ຄົ້ນພົບພືດລົ້ມລຸກສາຍພັນໃໝ່ຂອງໂລກ 6 ຊະນິດຢູ່ ສປປ ລາວ


ວັນທີ 4 ທັນວາ 2020 ທາງເວບໄຊ allinlaos.com ລາຍງານວ່າ ນັກຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ນັກຄົ້ນຄວ້າ ຄະນະວິທະຍາສາດ ມະຫາວິທະຍາໄລ ຂອນແກ່ນປະເທດໄທ ຄົ້ນພົບພືດລົ້ມລຸກ ສາຍພັນໃໝ່ຂອງໂລກ 6 ຊະນິດ ທີ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

Soulivanh Kanorsavanh ມະຫາວິທະຍາໄລແຫ່ງຊາດ ແລະ ທ່າານ Keoudone Souvannakhoummane ຈາກສະຖາບັນວິໄຈ ກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ພ້ອມກັບ ສາດສະດາຈານ ດຣ. ປຣະນອມ ຈັນທອນໂນໄທ ນັກພືດພັນ ຈາກປະເທດໄທ ມະຫາວິທະຍາໄລຂອນແກ່ນ ໄດ້ລົງເກັບກຳຂໍ້ມູນພັນພືດ ພາກສະໜາມ ລະຫວ່າງປີ 2014-2020 ແລະ ໄດ້ຄົ້ນພົບພືດຊະນິດໃໝ່ຂອງໂລກ ຈຳນວນ 6 ຊະນິດ ໃນຈຳນວນ 14 ຊະນິດທີ່ສຶກສາ ແລະ ໄດ້ຕີພິມຜົນການວິໄຈນີ້ ໃນວາລະສານນານາຊາດ Nordic Journal of Botany ສະບັບປີ 2020: e02714 doi: 10.111/njb.02714.

ພືດທີ່ຄົ້ນພົບ ເປັນປະເພດພືດລົ້ມລຸກຂະໜາດນ້ອຍ ສູງ 2-20 ຊັງຕີແມັດ ມີອາຍຸຫຼາຍປີ, ມີ 5 ກີບສີຂາວ, ຈັດລຽນໂຕຄ້າຍຄືກັບຮູບດາວ ເກີດຂຶ້ນຢູ່ຕາມຫີນປູນ ຫຼື ຫີນທີ່ມີຄວາມຊຸ່ມສູງໃນປ່າດົງດິບ.

ທີ່ມາ: https://www.allinlaos.com/2020/12/32865/?fbclid=IwAR1LF4frkZ1ORcJoxVjvSoce-rzIp_KynnazYVceJu-KvfAYVCcLEpIhh9U