ຫາເງິນໄດ້ງ່າຍໆ! 7-Eleven (ໄທ) ເປີດ Affiliate ໃຫ້ຄ່າຄອມມິສຊັ່ນ ຄົນຊ່ວຍໂປຣໂໝດສິນຄ້າ ສູງສຸດເຖິງ 5%

xr:d:DAGB5GDWUzo:3,j:3789077481744251694,t:24040904


ແຟນຊາຍ ຮ້ານຂາຍຍ່ອຍ ຍັກໃຫຍ່ ຢູ່ໄທ ຢ່າງ 7-Eleven ເຮັດການຕະຫຼາດແບບ Affiliate ເປີດໃຫ້ຄົນທົ່ວໄປໂປຣໂໝດສິນຄ້າທີ່ມີກວ່າ 100.000 ລາຍການຈາກຮ້ານຄ້າ All Online ໂດຍມີຄ່າຄອມມິສຊັ່ນ ໃຫ້ສູງສຸດເຖິງ 5%.

ການເຮັດການຕະຫຼາດແບບ Affiliate ເປັນຮູບແບບການຕະຫຼາດໃຫ້ກັບບຸກຄົນອື່ນ ຫຼື ບໍລິສັດອື່ນໂດຍການໂປຣໂໝດສິນຄ້າຜ່ານຊ່ອງທາງຂອງເຮົາ ເຊັ່ນສື່ອອນລາຍຂອງເຮົາຢ່າງ Facebook, YouTube, Instagram, X, ເວັບໄຊ ແລະ ອື່ນໆ ໂດຍມີຈຸດປະສົງໃຫ້ກຸ່ມລູກຄ້າເລືອກຊື້ສິນຄ້າ ຜ່ານຊ່ອງທາງເຮົາ ເຊິ່ງເຮົາຈະໄດ້ຮັບຄ່າຕອບແທນຈາກແບຣນ ຫຼື ເຈົ້າຂອງສິນຄ້າທີ່ໃຫ້ເຮົາເຮັດການຕະຫຼາດໃຫ້.

ວັນທີ 8 ເມສາ 2024 7-Eleven ປະເທດທໄທ ໄດ້ເປີດໂປຣແກຣມ ALL ONLINE Affiliate ເປີດທາງໃຫ້ບຸກຄົນທົ່ວໄປສະໝັກ ແລະ ນໍາສິນຄ້າກວ່າ 100.000 ລາຍການຂອງ 7-Eleven ໄປໂປຣໂໝດຜ່ານທາງ Facebook, YouTube, Instagram, X ແລະ TikTok.

ໂດຍເມື່ອມີການສັ່ງຊື້ຜ່ານລິ້ງ ຫຼື ຄິວອາໂຄດຂອງເຮົາ ຈະໄດ້ຮັບສ່ວນແບ່ງຈາກຍອດຂາຍ ເຊັ່ນ ສິນຄ້າຄວາມງາມ ຍອດຂາຍ 100 ບາດ ໄດ້ຄ່າຄອມມິສຊັ່ນ 5% ເທົ່າກັບເຮົາຈະໄດ້ສ່ວນແບ່ງ 5 ບາດ ເປັນຕົ້ນ.

ໂດຍສິນຄ້າແຕ່ລະໝວດຈະແບ່ງຄ່າຄອມມິສຊັ່ນດັ່ງນີ້: ຊູບເປີ້ມາເກັດ 1%, ໂທລະສັບມື ແລະ ເກັດແຈັດ 1%, ແມ່ ແລະ ເດັກ 3,60%, ເຄື່ອງໃຊ້ໄຟຟ້າ 3,60%, ອຸປະກອບ ໄອທີ ແລະ ກ້ອງ 3,60%, ສັດລ້ຽງ 3,60%, ແຟຊັ່ນ 5%, ປຶ້ມ ແລະ ເຄື່ອງຂຽນ 3,60%, ສຸຂະພາບ 5%, ເຮືອນ ແລະ ສວນ 5%, ຄວາມງາມ 5%.

ໂດຍ ຄ່າຄອມມິສຊັ່ນ ຈະຈ່າຍສະເພາະຍອດທຸລະກຳທີ່ເກີນ 1.000 ບາດຂຶ້ນໄປເທົ່ານັ້ນ ໂດຍຍອດທີ່ບໍ່ຮອດ 1.000 ບາດ ສາມາດສະສົມຍອດໄດ້ເຖິງ 2 ປີ. ເຊິ່ງ 7-Eleven ຈະຕັດຍອດທຸກໆວັນທີ 1​ແລະ ວັນທີ 16 ຂອງທຸກໆເດືອນ ແລະ ຈະໄດ້ຮັບເງິນພາຍໃນ 15 ມື້ ຫຼັງຈາກຕັດຍອດ.

ທີ່ມາ ແລະ ລາຍລະອຽດ ເພີ່ມຕື່ມ: https://www.allonline.7eleven.co.th/c/affiliate/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/