ລາວ-ໄທ ດັນເປົ້າໝາຍການຄ້າເປັນ 12 ຕື້ໂດລາ ພາຍໃນປີ 2027 ເລັ່ງເຊື່ອມຕໍ່ຂົນສົ່ງ-ພະລັງງານ
ລາວ-ໄທ ເພີ່ມເປົ້າໝາຍການຄ້າຈາກ 11 ຕື້ເປັນ 12 ຕື້ໂດລາ ພ້ອມຜັກດັນຂົວທາງລົດໄຟຂ້າມແມ່ນ້ຳຂອງ, ຂົວມິດຕະພາບແຫ່ງທີ 6 ແລະ ລະບົບກວດກາຊາຍແດນຮ່ວມ
ລາວ-ໄທ ດັນເປົ້າໝາຍມູນຄ່າການຄ້າສອງຝ່າຍ ຂຶ້ນເປັນ 12 ຕື້ໂດລາສະຫະລັດ ພາຍໃນປີ 2027 ຄຽງຄູ່ກັບການເລັ່ງພັດທະນາການຂົນສົ່ງ, ໂລຈິສຕິກ, ການລົງທຶນ ແລະ ການເຊື່ອມໂຍງພະລັງງານ ເພື່ອຂະຫຍາຍຄວາມຮ່ວມມືທາງເສດຖະກິດລະຫວ່າງສອງປະເທດ.
ຂໍ້ສະເໜີດັ່ງກ່າວມີຂຶ້ນໃນລະຫວ່າງການພົບປະສອງຝ່າຍລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ສປປ ລາວ ກັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງມະຫາດໄທ ຂອງປະເທດໄທ ໃນວັນທີ 15 ພະຈິກ 2026 ຢູ່ນະຄອນມະນີລາ ປະເທດຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ.
ຕາມການລາຍງານໂຄສົກສຳນັກນາຍົກລັດຖະມົນຕີໄທ, ທ່ານ ອະນຸທິນ ໄດ້ສະເໜີໃຫ້ຝ່າຍລາວຮ່ວມກັນອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງສິນຄ້າຜ່ານຊາຍແດນ ເພື່ອຍົກມູນຄ່າການຄ້າຈາກລະດັບປະມານ 9,8 ຕື້ໂດລາ ຕາມຕົວເລກທີ່ຝ່າຍໄທອ້າງອີງ ໃຫ້ບັນລຸ 12 ຕື້ໂດລາ ພາຍໃນປີ 2027.
ຫາກທຽບກັບຕົວເລກ 9,8 ຕື້ໂດລາດັ່ງກ່າວ, ເປົ້າໝາຍໃໝ່ຈະຕ້ອງເພີ່ມມູນຄ່າການຄ້າອີກປະມານ 2,2 ຕື້ໂດລາ ຫຼື 22,4%.
ການສະເໜີເພີ່ມເປົ້າໝາຍຄັ້ງນີ້ມີຂຶ້ນພຽງປະມານໜຶ່ງເດືອນເຄິ່ງ ຫຼັງຈາກລາວ ແລະ ໄທ ໄດ້ຕົກລົງກຳນົດເປົ້າໝາຍການຄ້າຮ່ວມກັນທີ່ 11 ຕື້ໂດລາ ພາຍໃນປີ 2027 ໃນກອງປະຊຸມຄະນະກຳມາທິການຮ່ວມມືລາວ-ໄທ ຄັ້ງທີ 23 ທີ່ແຂວງຫຼວງພະບາງ ໃນວັນທີ 2 ຕຸລາ 2026.
ຂໍ້ມູນຈາກກົມການຄ້າຕ່າງປະເທດຂອງລາວ ລະບຸວ່າ ໃນປີ 2025 ມູນຄ່າການຄ້າລະຫວ່າງລາວ ແລະ ໄທ ບັນລຸປະມານ 8,457 ລ້ານໂດລາ ໂດຍບໍ່ລວມມູນຄ່າການສົ່ງອອກໄຟຟ້າ.
