ເສດຖະກິດໂລກສັ່ນຄອນ! ສິນຄ້າຈີນລົ້ນຕະຫຼາດໂລກ ວິກິດການ “China Shock 2.0” ທີ່ກຳລັງໃກ້ເຂົ້າມາ

xr:d:DAGB55Ld1ok:3,j:1944853454366255970,t:24040909


ທົ່ວໂລກກຳລັງຈັບຕາເບິ່ງ “China Shock 2.0” ວິກິດການສິນຄ້າຈີນລົ້ນຕະຫຼາດ ເນື່ອງຈາກການຜະລິດທີ່ຫຼາຍເກີນໄປຫຼັງຈາກທີ່ເຄີຍເກີດຂຶ້ນກັບສະຫະລັດໃນປີ 2000 , ສິນຄ້າທີ່ຜະລິດຂຶ້ນມາຫຼາຍເກີນໄປສົ່ງຜົນກະທົບຕໍ່ພາກການຜະລິດ ແລະ ການຈ້າງງານ. ໂດຍສາເຫດຫຼັກໆ ແມ່ນເກີດມາຈາກການປ່ຽນແປງຂອງເສດຖະກິດຈີນທີ່ກຳລັງຫັນປ່ຽນ​ໄປ​ຈາກ​ການ​ເພິ່ງ​ພາ​ອາ​ໄສໃນ​ການ​ສົ່ງ​ອອກ ມາສູ່ການຂັບເຄື່ອນເສດຖະກິດດ້ວຍການບໍລິໂພກພາຍໃນປະເທດ.

ລັດຖະບານຈີນສະໜັບສະໜູນອຸດສາຫະກໍາໃໝ່ເຊິ່ງໄດ້ແກ່ ແຜງພະລັງງານແສງອາທິດ, ລົດໄຟຟ້າ ແລະ ແບັດເຕີລີ lithium-ion ເພື່ອຂັບເຄື່ອນເສດຖະກິດ ສົ່ງຜົນໃຫ້ມີການຜະລິດສິນຄ້າເຫຼົ່ານີ້ອອກມາຫຼາຍເກີນຄວາມຕ້ອງການ. ໂດຍສະເພາະຢ່າງຍິ່ງແມ່ນຜູ້ຜະລິດໃນຈີນກໍາລັງເລັ່ງຜະລິດແຜງພະລັງງານແສງອາທິດເປັນຈໍານວນຫຼວງຫຼາຍ, ຈຶ່ງນໍາໄປສູ່ປະລິມານທີ່ເຫຼືອລົ້ນ ແລະ ລາຄາທີ່ຕົກຕໍ່າ. ອີກທັງຈີນກຳລັງປະເຊີນກັບພາວະເງິນຝືດ ເຮັດໃຫ້ຜູ້ບໍລິໂພກພາຍໃນປະເທດຊະລໍການຊື້ການສິນຄ້າ

ດັ່ງນັ້ນ, ຈຶ່ງຖືກຈັບຕາເບິ່ງຈາກທົ່ວໂລກຍ້ອນຄວາມກັງວົນກ່ຽວກັບການຜະລິດທີ່ຫຼາຍເກີນ. ຈົນ​ວ່າ​ຜະ​ລິດ​ຕະ​ພັນ​ລົ້ນ​ຕະ​ຫຼາດ​ໂລກ​ ເຊິ່ງເອີ້ນກັນວ່າ China Shock ເຊິ່ງກໍຄື ຊ່ວງທີ່ມີການນຳສິນຄ້າຈີນເຂົ້າສູ່ສະຫະລັດເປັນຈຳນວນຫຼວງຫຼາຍ ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ຂະ​ແໜງ​ການ​ຜະລິດ​ຂອງ​ສະຫະລັດ ແລະ ​ເຮັດ​ໃຫ້​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ປະມານ 2 ລ້ານ​ຄົນ​ໃນ​ສະຫະລັດ.

ຜົນກະທົບຈາກວິກິດການ China Shock

  • ສິນຄ້າຈີນທີ່ລົ້ນຕະຫຼາດໂລກ ສົ່ງຜົນກະທົບຕໍ່ຜູ້ຜະລິດໃນປະເທດອື່ນ
  • ການແຂ່ງຂັນຈາກສິນຄ້າຈີນທີ່ມີລາຄາຖືກ ອາດຈະເຮັດໃຫ້ຜູ້ຜະລິດໃນປະເທດອື່ນຕ້ອງຫຼຸດກຳລັງການຜະລິດ ແລະ ການປົດພະນັກງານອອກ
  • ຄວາມຕຶງຄຽດທາງດ້ານການຄ້າໃນປະເທດຕ່າງໆ ອາດໃຊ້ມາດຕາການກີດກັ້ນທາງການຄ້າ ເພື່ອປົກປ້ອງອຸດສະຫະກຳພາຍໃນປະເທດ.

