ຮູບແບບໃໝ່ຂອງ Motor Show! ເມື່ອ BMW ເປີດເກມ ຍົກລະດັບ Motor Show 2020 ສູ່ “Virtual”


ເມື່ອການຈັດ “ອີເວັ້ນອອນລາຍ” ກາຍເປັນເລື່ອງປົກກະຕິໃນຍຸກນີ້ ຈຶ່ງກາຍເປັນວຽກບ້ານໃຫ້ແບຣນຕ່າງໆຕ້ອງຄິດຫຼາຍຂຶ້ນ ເຮັດຫຼາຍຂຶ້ນ ດ້ວຍໂຈດທີ່ຍາກຂຶ້ນເພື່ອສ້າງປະສົບການແປກໃໝ່ ແຕ່ຍັງຄົງຖືກໃຈແລະຕອບໂຈດກັບຜູ້ບໍລິໂພກໄດ້ຄືເກົ່າ ເຖິງວ່າປະສົບການທີ່ເຄີຍສຳຜັດເທິງອັອບລາຍ ຈະຖືກປ່ຽນໄປສູ່ອອນລາຍທັງໝົດກໍຕາມ

ຕົວຢ່າງທີ່ເອົາມາເວົ້າໄດ້ຊັດເຈນທີ່ສຸດຄື “ມະຫະກຳປະຈຳປີຢ່າງ Bangkok International Motor Show ຄັ້ງທີ 41” ທີ່ປະເທດເພື່ອນບ້ານ ປະເທດໄທ ເພາະໃນການຈັດງານປີນີ້, ເຮົາບໍ່ໄດ້ເຫັນແຕ່ສີສັນໃໝ່ ທີ່ແຕ່ລະຄ້າຍນຳສະເໜີຜ່ານນະວັດຕະກຳ ແຕ່ເປັນການພິກໂສມການຈັດ Motor Show ໄປຢ່າງສິ້ນເຊີງ ເພາະ “BMW Thailand” ໄດ້ລຸກຂຶ້ນມາເປີດປະຫວັດສາດບົດບາດໃໝ່ດ້ວຍການຈັດ “BWM Virtual Motor Show 2020” ເປັນ Virtual event ຈາກແນວຄິດ O2O ເຊື່ອມຕໍ່ປະສົບການຜູ້ບໍລິໂພກຜ່ານງານອັອບລາຍ ແລະ ອອນລາຍເຂົ້າດ້ວຍກັນ ຜ່ານການຈັດງານເທິງຊ່ອງທາງອອນລາຍທີ່ໃຫ້ປະສົບການດັ່ງກັບຜູ້ບໍລິໂພກເດີນທາງໄປຢ້ຽມຊົມງານປົກກະຕິດ້ວຍຕົນເອງ

ຫາກເວົ້າເຖິງສູດທີ່ເຮັດໃຫ້ການຈັດງານ BWC Virtual Motor Show 2020 ຄັ້ງນີ້ປະສົບຜົນສຳເລັດ ກໍຕ້ອງບອກວ່າ BMW ປະຍຸກຫຼາຍກົນລະຍຸດເພື່ອສ້າງ New Normal ການສະແດງລົດໃນຮູບແບບອອນລາຍເປັນຄັ້ງທຳອິດ ເຊິ່ງກົນລະຍຸດນັ້ນໄດ້ແກ່:

  • Virtual Event ຄັ້ງທຳອິດໃນອຸດສາຫະກຳລົດຍົນ: ແນ່ນອນວ່ານອກຈາກບູ໊ດຂອງ BMW, ການຈັດ virtual show ຄັ້ງນີ້ຍັງເປັນສີສັນ ທັງຍັງເປັນຄັ້ງທຳອິດຂອງທຸລະກິດລົດຂອງໂລກທີ່ມີການຈັດ virtual event ຄວບຄູ່ໄປກັບການສະແດງລົດ ຍິ່ງຕອກຢຳ້ພາບລັກຂອງ BMW ກັບການເປັນໜຶ່ງໃນຜູ້ນຳດ້ານເຕັກໂນໂລຊີທີ່ບໍ່ໄດ້ຈຳກັດຢູ່ໃນລົດເທົ່ານັ້ນ, ແນ່ນອນວ່າກົນລະຍຸດນີ້ເປັນປະຕູດ່ານທຳອິດຈາກການໃຊ້ຄວາມໄຮເທັກມາສ້າງໂອກາດເຂົ້າເຖິງຜູ້ບໍລິໂພກຈາກທຸກພື້ນທີ່ຫຼັງຈາກເກີດໂຄວິດ-19 ອີກດ້ວຍ
  • “O2O” Insights ເຊື່ອມຊີວິດຍຸກໃໝ່: ປະຕິເສດບໍ່ໄດ້ວ່າ ການເປີດປະສົບການເທິງໂລກອອນລາຍ ເຮັດໃຫ້ແບຣນເຂົ້າໃຈຄົນຮຸ່ນໃໝ່ໄດ້ຫຼາຍຂຶ້ນ ບໍ່ແມ່ນແຕ່ການເປີດປະເດັນອິນເຕີເນັດແບບ New Normal ແຕ່ເປັນການຈັບເອົາເນື້ອໃນຂອງຄວາມເຂົ້າໃຈການໃຊ້ຊີວິດຂອງຄົນຮຸ່ນໃໝ່ ທີ່ມັກຄວາມສະດວກສະບາຍຂອງການເຂົ້າເຖິງເນື້ອຫາທີ່ເຂົ້າກັບວິຖີຊີວິດ ໄດ້ທຸກທີ່ ທຸກເວລາ
  • ຕອບໂຈດ “ການຊື້” 360 ອົງສາ: ຖ້າບໍ່ມີຈຸດເດັ່ນຂອງງານ Motor Show ຢ່າງການຊື້ລົດ, BWC Virtual Motor Show 2020  ກໍອາດຈະບໍ່ສົມບູນ ດັ່ງນັ້ນ, ພາຍໃນ virtual event ດັ່ງກ່າວຈຶ່ງມາພ້ອມກັບການອຳນວຍຄວາມສະດວກໃຫ້ຜູ້ເຂົ້າຊົມສາມາດເບິ່ງຂໍ້ມູນຂ່າວສານກ່ຽວກັບລົດທີ່ສົນໃຈໄດ້ທຸກແງ່ທຸກມຸມ ພ້ອມສອບຖາມຂໍ້ມູນໂດຍລະອຽດໄດ້ຈາກຜູ້ຊ່ຽວຊານແບບ real time ລວມເຖິງການໂອ້ລົມຮັບຂໍ້ສະເໜີທາງການເງິນຈາກທີ່ປຶກສາການຂາຍ ທີ່ບໍ່ແຕກຕ່າງຈາກການຍ່າງເບິ່ງງານດ້ວຍຕົນເອງເລີຍ

ເຖິງໃຜຈະເບິ່ງວ່າ “ການປ່ຽນແປງ” ອາດສ້າງຄວາມສ່ຽງ ແຕ່ສຳລັບ BMW Virtual Motor Show 2020 ຄົງພິສູດແລ້ວວ່າເລື່ອງນີ້ຄືໂອກາດ ຍິ່ງເປັນກ້າວທຳອິດທີ່ຢູ່ໃນຖານະ “ຜູ້ນຳ” ຍິ່ງເຮັດໃຫ້ຜູ້ບໍລິໂພກຮູ້ສຶກວ່າແບຣນບໍ່ຢູ່ເສີຍ ແລະ ພັດທະນາເພື່ອຕອບໂຈດວິຖີຊີວິດຂອງຜູ່ຄົນທີ່ປ່ຽນໄປໄດ້ຢ່າງວ່ອງໄວ ບໍ່ຖ້າໃຫ້ແບຣນອືຶ່ນລົງມືກ່ອນ ແຕ່ເລືອກຕອບໂຈດດ້ວຍປະສົບການໃຫມ່ຜ່ານອອນລາຍ ຕັ້ງແຕ່ການເຂົ້າຮ່ວມງານ, ການຮັບຊົມ, ການເຂົ້າເຖິງສິນຄ້າ ແລະ ຂໍ້ມູນ ລວມໄປເຖິງການຕັດສິນໃຈຊື້ ຫຼື ຂໍຮັບຄຳປຶກສາ ອັນກາຍເປັນຜູ້ເປີດປະຫວັດສາດການຈັດ Virtual Event ໃນວົງການຍານພາຫະນະ

ທີ່ມາ: https://www.marketingoops.com/news/biz-news/bmw-virtual-motor-show-2020/