Godzilla x Kong: The New Empire ກວາດລາຍໄດ້ຢ່າງຕໍ່ເນື່ອງ! ທະລຸ 360 ລ້ານໂດລາ

xr:d:DAGB0TUa-Os:3,j:9132598361903917482,t:24040810


Deadline ໄດ້ລາຍງານວ່າ ‘Godzilla x Kong: The New Empire’ ຂອງ Legendary ແລະ Warner Bros. ກາຍເປັນຮູບເງົາທີ່ສາມາດເຮັດລາຍໄດ້ເກີນຄວາມຄາດໝາຍ ໂດຍຍັງຄົງອັນດັບ 1 ໃນ BOX Officeໃນສະຫະລັດອາເມຣິກາເປັນເວລາ 2 ອາທິດຕິດຕໍ່ກັນ ສົ່ງຜົນໃຫ້ເຮັດລາຍໄດ້ລວມໄປທັງໝົດ 135 ລ້ານໂດລາ.

ໃນສ່ວນລາຍໄດ້ທົ່ວໂລກກວາດໄປທັງໝົດ 361 ລ້ານໂດລາ ຈາກທຶນສ້າງພຽງແຕ່ 135 ລ້ານ ພ້ອມຜ່ານຈຸດກຸ້ມທຶນທີ່ປະມານ 270 ລ້ານໂດລາໄປແລ້ວ ເສັ້ນທາງຈະເປັນແບບໃດຕໍ່ຈະຍັງສາມາດກວາດເງິນໄປໄດ້ອີກເທົ່າໃດ ຫຼື ຈະສາມາດແຊງໜ້າ ‘Godzilla’ 2014 ທີ່ເຮັດໄວ້ທີ່ 524,9 ລ້ານໂດລາໄດ້ຫຼືບໍ່? ຕ້ອງຕິດຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/