ຫວຽດນາມ ຄອງອັນດັບ 2 ສົ່ງອອກເກີບຫຼາຍທີ່ສຸດໃນໂລກ ເປັນຮອງພຽງຈີນ

xr:d:DAGB0pRbb7U:3,j:7614885285871707132,t:24040810


ອີງຈາກສະຖິຕິຂອງກົມພາສີ ຫວຽດນາມ ພົບວ່າ ຫວຽດນາມຍັງເປັນຜູ້ສົ່ງອອກເກີບລາຍໃຫຍ່ທີ່ສຸດເປັນອັນດັບ 2 ​ຂອງໂລກ ຮອງຈາກຈີນ ເມື່ອເດືອນກຸມພາທີ່ຜ່ານມາ ດ້ວຍມູນຄ່າການຊື້ຂາຍກວ່າ 1,170 ລ້ານໂດລາ.

ໂດຍການຜະລິດເກີບຂອງຫວຽດນາມນັ້ນ ຖືກສົ່ງອອກໄປຫຼາຍກວ່າ 150 ປະເທດທົ່ວໂລກ ທຽບເທົ່າກັບ 10% ຂອງຕະຫຼາດໂລກ, ໂດຍ 2 ເດືອນຕົ້ນປີ 2024 ສສ.ຫວຽດນາມ ສົ່ງອອກເກີບໄປຕ່າງປະເທດແລ້ວ ມູນຄ່າລວມກວ່າ 3,100 ລ້ານໂດລາ.

ໂດຍຕະຫຼາດຫຼັກທີ່ຫວຽດນາມສົ່ງອອກເກີບໄປຫຼາຍກວ່າໝູ່ແມ່ນ ເມຣິກາ ເຊິ່ງມີມູນຄ່າການຊື້ຂາຍເຖິງ 1,100 ລ້ານໂດລາ ເພີ່ມຂຶ້ນ 25% ເມື່ອທຽບປີຕໍ່ປີ ຄິດເປັນຈຳນວນຫຼາຍກວ່າ 1/3 ຂອງການສົ່ງອອກເກີບທັງໝົດ ຂອງຫວຽດນາມ.

ຂະນະທີ່ ຈີນເປັນຜູ້ນຳເຂົ້າເກີບຈາກຫວຽດນາມ ເປັນອັນດັບ 2 ດ້ວຍມູນຄ່າກວ່າ 318 ລ້ານໂດລາ ເພີ່ມຂຶ້ນ 11,4% ເມື່ອທຽບປີຕໍ່ປີ ຮອງລົງມາແມ່ນ ເບວຢຽມ 191 ລ້ານໂດລາ.

ຢ່າງໃດກໍຕາມ, ອີງ​ຕາມ​ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ​ແຜ່ນ​ແພ, ໜັງ ​ແລະ ເກີບ​ໜັງ​ຂອງ​ຫວຽດນາມ​ຮອດ​ປີ 2030, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ວົງ​ເງິນ​ສົ່ງ​ອອກ​ເກີບ​ເຖິງ 27-28 ຕື້ໂດລາ ​ໃນ​ປີ 2025 ​ແລະ 38 – 39 ຕື້ USD ​ໃນ​ປີ 2030.

https://en.vietnamplus.vn/vietnam-remains-worlds-secondlargest-footwear-exporter-in-february/283853.vnp?fbclid=IwAR2xaZZ3CIkIkxyyGgUGvMZsnEg-zt0tFljB_Log-OAglUkwynA4BrUfomA_aem_Acw-wP8PEcQwWDf9mbpLLtpX0EnikvTqZ4cYvLOWQzqAQdpoJ02PXXfNwa5OsgZQCwTkExW59Djr4_gIPbISxRdv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/