສາສະດາຈານຢູ່ມະຫາວິທະຍາໄລ Turku ປະເທດຟິນແລນ ໄດ້ກວດສອບການສຶກສາຫຼາຍອັນທີ່ປຽບທຽບປະສົບການຂອງຜູ້ຄົນໃນການເຮັດວຽກໃນສະພາບແວດລ້ອມທີ່ເປັນຕົວເມືອງ ແລະ ເປັນທຳມະຊາດ, ຜົນວິໃຈສະແດງໃຫ້ເຫັນວ່າການຢູ່ກັບທຳມະຊາດນັ້ນ ຈະເຮັດໃຫ້ຮູ້ສຶກວ່າມີເວລາແຕ່ລະມື້ຫຼາຍຂຶ້ນ.

ຜົນທາງດ້ານຈິດຕະວິທະຍາເຜີຍວ່າ ການຢູ່ກັບທຳມະຊາດ ເຮັດໃຫ້ພວກເຂົາຮີບຮ້ອນໜ້ອຍລົງ ແລະ ຮູ້ສຶກວ່າເວລາເດີນທາງຊ້າລົງກວ່າຄວາມເປັນຈິງ, ບົດລາຍງານຍັງບອກຕື່ມວ່າ ພື້ນທີ່ສີຂຽວໃນຕົວເມືອງ ກໍສາມາດເຮັດໃຫ້ຮູ້ສຶກແບບດຽວກັນໄດ້.

ເມື່ອນຳຫຼັກຖານມາລວມກັນ ຫຼັກຖານທີ່ມີຢູ່ສະແດງໃຫ້ເຫັນວ່າ ທຳມະຊາດມີບົດບາດສຳຄັນໃນການຄວບຄຸມ ແລະ ຮັກສາຄວາມຮູ້ສຶກທີ່ດີຕໍ່ສຸຂະພາບຂອງເຮົາໄດ້.

Ruth Ogden ສາສະດາຈານດ້ານຈິດຕະວິທະຍາເວລາ ຈາກມະຫາວິທະຍາໄລລິເວີພູຈອນມູ ແລະ Jessica Thompson ນັກວິໄຈດ້ານສິ່ງແວດລ້ອມ ກ່າວຕື່ມວ່າ ສິ່ງນີ້ມີຜົນຕໍ່ອະດີດ ແລະ ອະນາຄົດດ້ວຍ.

“ບໍ່ແມ່ນແຕ່ຄວາມຮູ້ສຶກຂອງເຮົາໃນເວລານັ້ນ ເບິ່ງຄືວ່າມັນຈະຖືປ່ຽນໂດຍທຳມະຊາດ ແຕ່ຍັງລວມຄວາມຮູ້ສຶກຂອງເຮົາທັງໃນອະດີດ ແລະ ປັດຈຸບັນອີກດ້ວຍ, ການວິໄຈກ່ອນໜ້ານີ້ ສະແດງໃຫ້ເຫັນວ່າ ການໃຊ້ເວລາກັບທຳມມະຊາດ ຊ່ວຍໃຫ້ເຮົາປ່ຽນຄວາມສົນໃຈຈາກເວລາປັດຈຸບັນ ໄປສູ່ຄວາມຕ້ອງການໃນອະນາຄົດໄດ້”

ທີ່ມາ: https://besjournals.onlinelibrary.wiley.com/doi/full/10.1002/pan3.10601

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/