US FDA ເປີດເຜີຍຂໍ້ມູນການວິໄຈວັກຊີນປ້ອງກັນໂຄວິດ-19 ຂອງ Pfizer ວ່າມີປະສິດທິພາບ!


US FDA (Food and Drug Administration) ເຜີຍຂໍ້ມູນການວິໄຈວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດ Pfizer ວ່າ ວັກຊີນໂຕນີ້ສາມາດລົດອັດຕາການຕິດເຊື້ອໄດ້ຫຼາຍ ດັ່ງໃນກຣາບລຸ່ມນີ້:

ໂດຍຈາກກຣາບແນວນອນ ແມ່ນຈຳນວນມື້ຫຼັງຈາກໄດ້ຮັບວັກຊີນເຂັມທຳອິດ ຈະເຫັນວ່າສີແດງ ຫຼື ຄົນທີ່ໄດ້ຮັບວັກຊີນປອມ ມີຄົນທີ່ໄດ້ຮັບເຊື້ອເພີ່ມຂຶ້ນເລື້ອຍໆ ແຕ່ຄົນທີ່ໄດ້ຮັບວັກຊີນແທ້ ຫຼື ສີຟ້າ ມີຄົນຕິດເຊື້ອເພີ່ມຂຶ້ນໜ້ອຍດຽວ.

ຍິ່ງວັກຊີນເຂັມທີ 2 ຍິ່ງເຫັນຜົນຕ່າງກັນຫຼາຍ ຄົນທີໄດ້ຮັບວັກຊີນຕິດເຊື້ອພຽງແຕ່ 8 ຄົນ ຈາກ 18,198 ຄົນ. ສ່ວນຄົນທີ່ບໍ່ໄດ້ຮັບວັກຊີນຕິດຫຼາຍເຖິງ 162 ຄົນ ຈາກ 18,325 ຄົນ.

ທີ່ມາ: https://twitter.com/pawinpawin/status/1336316621242028034