1inch Network ຮ່ວມມືກັບ Baanx ແລະ Mastercard ເພື່ອປະກາດການເປີດຕົວບັດເດບິດ Crypto

xr:d:DAGB6Ia9QsM:3,j:593773566983945081,t:24040909


1inch Network ຮ່ວມມືກັບ Baanx ຜູ້ພັດທະນາບັດ crypto ແລະ Mastercard ຍັກໃຫຍ່ດ້ານການຊຳລະເງິນ ເພື່ອປະກາດເປີດຕົວບັດ “1inch Card” ເຊິ່ງເປັນບັດເດບິດ web3 ຮຸ່ນໃໝ່. ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຄວາມຊັບຊ້ອນ ແລະ ເຮັດໃຫ້ງ່າຍຕໍ່ການນຳໃຊ້ crypto ສໍາລັບການເຮັດທຸລະກໍາປະຈໍາວັນ.

ອີງຕາມການຖະແຫຼງຂ່າວລະບຸວ່າ “ 1inch Card ຈະຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ crypto ເພື່ອຊໍາລະຄ່າສິນຄ້າ ແລະ ການບໍລິການທັງອອນລາຍ ແລະ ອອບລາຍດ້ວຍຕົນເອງ. ລວມທັງການຖອນເງິນສົດຈາກຕູ້ ATM ທີ່ຮອງຮັບ, ໂດຍມີລະບົບສໍາລັບການປ່ຽນສະກຸນເງິນດິຈິຕອນເປັນສະກຸນເງິນ fiat ໄດ້ຢ່າງລຽບງ່າຍ”

ການເປີດຕົວບັດ “1inch Card” ເປັນສ່ວນໜຶ່ງຂອງກະແສຄວາມນິຍົມທີ່ເພິ່ມຂຶ້ນໃນບັນດາເຄືອຂ່າຍການຊຳລະເງິນຂະໜາດໃຫຍ່ເຊັ່ນ Mastercard ແລະ Visa ທີ່ຕ້ອງລວມແອັບພິເຄຊັ່ນແບບ web3 ແລະ ກະເປົາເງິນເຂົ້າກັບລະບົບການຊໍາລະເງິນຂອງຕົນເອງ.

ໃນປັດຈຸບັນມີຜູ້ໃຊ້ງານຈຳນວນຫຼາຍທີ່ໃຊ້ບໍລິການ 1inch ສໍາລັບການແລກປ່ຽນ, ວາງຄໍາສັ່ງແບບຈໍາກັດລາຄາ ແລະ ຍັງເປັນແຫຼ່ງຊັບພະຍາກອນສໍາລັບນັກພັດທະນາອີກດ້ວຍ.

ການຮ່ວມມືນີ້ກັບ Baanx ຍັງຊີ້ໃຫ້ເຫັນເຖິງພາລະກິດຮ່ວມກັນໃນການປະສົມປະສານກົນໄກທາງດ້ານການເງິນແບບດັ້ງເດີມກັບຄວາມຍືດຫຍຸ່ນ ແລະ ສັກກະຍະພາບຂອງໂລກ cryptocurrency.

ນອກ​ຈາກ​ຈະເປັນຕົວເຊື່ອມ​​ຕໍ່​ລະ​ຫວ່າງ​ສະ​ກຸນ​ເງິນ​ດິ​ຈິ​ຕອນ ​ແລະ ສະກຸນເງິນ fiat​,  1inch Card ຍັງ​ມີຮູບແບບທັ້ງແບບ physical card ​ແລະ ແບບ virtual card , ເພື່ອຮັບ​ປະ​ກັນວ່າ​ຜູ້​ໃຊ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທັງ​ໝົດ​ຄືກັນກັບການໃຊ້​ບັດ​ເດ​ບິດ​ຕາມ​ມາດ​ຕະ​ຖານ​ທົ່ວ​ໄປ​.

Christian Rau ຮອງປະທານອາວຸໂສຂອງ Crypto ແລະ Fintech Enablement ຢູ່ Mastercard ໄດ້ເນັ້ນຢ້ຳເຖິງການລວມຕົວຂອງເຕັກໂນໂລຊີທີ່ທັນສະໄໝທີ່ຂັບເຄື່ອນການລິເລີ່ມນີ້ ໂດຍກ່າວວ່າ “ການອາໄສເຕັກໂນໂລຢີ ແລະ ມາດຕະຖານຊັ້ນນຳ ຂອງ Mastercard, ບັດ 1inch Card ຈຶ່ງເຊື່ອມຕໍ່ໂລກຂອງ Web2 ແລະ Web3 ເຂົ້າດ້ວຍກັນດ້ວຍວິທີການທີ່ລ້ຳສະໄໝ”

ທີ່ມາ:

1inch.io

crypto

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/