ເສດຖະກິດລາວສືບຕໍ່ຂະຫຍາຍຕົວໃນລະດັບ 5.5% ທ່າມກາງສິ່ງທ້າທາຍຈາກໄພທຳມະຊາດ ແລະ ຄວາມຜັນຜວນທົ່ວໂລກ, ການຮັກສາຈັງຫວະການເຕີບໂຕນີ້ ມີເປົ້າໝາຍເພື່ອຊຸກຍູ້ການຜະລິດພາຍໃນ, ຮັບປະກັນລາຍຮັບແຫ່ງຊາດ ແລະ ສ້າງຄວາມທົນທານຕໍ່ວິກິດການໃນອະນາຄົດ.
ເຖິງແມ່ນວ່າຈະປະເຊີນກັບອຸປະສັກຫຼາຍດ້ານ, ແຕ່ອີງຕາມຂໍ້ມູນຈາກ ບົດລາຍງານສະຖິຕິເງິນຕາ ໄຕມາດທີ 1 ປີ 2026 ຂອງ ທະນາຄານແຫ່ງ ສປປ ລາວ ທີ່ປ່ອຍອອກມາເມື່ອບໍ່ດົນມານີ້, ເສດຖະກິດຂອງ ສປປ ລາວ ໄຕມາດ 1 ປີ 2026 ຍັງສາມາດຮັກສາຈັງຫວະການຂະຫຍາຍຕົວຢູ່ໃນລະດັບ 5.5%.
ຕົວເລກນີ້ສະແດງໃຫ້ເຫັນເຖິງພັດທະນາການທີ່ດີຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີ 2025 ທີ່ມີການຂະຫຍາຍຕົວຢູ່ທີ່ 4.9%. ການເຕີບໂຕດັ່ງກ່າວເປັນການຢັ້ງຢືນເຖິງຄວາມພະຍາຍາມຂອງທຸກພາກສ່ວນ ໃນການຂັບເຄື່ອນເສດຖະກິດແຫ່ງຊາດໃຫ້ກ້າວໄປຂ້າງໜ້າ.
ເມື່ອພິຈາລະນາຕາມຂະແໜງການເສດຖະກິດທີ່ສຳຄັນ ພົບວ່າທຸກພາກສ່ວນມີການຂະຫຍາຍຕົວໃນທິດທາງບວກ, ຂະແໜງອຸດສາຫະກຳ ເປັນຕົວຂັບເຄື່ອນທີ່ສຳຄັນ ໂດຍມີການຂະຫຍາຍຕົວໃນລະດັບ 5.6%.
ການເຕີບໂຕນີ້ຄາດວ່າໄດ້ຮັບແຮງໜູນຈາກການລົງທຶນຢ່າງຕໍ່ເນື່ອງໃນໂຄງການພະລັງງານນໍ້າ, ພະລັງງານທົດແທນ ແລະ ການຂຸດຄົ້ນບໍ່ແຮ່. ຂະແໜງການບໍລິການ ຂະຫຍາຍຕົວເລັກນ້ອຍ 5.8% ຂະແໜງນີ້ຍັງຄົງໄດ້ຮັບການສະໜັບສະໜູນຈາກການທ່ອງທ່ຽວ, ການຂົນສົ່ງ ແລະ ໂລຈິສຕິກ ທີ່ໄດ້ຮັບຜົນປະໂຫຍດຈາກການເຊື່ອມຕໍ່ພາກພື້ນທີ່ດີຂຶ້ນ.
ຂະແໜງກະສິກຳ ຂະຫຍາຍຕົວເພີ່ມຂື້ນ 4.9%. ແນວໃດກໍດີ, ໃນໄລຍະເດືອນມີນາ ທີ່ຜ່ານມາ ສປປ ລາວ ປະສົບກັບໄພທຳມະຊາດ ໂດຍສະເພາະແມ່ນ ອາກາດຮ້ອນອົບເອົ້າ ແລະ ພາຍຸໝາກເຫັບ ຊຶ່ງເຮັດໃຫ້ເກີດຄວາມເສຍຫາຍໃຫ້ແກ່ຜົນລະປູກ ແລະ ເຄຫະສະຖານໃນບາງຂົງເຂດ.
ທ່າອ່ຽງໃນໄຕມາດ 2 ປີ 2026 ຄາດວ່າເສດຖະກິດຈະສືບຕໍ່ຂະຫຍາຍຕົວ ຢູ່ໃນລະຫວ່າງ 4.0% ຫາ 5.9% (ໂດຍມີຄ່າກາງຢູ່ທີ່ລະດັບ 4.9%) ແຕ່ອາດຈະເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງເລັກນ້ອຍ. ບັນຫາທ້າທາຍທີ່ສຳຄັນຍັງຄົງແມ່ນການຮັກສາສະຖຽນລະພາບທາງດ້ານເງິນຕາ ແລະ ບັນຫາການເພີ່ມຂຶ້ນຂອງລາຄາ.
#ຈີດີພີລາວ #ການຂະຫຍາຍຕົວເສດຖະກິດ #ອຸດສາຫະກຳລາວ #ການບໍລິການ #ພັດທະນາປະເທດ