ສະຫະລັດ, ສະຫະພາບຢູໂຣບ ແລະ ຈີນມີແນວໂນ້ມທີ່ຈະແຂ່ງຂັນໃນເຊີງກົນລະຍຸດໃນດ້ານເຕັກໂນໂລຊີການຜະລິດຂັ້ນສູງທີ່ຈະດຳເນີນຕໍ່ໄປໃນໄລຍະຍາວ. ບໍລິສັດຫຼາຍແຫ່ງກໍາລັງກະຈາຍຫ່ວງໂສ້ອຸປະທານອອກຈາກປະເທດຈີນສໍາລັບຜະລິດຕະພັນຫຼາຍປະເພດ.

ສະຫະລັດ​ໄດ້​ປະຕິບັດ​ກົດໝາຍ CHIPS ​ໂດຍ​ມອບ​ເງິນ​ຊ່ວຍ​ເຫຼືອຈຳນວນ 52 ຕື້​ໂດ​ລາ​ສະຫະລັດໃຫ້ກັບຂະແໜງການຜະລິດ, ການຄົ້ນຄວ້າ ແລະ ການພັດທະນາກໍາລັງແຮງງານ. ໃນສ່ວນກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້ຂອງສະຫະລັດ ຍັງໄດ້ສົ່ງເສີມການລົງທຶນດ້ານພະລັງງານສະອາດ ແລະ ເມື່ອບໍ່ດົນມານີ້ ກະຊວງພະລັງງານໄດ້ປະກາດການລົງທຶນ 75 ລ້ານໂດລາສະຫະລັດເພື່ອພັດທະນາສູນຄົ້ນຄວ້າເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຫ່ວງໂຊ່ອຸປະທານແຮ່ທາດທີ່ສຳຄັນໃນປະເທດ.

ສຳລັບສະຫະພາບຢູໂຣບ ກໍາລັງປົກປ້ອງການຜະລິດພາຍໃນກັບອຸດສາຫະກໍາທີ່ພົ້ນເດັ່ນຂື້ນໃໝ່ເຊັ່ນກັນ. ໃນເດືອນຕຸລາທີ່ຜ່ານມາ, ຄະ​ນະ​ກຳ​ມະທິ​ການ​ຢູໂຣບ​ ໄດ້​ເລີ່ມ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ລົດ​ໄຟ​ຟ້າ​ຈາກ​ຈີນທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ອຸດ​ໜູນ​ທີ່​ຜິດ​ກົດ​ໝາຍຫຼືບໍ່? ເຊິ່ງໃນທາງກັບກັນ, ກໍອາດຈະເຮັດໃຫ້ເກີດໄພຄຸກຄາມຕໍ່ຜູ້ຜະລິດລົດໄຟຟ້າຂອງສະຫະພາບຢູໂຣບຖ້າ​ຫາກ​ເຫັນ​ວ່າ​ເປັນ​ຄວາມ​ຈິງ ແລະ ສະຫະພາບຢູໂຣບ ອາດ​ຈະ​ກຳນົດການເກັບ​ພາ​ສີ​ນຳ​ເຂົ້າ. ນອກຈາກນີ້, ສະຫະພາບຢູໂຣບຍັງໄດ້ກະກຽມ ກົດໝາຍວ່າດ້ວຍຊິບຢູໂຣບ ເພື່ອສົ່ງເສີມການຜະລິດຊິບໃນປະເທດອີກດ້ວຍ.

ທັງນີ້, ຈີນໄດ້ອອກມາຕອບສະໜອງ ໂດຍ​ກ່າວ​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ຈຳກັດ​ການ​ເຕີບ​ໂຕ, ຝ່າຍສະຫະລັດ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ເພື່ອ​ສະກັດ​ກັ້ນ​ການ​ພັດທະນາ​ດ້ານ​ການ​ຄ້າ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ. ການສົ່ງອອກລົດ EV, ແບັດເຕີຣີ Lithium Ion ແລະ ແຜງພະລັງງານແສງອາທິດຂອງຈີນແມ່ນເພີ່ມຂຶ້ນ ເນື່ອງຈາກຄວາມຕ້ອງການຂອງແຮງງານ ແລະ ຕະຫຼາດສາກົນຈາກການຫັນປ່ຽນພະລັງງານຂອງໂລກໄປສູ່ແຫຼ່ງພະລັງງານທີ່ມີຄວາມຍືນຍົງຫຼາຍຂຶ້ນ.

ທີ່ມາ:

thansettakij

wsj

businessinsider

nber.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/