ທະ​ນາ​ຄານ​ກາງ​ຈີນສືບຕໍ່​ຊື້ “​ຄຳ” ​ເພີ່ມເຂົ້າໃນຄັງສຳຮອງ​​ເປັນ​ເດືອນ​ທີ 17 ຕິດ​ຕໍ່​ກັນ ເພື່ອປ້ອງກັນຄວາມສ່ຽງຈາກການເສື່ອມລາຄາຂອງເງິນໂດລາສະຫະລັດ

xr:d:DAGB0S3-axk:4,j:8382749018084985790,t:24040809


ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງແຫ່ງປະເທດຈີນ (PBOC) ໄດ້ເພີ່ມປະລິມານ “ຄໍາ” ເຂົ້າໃນຄັງສໍາຮອງເປັນ 17 ເດືອນຕິດຕໍ່ກັນໃນເດືອນມີນາ. ເຊິ່ງນີ້​ຖື​ວ່າ​ເປັນ​ການ​ຊື້​ຄຳໃນຖານະເປັນ​ຄັງ​ສຳຮອງ​ລະຫວ່າງປະເທດ ​ແລະ ​ມີສ່ວນ​ເຮັດ​ໃຫ້​ລາຄາ​ຄຳ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ໂດຍທະຄານກາງແຫ່ງປະເທດຈີນເປີດເຜີຍວ່າ ປະລິມານຄຳໃນຄັງສຳຮອງຂອງທະນາຄານເພີ່ມຂຶ້ນ 0.2% ແຕະລະດັບ 72.74 troy ounces ໃນເດືອນມີນາ, ເຊິ່ງນີ້​ແມ່ນ​ການ​ເພີ່ມ​ຂຶ້ນ​ປະ​ຈໍາ​ເດືອນ​ທີ່ໜ້ອຍ​ທີ່​ສຸດ ​ນັບ​ຕັ້ງ​ແຕ່​ມີການ​ຊື້​ຄໍາເພື່ອ​ເກັບຕຸນນັບຕັ້ງແຕ່ເລີ່ມ​ຊື້ໃນ​ເດືອນ​ພະ​ຈິກ 2022.

ໃນໄລຍະທີ່ຜ່ານມາ, ລາຄາຄໍາໃນຕະຫຼາດໂລກໄດ້ບັນລຸລະດັບສູງໃໝ່ໃນສອງເດືອນທີ່ຜ່ານມາຈາກການຄາດວ່າ ທະນາຄານກາງສະຫະລັດ (Fed) ຈະຫຼຸດອັດຕາດອກເບ້ຍໃນໄວໆນີ້ ຄຽງຄູ່ກັບການສະໜັບສະໜູນການຊື້ຄໍາຂອງທະນາຄານກາງທົ່ວໂລກ, ໂດຍສະເພາະຈີນ.

ທະນາຄານກາງຫຼາຍແຫ່ງທີ່ນຳ​ໂດຍ​ຈີນ ​ແລະ ​ອິນ​ເດຍ ໄດ້ມີການຊື້ຄຳເຂົ້າໃນຄັງສໍາຮອງຢ່າງຕໍ່ເນື່ອງໃນເດືອນກຸມພາ 2024 , ເຊິ່ງເປັນເດືອນທີ 9 ຕິດຕໍ່ກັນ. ອີງຂໍ້ມູນຈາກສະພາຄໍາຂອງໂລກ (WGC) ທີ່ໄດ້ລະບຸໄວ້.

ຢ່າງໃດກໍຕາມ, ປະລິມານຊື້ຄໍາໃນເດືອນກຸມພາ 2024 ຫຼຸດລົງ 58% ຈາກເດືອນກ່ອນ. ເຊິ່ງສ່ວນໜຶ່ງແມ່ນຜົນມາຈາກປະລິມານການຂາຍຄໍາທີ່ເພີ່ມຂຶ້ນ.

​ສິນຊັບ​ສໍາ​ຮອງ​ຢ່າງ​ເປັນ​ທາງ​ການ​ GDP ຂອງ​ຈີນ​ໃນ​ເດືອນ​ມີນາ​ປີ 2024 ​ໄດ້​ເພີ່ມ​ຂຶ້ນ​ແຕະລະດັບ​ສູງ​ສຸດ​ນັບ​ແຕ່​ເດືອນ​ພະຈິກ​ປີ 2015.

ທຶນສຳຮອງເງິນຕາລະຫວ່າງປະເທດຂອງຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 3.2457 ພັນ​ຕື້​ໂດ​ລາ. ເຊິ່ງນີ້​ແມ່ນລະດັບ​ສູງ​ສຸດ​ນັບ​ແຕ່​ເດືອນ​ທັນ​ວາ 2021. ເນື່ອງຈາກທະ​ນາ​ຄານ​ກາງແຫ່ງປະເທດຈີນ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັກ​ສາ​ການຖືຄອງ​ເງິນສຳຮອງເພື່ອປ້ອງກັນຄວາມສ່ຽງຂອງການຫຼຸດລົງຂອງເງິນໂດລາສະຫະລັດ.

ທີ່ມາ:

bloomberg

bnnbloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/