Joe Biden ກຽມຍົກເລີກການແບນ Transgender ເຂົ້າໃນການເຮັດວຽກໃນກອງທັບສະຫະລັດ ພ້ອມສະໜັບສະໜຸນຄວາມຫຼາກຫຼາຍ


ວັນທີ 25 ມັງກອນ ທີ່ຜ່ານມາ ທຳນຽບຂາວໄດ້ເຜີຍ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາກຽມຍົກເລີກມາດຕະການແບນ “Transgender” ທີ່ຖືກຫ້າມເຮັດວຽກໃນກອງທັບສະຫະລັດ ຫຼັງລັດຖະບານຂອງໂດໂນທຣຳຊຸກຍູ້ມາດຕະການການແບນດັ່ງກ່າວຈົນໄດ້ຮັບອະນຸມັດຈາກສານສູງສະຫະລັດ ເມື່ອຊ່ວງຕົ້ນປີ 2019 ທີ່ຜ່ານມາ ໂດຍໃຫ້ອຳນາດກອງທັບໃນການຕັດສິນໃຈ. ເຊິ່ງການຍົກເລີກນີ້ຄາດວ່າຈະລົງນາມຄຳສັ່ງຍົກເລີກການແບນໃນວັນຈັນທີ່ຈະມາຮອດນີ້ ຕາມເວລາທ້ອງຖິ່ນ.

ລັດຖະບານທຣຳ ໄດ້ດຳເນີນການຊຸກຍູ້ມາດຕະການນີ້ຕັ້ງແຕ່ຊ່ວງກາງປີ 2017 ໂດຍອ້າງວ່າກຸ່ມຄົນທຣານເຈນເດີນີ້ອາດຈະສົ່ງຜົນຕໍ່ປະສິດທິພາບ, ຄວາມໜັກແໜ້ນ, ລວມເຖິງຄວາມພ້ອມຕ່າງໆ ແລະ ຄ່າໃຊ້ຈ່າຍທີ່ເພີ່ມຫຼາຍຂຶ້ນພາຍໃນກອງທັບສະຫະລັດ. ເຊິ່ງຕະຫຼອດ 4 ປີພາຍໃຕ້ການບໍລິຫານຂອງທຣຳ ກຸ່ມຜູ້ມີຄວາມຫຼາກຫຼາຍທາງເພດ (LGBTQ) ໂດຍສະເພາະທຣານເຈນເດີ ລວມເຖິງກຸ່ມຊາຍທີ່ມີຄວາມມັກສະເພາະຕົວ ຕ່າງຖືກຈຳກັດແລະລົດສິດເປັນຢ່າງຍິ່ງ.

ລັດຖະບານຂອງ ໂຈ ໄບເດນ ຈຶ່ງສານຕໍ່ນະໂຍບາຍສຳຄັນທີ່ເປັນໄປໃນທິດທາງດຽວກັບສະໄໝປະທານາທິບໍດີບາຣັກ ໂອບາມາ ທີ່ສະໜັບສະໜຸນຄວາມແຕກຕ່າງແລະຄວາມຫຼາກຫຼາຍ ເພື່ອສະທ້ອນພາບຄວາມເປັນຈິງຂອງສັງຄົມອາເມຣິກາທີ່ຫຼອມລວມຄວາມຫຼາກຫຼາຍ ກາຍເປັນສັງຄົມພະຫຸວັດທະນະທຳດັ່ງໃນປັດຈຸບັນ.

ຈາກການເກັບກຳຮວບຮວມສະຖິຕິ ແລະ ການວິເຄາະຂໍ້ມູນຂອງ RAND Corporation ໃນປີ 2016 ພົບວ່າ:

  • ກອງທັບສະຫະລັດມີທຣານເຈນເດີ ເຂົ້າຮັບລາດຊະການທະຫານປະມານ 1,320-6,630 ຄົນ
  • ຕົວເລກຄາດການການເຂົ້າຮັບຮໍໂມນຂອງທຣານເຈນເດີໃນກອງທັບຢູ່ທີ່ປະມານ 30-140 ຄັ້ງຕໍ່ປີ
  • ຂະນະທີ່ຕົວເລກການຜ່າຕັດທີ່ກ່ຽວໂຍງກັບການແປງເພດຢູ່ທີ່ ປະມານ 25-130 ຄັ້ງຕໍ່ປີ
  • ຄ່າໃຊ້ຈ່າຍຈະຢູ່ທີ່ 8.4 ລ້ານໂດລາສະຫະລັດຕໍ່ປີ ເຊິ່ງເປັນສັດສ່ວນທີ່ໜ້ອຍຫຼາຍ ເມື່ອທຽບກັບງົບປະມານດ້ານສຸຂະພາບທີ່ໃຫ້ກັບກອງທັບທັງໝົດ

ນອກຈາກຄວາມຫຼາກຫຼາຍໃນຕິມິທາງເພດແລ້ວ ໄບເດນ ຍັງແຕ່ງຕັ້ງ “ລອຍ ອອສຕິນ” ອະດີດຜູ້ບັນຊາການກອງບັນຊາການກາງກອງທັບສະຫະລັດ ຂຶ້ນຮັບຕຳແໜ່ງລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່ ເຊິ່ງຖືວ່າເປັນຄົນຜິວດຳຄົນທຳອິດໃນປະຫວັດສາດທີ່ໄດ້ຄຸມເພນຕາກອນ ກະຊວງພາຍໃນຂອງປະເທດມະຫາອຳນາດຢ່າງສະຫະລັດອາເມຣິກາ.

ພາບ:  CNN, Politico, Time Magazine

ທີ່ມາ: