Bad Bunny ສີລະປິນທີ່ມີຍອດຟັງສູງສຸດປະຈຳປີ 2020 ຂອງ Spotify


ເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ ທາງ Spotify ໄດ້ມີການຈັດອັນດັບສີລະປິນ, ເພງ ແລະ ພອດແຄັດທີມີຄົນ stream ຜ່ານແອັບຫຼາຍທີ່ສຸດແຫ່ງປີ 2020 ໂດຍສີລະປິນທີ່ມີຄົນທົ່ວໂລກຟັງຫຼາຍທີ່ສຸດກໍຄື Bad Bunny ນັກຮ້ອງຊາວອາເມຣິກັນ-ເປີໂຕຣິໂກ ອາຍຸ 26 ປີ ທີ່ພາອາລະບຳ້  YHLQMDLG ທະຍານສູ່ອາລະບຳ້ຍອດຮິດ ມີການຟັງສູງເຖິງ 3.3 ພັນລ້ານຄັ້ງ ເຊິ່ງກໍຊ່ວຍຕອກຢຳ້ຄວາມນິຍົມຂອງແນວເພງລາຕິນອີກຄັ້ງ.

Bad Bunny ໄດ້ຮັບການຕອບຮັບທີ່ດີຈາກແຟນໆທົ່ວໂລກຫຼາຍຂຶ້ນເລື້ອຍໆ ບໍ່ແມ່ນແຕ່ສະເພາະເພງເທົ່ານັ້ນ ແຕ່ລາວຍັງເປັນສີລະປິນໜຸ່ມທີ່ສະໜັບສະໜູນເລື່ອງ Feminist ແລະ LGBTQA+ ມາຕະຫຼອດ ໂດຍຈະເຫັນໄດ້ຈາກ Music video ຂອງ Yo Perreo Sola ທີ່ນອກຈາກຈະສ້າງຄວາມຮືຮາດ້ວຍການແຕ່ງ Drag ແລ້ວຍັງເຄີຍໃຫ້ສຳພາດວ່າເຖິງແມ່ນວ່າຈະເປັນຊາຍແທ້ ແຕ່ລາວກໍຢາກໃຫ້ທຸກຄົນຮັບຮູ້ວ່າລາວສະໜັບສະໜູນ ແລະ ໃຫ້ຄວາມສົນໃຈເລື່ອງຄວາມຫຼາກຫຼາຍທາງເພດ.

ນອກຈາກ Bad Bunny ແລ້ວກໍຍັງມີ  Drake, J Balvin, Juice WRLD ທີ່ລ່ວງລັບໄປແລ້ວ ແລະ The Weeknd ທີ່ Blinding Light ເປັນເພງທີ່ຖືກຟັງຫຼາຍທີ່ສຸດໃນປີນີ້ ຕາມມາດ້ວຍ Dance Monkey ໂດຍ Tones and I ແລະແນ່ນອນ The Box ຂອງ Roddy Richh ລວມໄປເຖິງອາລະບຳ້ Hollywood’s Bleeding ຂອງ Post Malone  ກໍມາແຮງເຊັ່ນກັນ ໂດຍໃນສ່ວນຂອງສິລະປິນຜູ້ຍິງນັ້ນ ບິນລີ ອາຍລິດ ຍັງຄົງຄອງຕຳແໜ່ງສິລະປິນຍິງທີ່ຄົນຟັງຫຼາຍທີ່ສຸດເປັນປີທີ 2 ຕາມມາດ້ວຍ ເທເລີ ສະວິບ ແລະ ອາຣີນາ ກຣານເດ.

ທີ່ມາ: https://www.facebook.com/thestandardpop/photos/a.726095644412114/1376260672728938/?_rdc=1&_rdr