ກຽມໃຊ້ກ້ອງ E-police! ຂັບລົດຜິດກົດຈະລາຈອນ ອາດມີຂໍ້ຄວາມແຈ້ງຄ່າປັບເຂົ້າມືຖື
ທົດລອງໃຊ້ກ້ອງ E-police ແລ້ວ 8 ຈຸດ ໃນນະຄອນຫຼວງວຽງຈັນ ກຽມເປີດນຳໃຊ້ທາງການໃນໄວໆນີ້ ພ້ອມລະບົບບັນທຶກການລະເມີດ, ອອກໃບປັບໃໝດິຈິຕອນ ແລະ ຊຳລະຜ່ານທະນາຄານ
ກ້ອງ E-police ເລີ່ມທົດລອງແລ້ວ 8 ຈຸດ ໃນນະຄອນຫຼວງວຽງຈັນ ກຽມເປີດນຳໃຊ້ທາງການໃນໄວໆນີ້ ໂດຍລະບົບສາມາດກວດຈັບການລະເມີດຈະລາຈອນ, ບັນທຶກຫຼັກຖານ ແລະ ສົ່ງແຈ້ງເຕືອນຄ່າປັບໃໝເຂົ້າໂທລະສັບຂອງເຈົ້າຂອງພາຫະນະໄດ້. ສື່ມວນຊົນ ປກສ ລາຍງານ.
ພັອ ປອ ກິ່ງຄຳ ພົມມະຫາໄຊ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 16 ພະຈິກ 2026 ວ່າ ລະບົບກ້ອງ E-police ເປັນສ່ວນໜຶ່ງຂອງໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ທີ່ມີເປົ້າໝາຍຍົກລະດັບການຄຸ້ມຄອງຈະລາຈອນໃນລາວໃຫ້ກ້າວສູ່ລະບົບດິຈິຕອນ.
ຈຸດເດັ່ນຂອງລະບົບນີ້ແມ່ນ ເມື່ອກ້ອງກວດພົບການລະເມີດກົດຈະລາຈອນ ຈະສາມາດບັນທຶກພາບເຫດການເປັນຫຼັກຖານ ແລ້ວສົ່ງຂໍ້ມູນເຂົ້າສູ່ຖານຂໍ້ມູນກາງ ເພື່ອກວດສອບວ່າພາຫະນະຄັນດັ່ງກ່າວເປັນຂອງໃຜ.
ຫຼັງຈາກນັ້ນ ລະບົບສາມາດສົ່ງຂໍ້ຄວາມແຈ້ງເຕືອນໄປຫາເບີໂທລະສັບຂອງເຈົ້າຂອງພາຫະນະ ໂດຍມີຂໍ້ມູນການລະເມີດປະກອບ ພ້ອມທັງໃບປັບໃໝແບບອິເລັກໂຕຣນິກ.
ສຳລັບການຊຳລະຄ່າປັບໃໝ ລະບົບຖືກອອກແບບໃຫ້ສາມາດຊຳລະຜ່ານບັນຊີທະນາຄານ ໂດຍນຳໃຊ້ແອັບພລິເຄຊັນສະເພາະ. ນອກຈາກນີ້ ເຈົ້າໜ້າທີ່ຍັງສາມາດພິມໃບປັບໃໝຢູ່ຕາມຈຸດກວດກາ ເພື່ອມອບໃຫ້ຜູ້ລະເມີດໄດ້ທັນທີ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ຍັງບໍ່ໄດ້ຊີ້ແຈງວ່າ ຫາກຜູ້ຂັບຂີ່ ຫຼື ເຈົ້າຂອງພາຫະນະໄດ້ຮັບໃບແຈ້ງຄ່າປັບໃໝຜ່ານລະບົບ E-police ແລ້ວ ແຕ່ບໍ່ດຳເນີນການຊຳລະ ຈະມີມາດຕະການບັງຄັບໃຊ້ແນວໃດ ແລະ ຈະກຳນົດໄລຍະເວລາຊຳລະຄ່າປັບໄວ້ຈັກວັນ.