ເພື່ອສະໜັບສະໜູນເປົ້າໝາຍການຄ້າດັ່ງກ່າວ, ນາຍົກລັດຖະມົນຕີໄທໄດ້ສະເໜີໃຫ້ເລັ່ງການຮ່ວມມືໃນ 3 ໂຄງການສຳຄັນດ້ານການຂົນສົ່ງ ແລະ ໂລຈິສຕິກ.
ໂຄງການທຳອິດ ແມ່ນການພິຈາລະນາເສັ້ນທາງເຊື່ອມຕໍ່ຝັ່ງລາວ ສຳລັບໂຄງການຂົວທາງລົດໄຟແຫ່ງໃໝ່ຂ້າມແມ່ນ້ຳຂອງ ລະຫວ່າງໜອງຄາຍ ແລະ ວຽງຈັນ ເພື່ອຂະຫຍາຍຄວາມສາມາດໃນການເຊື່ອມຕໍ່ລະບົບລາງລະຫວ່າງສອງປະເທດ.
ໂຄງການທີສອງ ແມ່ນການເລັ່ງຫາຂໍ້ສະຫຼຸບກ່ຽວກັບການແບ່ງປັນຄ່າກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ລະຫວ່າງແຂວງສາລະວັນ ກັບ ແຂວງອຸບົນຣາຊະທານີຂອງໄທ ຊຶ່ງຈະເປັນອີກໜຶ່ງເສັ້ນທາງສຳຄັນສຳລັບການຄ້າ ແລະ ການເດີນທາງລະຫວ່າງສອງປະເທດ.
ສ່ວນໂຄງການທີສາມ ແມ່ນການຜັກດັນໃຫ້ມີເຂດກວດກາຮ່ວມ (Common Control Area ຫຼື CCA) ຢູ່ດ່ານຊາຍແດນ ໂດຍຝ່າຍໄທສະເໜີໃຫ້ເລີ່ມທີ່ຂົວມິດຕະພາບແຫ່ງທີ 3 ນະຄອນພະນົມ-ຄຳມ່ວນ ຫຼື ແຫ່ງທີ 4 ຊຽງຂອງ-ຫ້ວຍຊາຍ ຊຶ່ງຝ່າຍໄທລະບຸວ່າມີຄວາມພ້ອມ.
ການຈັດຕັ້ງເຂດກວດກາຮ່ວມມີເປົ້າໝາຍເພື່ອເຮັດໃຫ້ຂັ້ນຕອນການກວດກາສິນຄ້າ ແລະ ການຜ່ານແດນມີຄວາມຄ່ອງຕົວຫຼາຍຂຶ້ນ. ຫາກດຳເນີນໄດ້ຢ່າງມີປະສິດທິຜົນ ກໍອາດຊ່ວຍຫຼຸດເວລາລໍຖ້າຢູ່ດ່ານ, ຫຼຸດຄ່າໃຊ້ຈ່າຍຂອງຜູ້ຂົນສົ່ງ ແລະ ເພີ່ມຄວາມສາມາດແຂ່ງຂັນຂອງທຸລະກິດ.
ຝ່າຍໄທເຫັນວ່າ ການເລັ່ງພັດທະນາໂຄງການເຫຼົ່ານີ້ ຈະຊ່ວຍສະໜັບສະໜູນຍຸດທະສາດຂອງລາວໃນການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Landlocked) ໄປສູ່ການເປັນສູນກາງເຊື່ອມໂຍງທາງບົກ (Land-linked) ກັບປະເທດໃນພາກພື້ນ.
ນອກຈາກການຄ້າ ແລະ ການຂົນສົ່ງແລ້ວ, ທັງສອງຝ່າຍຍັງໃຫ້ຄວາມສຳຄັນກັບການເຊື່ອມໂຍງພະລັງງານໃນພາກພື້ນ ໂດຍສະເພາະໂຄງການເຊື່ອມໂຍງການຊື້ຂາຍໄຟຟ້າລະຫວ່າງລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP).
ນາຍົກລັດຖະມົນຕີໄທໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງໂຄງການດັ່ງກ່າວ ຊຶ່ງມີບົດບາດຕໍ່ການພັດທະນາເຄືອຂ່າຍໄຟຟ້າອາຊຽນ (ASEAN Power Grid) ແລະ ການເສີມສ້າງຄວາມໝັ້ນຄົງທາງພະລັງງານ.
