ໄທ-ຫວຽດນາມ ແຂ່ງກັນສົ່ງອອກຖົ່ວລຽນໄປຈີນ ຫວັງເປັນເບີໜຶ່ງຜູ້ສົ່ງອອກຖົ່ວລຽນໄປຈີນ

xr:d:DAGB56R8G88:3,j:7762378269301169823,t:24040908


ໄທ ແລະ ຫວຽດນາມ ແຂ່ງກັນສົ່ງອອກ ຖົ່ວລຽນ ໄປ ຈີນ ຫວັງເປັນເບີໜຶ່ງຜູ້ສົ່ງອອກຖົ່ວລຽນໄປຈີນ ຫຼັງຫວຽດນາມຍາດເບີໜຶ່ງຈາກໄທ ທີ່ສົ່ງອອກຖົ່ວລຽນໄປຈີນຫຼາຍທີ່ສຸດ.

ໄທຕັ້ງເປົ້າເພີ່ມການສົ່ງອອກຖົ່ວລຽນໄປຈີນ ແນມຫາກົນລະຍຸດທວງຄືນຕຳແໜ່ງຜູ້ສົ່ງອອກຖົ່ວລຽນໄປຈີນອັນດັບໜຶ່ງ ຫຼັງຖືກຫວຽດນາມແຊງ.

ກົມສົ່ງເສີມການຄ້າລະຫວ່າງປະເທດ ຂອງປະເທດໄທ ໄດ້ຮຽກຮ້ອງໃຫ້ຜູ້ສົ່ງອອກ ແລະ ໜ່ວຍງານພາກລັດປັບປຸງການຂົນສົ່ງຖົ່ວລຽນໄປປະເທດຈີນ ແລະ ເພື່ອສະໜັບສະໜູນນະໂຍບາຍດັ່ງກ່າວ ໄທໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບຈີນ ໃນໄລຍະກາງເດືອນ ມີນາທີ່ຜ່ານມາ.

ບົດບັນທຶກດັ່ງກ່າວມີເປົ້າໝາຍທີ່ຈະສົ່ງເສີມ ແລະ ກຳນົດລາຄາທີ່ໝັ້ນຄົງສຳລັບການສົ່ງອອກໝາກໄມ້ເມືອງຮ້ອນໄປຫາປະເທດຈີນ ເຊິ່ງເປັນຄວາມເຄື່ອນໄຫວທີ່ສ້າງຄວາມໄດ້ປຽບໃຫ້ກັບຊາວກະສິກຳໄທ.

ແຕ່ຢ່າງໃດກໍຕາມໝາກໄມ້ທີ່ໄທສົ່ງອອກນັ້ນຈະຖືກຄວບຄຸມດ້ານຄຸນນະພາບທີ່ເຂັ້ມງວດຫຼາຍຂຶ້ນ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ຄາດວ່າຈີນ ຈະນຳເຂົ້າຖົ່ວລຽນ ແລະ ໝາກມັງຄຸດ ຈາກໄທ ໃນເດືອນເມສານີ້ ປະມານ 20.000 ໂຕນ ມູນຄ່າກວ່າ 82,44 ລ້ານໂດລາ.

ໃນໄລຍະເວລາ 2 ເດືອນທຳອິດ ປີ 2024 ການສົ່ງອອກຂອງຫວຽດນາມໄປຈີນ ບັນລຸໄດ້ທັງໝົດ 32.750 ​ໂຕນ ເຊິ່ງຫຼາຍກວ່າການສົ່ງອອກຂອງປະເທດໄທ ເກືອບ 72​% ໂດຍລາຄາການສົ່ງອອກຂອງຫວຽດນາມຢູ່ທີ່ 4,916 ລ້ານໂດລາ ຕໍ່ 1 ຕູ້ຄອນເທນເນີ້.

ໂດຍ ຊ່ອງວ່າງ ການສົ່ງອອກລະຫວ່າງໄທ ແລະ ຫວຽດນາມ ຈະຂະຫຍາຍຂຶ້ນຕື່ມອີກ  ເນື່ອງຈາກໄທໄດ້ຮັບອະນຸຍາດໃຫ້ສົ່ງອອກຖົ່ວລຽນສົດ ແຊ່ແຂງ ແລະ ແປຮູບ. ໃນຂະນະທີ່ຫວຽດນາມສາມາດສົ່ງອອກຖົ່ວລຽນຢ່າງເປັນທາງການເທົ່ານັ້ນ.

https://e.vnexpress.net/news/business/economy/thailand-aims-to-boost-durian-exports-to-china-reclaiming-lead-from-vietnam-4731881.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/