ອີກໜຶ່ງຄວາມສາມາດຂອງລະບົບແມ່ນ ການຈັດເກັບປະຫວັດພາຫະນະ ແລະ ຜູ້ຂັບຂີ່ ລວມເຖິງຈຳນວນຄັ້ງທີ່ເຄີຍລະເມີດກົດຈະລາຈອນ ແລະ ປະເພດການລະເມີດໃນໄລຍະຜ່ານມາ ເພື່ອໃຫ້ເຈົ້າໜ້າທີ່ນຳໃຊ້ໃນວຽກງານຄຸ້ມຄອງ ແລະ ບັງຄັບໃຊ້ກົດໝາຍ.
ປັດຈຸບັນ ໂຄງການມີຄວາມຄືບໜ້າຫຼາຍດ້ານ ໂດຍຄະນະຮັບຜິດຊອບໄດ້ສຳຫຼວດພື້ນທີ່ສຳລັບຕິດຕັ້ງກ້ອງ E-police, ກ້ອງກວດຈັບຄວາມໄວ, ກ້ອງກວດຈັບການຈອດລົດ, ລະບົບຊັ່ງນ້ຳໜັກ ລວມທັງໄຟ ແລະ ປ້າຍສັນຍານຈະລາຈອນ ໃນ 9 ເມືອງ ຂອງນະຄອນຫຼວງວຽງຈັນ.
ໃນຈຳນວນຈຸດຕິດຕັ້ງເສົາກ້ອງ E-police ທີ່ວາງແຜນໄວ້ 40 ຈຸດ ປັດຈຸບັນຕິດຕັ້ງເສົາສຳເລັດແລ້ວ 27 ຈຸດ ຫຼື ປະມານ 67.5% ຂອງແຜນ. ໃນນັ້ນ ມີການຕິດຕັ້ງກ້ອງ E-police ແລະ ເປີດທົດລອງນຳໃຊ້ແລ້ວ 8 ຈຸດ.
ທ່ານ ກິ່ງຄຳ ກ່າວວ່າ ຈາກການພັດທະນາ ແລະ ທົດລອງລະບົບໃນໄລຍະຜ່ານມາ ເຫັນວ່າລະບົບມີຄວາມພ້ອມສຳລັບການເປີດນຳໃຊ້ທາງການ ແລະ ຄາດວ່າຈະເປີດໃຊ້ໃນໄວໆນີ້ ຫຼັງຈາກມີການປະຊາສຳພັນໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຫຼື ມີແຈ້ງການທາງການຈາກລັດຖະບານ.
ໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໂດຍພາກເອກະຊົນເປັນຜູ້ຮັບຜິດຊອບການລົງທຶນທັງໝົດ. ເປົ້າໝາຍສຳຄັນແມ່ນການນຳໃຊ້ເຕັກໂນໂລຊີມາຊ່ວຍລົດຜ່ອນອຸບັດຕິເຫດທາງຖະໜົນ, ເພີ່ມປະສິດທິພາບການຄຸ້ມຄອງຈະລາຈອນ ແລະ ຊ່ວຍໃຫ້ລັດສາມາດຈັດເກັບລາຍຮັບໄດ້ດີຂຶ້ນ.
ຢ່າງໃດກໍຕາມ ການນຳໃຊ້ກ້ອງ E-police ໃນປັດຈຸບັນຍັງເປັນພຽງໄລຍະທົດລອງ ແລະ ຍັງບໍ່ມີການລະບຸວັນທີເປີດໃຊ້ທາງການຢ່າງຊັດເຈນ. ຂະນະທີ່ລາຍລະອຽດກ່ຽວກັບຈຸດທີ່ຕິດຕັ້ງກ້ອງ, ປະເພດການລະເມີດທີ່ກ້ອງສາມາດກວດຈັບ ແລະ ຂັ້ນຕອນການອຸທອນຄ່າປັບໃໝ ຍັງບໍ່ໄດ້ມີການຊີ້ແຈງໃນການໃຫ້ສຳພາດຄັ້ງນີ້.
#LaoX #EPolice #ກ້ອງຈະລາຈອນ #ຂ່າວລາວ #ວຽງຈັນ #ຈະລາຈອນ #ປັບໃໝ #ລາວດິຈິຕອນ


