BTS ສະແດງເພງດັງ Dynamite ພ້ອມຄວ້າ 2 ຮາງວັນ ທີ່ງານ American Music Awards 2020


ງານປະກາດຮາງວັນ  American Music Awards ປະຈຳປີ 2020 ຖືກຈັດຂຶ້ນເມື່ອວັນທີ 22 ພະຈິກທີ່ຜ່ານມາ ໃນລອສແອງເຈລິສ ສະຫະລັດອາເມຣິກາ. ເຊິ່ງໃນປີນີ້ 7 ໜຸ່ມວົງ BTS ສີລະປິນຊື່ດັງຈາກ ສ.ເກົາຫລີ ກໍຄວ້າໄປ 2 ຮາງວັນຈາກງານນີ້ຄື Favorite Duo or Group – Pop/Rock ເປັນປີທີ 2 ຕິດຕໍ່ກັນ ໂດຍໃນປີນີ້ມີຜູ່ເຂົ້າຊີງໄດ້ແກ່ Jonas Brothers ແລະ  Maroon 5

ອີກໜຶ່ງຮາງວັນນັ້ນກໍຄື Favorite Social Artist ເປັນປີທີ 3 ຕິດຕໍ່ກັນ ເຊິ່ງປີນີ້ມີຜູ່ເຂົ້າຊີງໄດ້ແກ່ Billie Eilish, Exo, Ariana Grande ແລະ NCT 127.

ເນື່ອງຈາກວ່າໃນປີນີ້ ຍ້ອນສະຖານະການລະບາດຂອງໂຄວິດ-19 ເຮັດໃຫ້ 7 ໜຸ່ມ BTS ສ່ົງຄລິບວີດີໂອສັ້ນໆ ຄວາມຍາວປະມານ 51 ວິນາທີ ເພື່ອຂອບໃຈບັນດາອາມີ້ (ຊື່ເອີ້ນແຟນຄລັບຂອງວົງ BTS) ສຳຫຼັບ 2 ຮາງວັນນີ້

RM ກ່າວວ່າ “ເຮົາໄດ້ຕຳແໜ່ງນີ້ເມື່ອປີກ່ອນ ດັ່ງນັ້ນຂໍຂອບໃຈສຳຫຼັບການສະໜັບສະໜູນ ແລະ ຄວາມຮັກທີີ່ຍັງດຳເນີນຕໍ່ໄປ ໂດຍສະເພາະໃນປີນີ້ ທີ່ເຕັມໄປດ້ວຍຄວາມກັງວົນ ແລະ ບໍ່ແນ່ນອນ”

ເຈໂຮບກ່າວວ່າ “ໃນລະຫວ່າງນີ້ ພວກເຮົາຕ້ອງການທີ່ຈະເປັນກູ່ມທີ່ນຳຄວາມສະດວກສະບາຍມາສູ່ໂລກຜ່ານສຽງເພງ”

ຈິນເສີມວ່າ “ນັ້ນຄືສິ່ງທີ່ເຮົາໄດ້ເຮັດຂຶ້ນໃນອາລະບ້ຳໃຫມ່ຂອງພວກເຮົາເຊັ່ນກັນ ເພື່ອບອກກັບອາມີ່ ແມ້ວ່າຈະມີທູກສິ່ງ ແຕ່ຊີວິດຂອງພວກເຮົາກໍຕ້ອງດຳເນີນໄປ”

ວີລົງທ້າບວ່າ “ຂອບໃຈສຳຫຼັບຮາງວັນອັນລ້ຳຄ່ານີ້ເດີ ອາມີ້!!!”

ບໍ່ດົນມານີ້ BTS  ໄດ້ກັບມາກັບອາລະບ້ຳໃຫມ່ຫຼ້າສຸດ ‘BE’ ມີເພງຫຼັກແມ່ນ Life Goes On ທີ່ປ່ອຍອອກມາໄດ້ 2 ມື້ 3 ຊົ່ວໂມງ 45 ນາທີ ຍອດວິວໃນຍູທູບກໍທະລຸໄປ 100 ລ້ານວິວ ໃນຂະນະທີ່ພາຍໃນງານ American Music Awards 2020 ທັງ 7 ໜຸ່ມໄດ້ຈັດໂຊພິເສດ ສະແດງສົດເພງ Life Goes On ເປັນບ່ອນທຳອິດ ກ່ອນຈະຈັດໂຊປິດທ້າຍດ້ວຍເພງເພງສຸກຮິດຢ່າງ Dynamite ຊິງເກິລພາສາອັງກິດອີກພ້ອມ.

American Music Awards ເປັນງານປະກາດຮາງວັນທາງດ້ານດົນຕີປະຈຳປີ ເຊິ່ງເປັນໜຶ່ງໃນ 4 ລາຍການປະກາດຮາງວັນໃຫຍ່ຄື Billboard Music Awards, GRAMMY Awards, Rock & Roll Hall of Fame Induction Ceremony. ໂດຍ American Music Awards ຄັດສັນຮາງວັນຈາກການເຮັດແບບສຳຫຼວດໂດຍຜູ່ບໍລິໂພກທາງເພງ.

BTS ຫຼື ບັງທັນໂຊນຍອນດັນ ເປັນ 7 ໜຸ່ມທີ່ສັງກັດຢູ່ບໍລິສັດ Big Hit Entertainment ເດບິວປີ 2013 ດ້ວຍເພງ No More Dream ບໍ່ດົນມານີ້ກໍໄດ້ສົ່ງເພງ Dynamite ຕິດອັນດັບ 1 ຂອງ Billboard Hot 100 ແລະ ຍັງສາມາດໄຕ່ Chart ຂຶ້ນອັນດັບສູງໃນຫຼາຍປະເທດ.

ທີ່ມາ: https://workpointtoday.com/bts-amas-2020/