ພ້ອມກັນນັ້ນ, ຝ່າຍໄທຍັງສະເໜີຈັດຕັ້ງຄະນະເຮັດວຽກດ້ານພະລັງງານລາວ-ໄທ ເພື່ອເພີ່ມການປະສານງານ ແລະ ຮ່ວມກັນຮັບມືກັບຄວາມຜັນຜວນຂອງສະຖານະການພະລັງງານໂລກ.
ສຳລັບລາວ, ຄວາມຮ່ວມມືດ້ານນີ້ມີຄວາມສຳຄັນຕໍ່ໂອກາດການສົ່ງອອກໄຟຟ້າ ແລະ ການຂະຫຍາຍຕະຫຼາດພະລັງງານໄປສູ່ປະເທດອື່ນໆ ໃນອາຊຽນ ຜ່ານລະບົບສາຍສົ່ງທີ່ເຊື່ອມຕໍ່ກັນ.
ໃນດ້ານຄວາມໝັ້ນຄົງ, ທ່ານ ອະນຸທິນ ໄດ້ສະເໜີໃຫ້ສອງປະເທດເພີ່ມການລາດຕະເວນຕາມຊາຍແດນ, ແລກປ່ຽນຂ່າວກອງ ແລະ ຍົກລະດັບຄວາມສາມາດຂອງເຈົ້າໜ້າທີ່ລາວ ເພື່ອສະກັດກັ້ນການລັກລອບຂົນສົ່ງຢາເສບຕິດ ແລະ ສານເຄມີທີ່ນຳໄປໃຊ້ຜະລິດຢາເສບຕິດ.
ຜູ້ນຳໄທຍັງໄດ້ຊົມເຊີຍຄວາມພະຍາຍາມຂອງລາວໃນການປາບປາມເຄືອຂ່າຍຫຼອກລວງອອນລາຍ ແລະ ຂອບໃຈຝ່າຍລາວທີ່ໃຫ້ການຊ່ວຍເຫຼືອໃນການສົ່ງຄົນສັນຊາດໄທກັບປະເທດ.
ນອກນັ້ນ, ໄທຍັງສະແດງຄວາມພ້ອມຊ່ວຍເຫຼືອລາວໃນການຮັບມືບັນຫາໝອກຄວັນຂ້າມແດນ ແລະ ການຄຸ້ມຄອງຊັບພະຍາກອນນ້ຳຢ່າງຍືນຍົງ.
ທ່ານ ອະນຸທິນ ຍັງໄດ້ເຊີນນາຍົກລັດຖະມົນຕີລາວ ແລະ ພັນລະຍາ ໄປຢ້ຽມຢາມປະເທດໄທຢ່າງເປັນທາງການໃນຕົ້ນປີ 2027 ພ້ອມທັງຢືນຢັນຄວາມພ້ອມໃນການຮ່ວມມືກັບລັດຖະບານລາວຊຸດໃໝ່.
ການສະເໜີຍົກເປົ້າໝາຍການຄ້າເປັນ 12 ຕື້ໂດລາ ຈຶ່ງສະທ້ອນໃຫ້ເຫັນຄວາມຕ້ອງການຂອງຝ່າຍໄທທີ່ຈະເລັ່ງຂະຫຍາຍຄວາມຮ່ວມມືທາງເສດຖະກິດກັບລາວ. ແຕ່ສຳລັບລາວແລ້ວ ຄວາມສຳເລັດບໍ່ໄດ້ຂຶ້ນກັບມູນຄ່າການຄ້າລວມພຽງຢ່າງດຽວ, ຫາກຍັງຂຶ້ນກັບຄວາມສາມາດໃນການເພີ່ມການສົ່ງອອກ, ດຶງດູດການລົງທຶນທີ່ສ້າງມູນຄ່າເພີ່ມ ແລະ ນຳໃຊ້ຄວາມໄດ້ປຽບດ້ານທີ່ຕັ້ງໃຫ້ກາຍເປັນໂອກາດທາງເສດຖະກິດຢ່າງແທ້ຈິງ.
#LaoXperts #LaosThailand #Trade #Economy #Investment #Logistics #ASEAN #ການຄ້າລາວໄທ #ເສດຖະກິດລາວ


